ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ໄດ້ຊະນະການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດຢ່າງຖ້ວມລົ້ນ, ເປັນການພິກຟື້ນການໂຄສະນາຫາສຽງທີ່ບໍ່ໝັ້ນຄົງຂອງທ່ານ ແລະ ສ້າງກຳລັງໃຈໃນການກ້າວເຂົ້າສູ່ການແຂ່ງຂັນສຸດ ຍອດວັນອັງຄານ ທີ່ສຳຄັນໃນອາທິດໜ້າ, ເມື່ອ 14 ລັດຈະຈັດການແຂ່ງຂັນສະເໜີຊື່ຜູ້ຕາງໜ້າຂອງພັກ.
ຫຼັງຈາກຜົນງານທີ່ບໍ່ດີຂອງທ່ານ ໄບເດັນ ໃນການແຂ່ງຂັນສະເໜີຊື່ສາມຄັ້ງທຳອິດນັ້ນ, ບັນດານັກວິເຄາະຄາດເດົາວ່າ ການໂຄສະນາຫາສຽງຂອງທ່ານຈະຈົບລົງ ຖ້າທ່ານບໍ່ໄດ້ຮັບໄຊຊະນະຄັ້ງໃຫຍ່ໃນລັດ ຄາໂຣໄລນາໃຕ້, ບ່ອນທີ່ທ່ານໄດ້ຮັບການສະໜັບສະໜູນຢ່າງຫຼວງຫຼາຍ ອີງໃສ່ການສະໜັບສະໜູນຂອງທ່ານຈາກຊາວອາເມຣິກັນຜິວດຳ ເຊິ່ງແມ່ນຜູ້ປ່ອນບັດທີ່ມີຈຳນວນຫຼາຍ ໃນລັດທີ່ສະໜັບສະໜູນພັກເດໂມແຄຣັດນັ້ນ.
ມັນບໍ່ພຽງແຕ່ທ່ານ ໄບເດັນ ໄດ້ເອົາຊະນະສະມາຊິກສະພາສູງຈາກລັດ ເວີມັອນ ທ່ານ ເບີນີ ແຊນເດີສ໌, ຜູ້ທີ່ໄດ້ເຂົ້າມາແຂ່ງຂັນໃນລັດ ຄາໂຣໄລນາໃຕ້ ເປັນຜູ້ມີຄະແນນນຳໜ້າເທົ່ານັ້ນ, ແຕ່ທ່ານຍັງໄດ້ສະແດງໃຫ້ບັນດາຜູ້ລົງຄະແນນສຽງ ເຫັນຢ່າງວ່ອງໄວວ່າ ທ່ານຍັງມີຄວາມສາມາດທີ່ຈະທຳການແຂ່ງຂັນຢ່າງໜ້າເຊື່ອຖືໄດ້ກັບທ່ານ ແຊນເດີສ໌.
ຜົນທີ່ອອກມາຈາກເຂດປົກຄອງຫຼາຍກວ່າ 60 ເປີເຊັນໄດ້ສະແດງໃຫ້ເຫັນວ່າທ່ານ ໄບເດັນ ໄດ້ຊະນະປະມານ 50 ເປີເຊັນຂອງຄະແນນສຽງ. ທ່ານ ແຊນເດີສ໌ ຕາມຫຼັງຢູ່ຫ່າງໄກທີ່ອັນດັບສອງດ້ວຍຄະແນນສຽງ 19 ເປີເຊັນ. ທ່ານ ທອມ ສເຕເຢີ, ມະຫາເສດຖີພັນລ້ານ ແລະ ເປັນນັກໃຈບຸນ ຜູ້ທີ່ໄດ້ລົງທຶນທັງເວລາ ແລະ ເງິນໃນການໂຄສະນາຫາສຽງຢ່າງຫຼວງຫຼາຍໃນລັດ ຄາໂຣໄລນາໃຕ້ ນັ້ນ, ໄດ້ອັນດັບສາມ, ດ້ວຍຄະແນນສຽງ 11 ເປີເຊັນ.
ທ່ານ ສເຕເຢີ ໄດ້ຍຸບການໂຄສະນາຫາສຽງຂອງທ່ານ ລຸນຫຼັງຜົນຄະແນນດັ່ງກ່າວ.
ທ່ານ ໄບເດັນ ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນທີິ່ຍິນດີຊົມເຊີຍໃນເມືອງ ໂຄລຳບັສ, ລັດ ຄາໂຣໄລນາໃຕ້ ໃນຄືນວັນເສົາວານນີ້ວ່າ, “ສຳລັບທຸກທ່ານຜູ້ທີ່ຖືກນັອກລົງ ແລະ ນັບອອກນັ້ນ, ນີ້ແມ່ນການຕໍ່ສູ້ຂອງພວກເຈົ້າ.”
ທ່ານໄດ້ກ່າວຕື່ມວ່າ “ພວກເຮົາມີຊີວິດຄືນຫຼາຍແລ້ວ.”
ຜົນການຢັ່ງຫາງສຽງທີ່ໄດ້ນັບກ່ອນປິດການເລືອກຕັ້ງໃນວັນເສົາວານນີ້ ໄດ້ສະແດງໃຫ້ເຫັນວ່າ ທ່ານ ໄບເດັນ ໄດ້ຊະນະການສະໜັບສະໜູນຢ່າງເຂັ້ມແຂງຈາກຜູ້ລົງຄະແນນສຽງຜິວດຳ, ຄົນທີ່ມີອາຍຸຫຼາຍກວ່າ 45 ປີ ແລະ ອະທິບາຍຕົນເອງວ່າເປັນຫົວປານກາງ.
ລັດຄາໂຣໄລນາ ໄດ້ຖືກພິຈາລະນາດັ່ງກັບ “ລະບົບປ້ອງກັນ” ຂອງທ່ານ ໄບເດັນ ຍ້ອນຜູ້ລົງຄະແນນສຽງຊາວ ອາເມຣິກັນ ເຊື້ອສາຍ ອາຟຣິກາ ຈຳນວນຫຼວງຫຼາຍ ທີ່ມີຄວາມຈົງຮັກພັກດີຕໍ່ອະດີດຮອງປະທານາທິບໍດີ ຜູ້ທີ່ໄດ້ປະຕິບັດໜ້າທີ່ ພາຍໃຕ້ທ່ານ ບາຣັກ ໂອບາມາ, ປະທານາທິບໍດີ ອາເມຣິກັນ ເຊື້ອສາຍອາຟຣິກາ ຄົນທຳອິດທີ່ຖືກເລືອກເປັນປະທານາທິບໍດີຂອງ ສະຫະລັດ.