ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານ​ໄບ​ເດັນ ​ຂະ​ຫຍາຍ​ຕາ​ໜ່າງ​ ​ກອງປະ​ຊຸມ​ສຸດຍອດເພື່ອ​ປະ​ຊາ​ທິ​ປະ​ໄຕ ຮອບ​ໃໝ່ ຂະ​ນະ​ທີ່​ຄ​ວາມ​ເປັນ​ຫ່ວງຕໍ່ຣັດ​ເຊຍ ແລະຈີນ​ເພີ້ມ​ຂຶ້ນ


(ພາບ​ໃນ​ແຟມ) ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າວ​ຄຳ​ປາ​ໄສປິດກອງ​ປະ​ຊຸມ​ສຸດຍອດເພື່ອ​ປະ​ຊາ​ທິ​ປະ​ໄຕທີ່​ຈັດ​ຂຶ້ນ​ທາງ​ອອນ​ລາຍ ຢູ່​ຫ້ອງ​ປະ​ຊຸມ​ທາງ​ທິດ​ໃຕ້​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 10 ທັນ​ວາ, 2021, ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ
(ພາບ​ໃນ​ແຟມ) ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າວ​ຄຳ​ປາ​ໄສປິດກອງ​ປະ​ຊຸມ​ສຸດຍອດເພື່ອ​ປະ​ຊາ​ທິ​ປະ​ໄຕທີ່​ຈັດ​ຂຶ້ນ​ທາງ​ອອນ​ລາຍ ຢູ່​ຫ້ອງ​ປະ​ຊຸມ​ທາງ​ທິດ​ໃຕ້​ຂອງ​ທຳ​ນຽບ​ຂາວ, ວັນ​ທີ 10 ທັນ​ວາ, 2021, ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ

ສະຫະລັດ​ໃນ​ວັນ​ອັງຄານ​ມື້​ອື່ນນີ້ ​ຈະເປີດ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ປະຊາທິປະ​ໄຕ​ຄັ້ງ​ທີ​ສອງ ​ດ້ວຍ​ສາຍຕາຈ້ອງມອງ​ຢ່າງບໍ່​ລົດ​ຫລະໃສ່​ປະ​ເທດ​ອື່ນ​ໃນ​ໂລກ, ຫາ​ທາງ​ເຕົ້າ​ໂຮມຄວາມ​ສາ​ມັກ​ຄີ ​ປະ​ເທດທີ່​ຢູ່​ແຖວ​ໜ້າຕ້ານ​ລະ​ບອບຜະ​ເດັດ​ການ ​ໃນ​ຂະນະ​ທີ່ຣັດ​ເຊຍ​ໂຈມ​ຕີ​ຢູ​ເຄຣນ ​ແລະຈີນ​ເປີດ​ການ​ໂຈມ​ຕີ​ທາງ​ການ​ທູດຢູ່.

ປະທານາທິບໍດີ ໂຈ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງໂດຍໃຫ້ຄຳໝັ້ນສັນຍາວ່າ ຈະເຮັດ​ໃຫ້ປະຊາທິປະໄຕ​ຊະ​ນະ​ເລີດ ແລະໃນການ​ດຳ​ລົງ​ຕຳ​ແໜ່ງປີທຳອິດຂອງທ່ານ ແມ່ນ ໄດ້ຮັບຜົນດີ ໃນ​ການ​ເປີດກອງປະຊຸມສຸດຍອດຄັ້ງທຳອິດ, ເຊິ່ງພະຍາຍາມຢືນຢັນ ເຖິງການເປັນ​ຜູ້ນຳພາຂອງສະຫະລັດຄືນໃໝ່.

ຮອບນີ້, ດ້ວຍຄວາມເປັນຫ່ວງວ່າ ເທື່ອທຳອິດເນັ້ນໃສ່ສະຫະລັດເກີນໄປ, ທ່ານໄບ​ເດັນໄດ້ເຊີນຄົນເປັນເຈົ້າພາບຮ່ວມ ຈາກແຕ່ລະທະວີບຄື: ປະທານາທິບໍດີ ຊຳ​ເບຍ, ຄອ​ສ​ຕາຣິ​ກາ ເກົາຫຼີໃຕ້ ແລະ ນາຍົກລັດຖະມົນຕີເນ​ເທີ​ແລນ.

ທັງຫມົດ​ ທ່ານໄດ້ເຊື້ອເຊີນຜູ້ນໍາ 121 ຄົນເພື່ອເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດສາມມື້ ທີ່ສ່ວນໃຫຍ່ແມ່ນ​ທາງ​ອອນ​ລາຍນີ້ - ຊຶ່ງ​ມີແປດປະ​ເທດ ຫຼາຍກ່ວາປີ 2021.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG