ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ ໄບເດັນ ກ່າວວ່າ ປະ​ເທດຕາເວັນຕົກ ຖ້າເບິ່ງວ່າ ຣັດເຊຍ ຈະຫຼຸດຜ່ອນການໂຈມຕີໃນ ຢູເຄຣນ ຫຼືບໍ່


ທະຫານ ຢູເຄຣນ ຢືນໃນຂຸມ​ສະ​ໜາມ ໃນພາກເໜືອຂອງນະຄອນຫຼວງ ກີຢິບ, ຢູເຄຣນ. 29 ມີນາ, 2022.
ທະຫານ ຢູເຄຣນ ຢືນໃນຂຸມ​ສະ​ໜາມ ໃນພາກເໜືອຂອງນະຄອນຫຼວງ ກີຢິບ, ຢູເຄຣນ. 29 ມີນາ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ບັນດາປະເທດພັນທະມິດຕາເວັນຕົກ ແມ່ນກຳລັງຖ້າເບິ່ງວ່າ ຣັດເຊຍ ຈະຫຼຸດຜ່ອນການໂຈມຕີຢູ່ອ້ອມນະຄອນຫຼວງ ກີຢິບ ແລະ ເຊີນີຮິບ ທາງພາກເໜືອຂອງ ຢູເຄຣນ ຫຼືບໍ່.

ທ່ານ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວທຳນຽບຂາວຫລັງຈາກການລົມໂທລະ ສັບກັບຜູ້ນຳຂອງ ສະຫະຣາຊະ ອານາຈັກ ອັງກິດ, ຝຣັ່ງ ແລະ ອິຕາລີ ວ່າ “ພວກເຮົາຈະເບິ່ງວ່າເຂົາເຈົ້າຈະປະຕິບັດຕາມຫຼືບໍ່. ມັນເບິ່ງຄືຈະມີການເຫັນພ້ອມກັນ ແຕ່ຖ້າເບິ່ງວ່າເຂົາເຈົ້າຈະເຮັດຫຍັງໄດ້ແດ່.”

ກອງທັບຂອງ ຣັດເຊຍ ໄດ້ກ່າວໃນຕອນເຊົ້າຂອງວັນອັງຄານວານນີ້, ຢູ່ການເຈລະຈາສັນຕິພາບຮອບຫຼ້າສຸດ ໃນປະເທດ ເທີກີ ວ່າ, ເຂົາເຈົ້າຈະຕັດການປະຕິບັດການຢູ່ອ້ອມນະຄອນຫຼວງ ກີຢິບ ແລະ ເຊີນີຮິບ ລົງ.

ຮອງລັດຖະມົນຕີປ້ອງກັນປະເທດ ຣັດເຊຍ ທ່ານ ອາເລັກແຊນເດີ ໂຟມິນ ໄດ້ກ່າວວ່າການເຄື່ອນໄຫວດັ່ງກ່າວແມ່ນມີຈຸດປະສົງ “ທີ່ຈະຂະຫຍາຍຄວາມເຊື່ອໝັ້ນ” ໃນການເຈລະຈາທີ່ແນໃສ່ການສິ້ນສຸດການຕໍ່ສູ້.

ທຳນຽບຫ້າແຈໄດ້ຢືນຢັນວ່າ ກອງກຳລັງຂອງ ຣັດເຊຍ “ຈຳນວນນ້ອຍ” ໄດ້ເລີ່ມທີ່ຈະເຄື່ອນອອກຈາກນະຄອນຫຼວງ ກີຢິບ ແຕ່ໄດ້ສະແດງຄວາມສົງໄສຫຼາຍໄປກວ່າທ່ານປະທານາທິບໍດີ.

ໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທຳນຽບຫ້າແຈວ່າ “ພວກເຮົາເຊື່ອວ່ານັ້ນແມ່ນການຈັດຕຳແໜ່ງໃໝ່, ບໍ່ແມ່ນການຖອນຕົວອອກ.”

ທ່ານໄດ້ກ່າວຕື່ມວ່າ “ພວກເຮົາບໍ່ເຊື່ອວ່າໄພຂົ່ມຂູ່ຕໍ່ນະຄອນຫຼວງແມ່ນບໍ່ໄດ້ຫຼຸດລົງຢ່າງຫຼວງຫຼາຍ ອີງຕາມການປະກາດຂອງກະຂວງປ້ອງກັນປະເທດ ຣັດເຊຍ.”

ການເດີນທັບໂດຍກອງກຳລັງ ຣັດເຊຍ ໄດ້ຢຸດລົງຍ້ອນການຕໍ່ຕ້ານຢ່າງດຸເດືອດໂດຍນັກລົບ ຢູເຄຣນ.

ລັດຖະມົນຕີປ້ອງກັນປະເທດ ຣັດເຊຍ ທ່ານ ເຊີເກ ຊອຍກູ ໄດ້ກ່າວວ່າ ກອງກຳລັງ​ ຣັດເຊຍ ຈະເພັ່ງເລັງໃສ່ເຂດ ດອນບາສ, ເຊິ່ງລວມມີພາກພື້ນ ລູຮານສ໌ ແລະ ໂດເນັດສ໌ ທີ່ແຍກຕົວອອກໃນພາກຕາເວັນອອກຂອງ ຢູເຄຣນ. ທ່ານໄດ້ກ່າວວ່າ ມົສກູ ໄດ້ບັນລຸຄວາມສຳເລັດເປັນສ່ວນໃຫຍ່ໃນຂັ້ນທຳອິດຂອງ “ການປະຕິບັດການທາງທະຫານພິເສດ” ຂອງເຂົາເຈົ້າ, ລວມທັງການຫຼຸດຄວາມສາມາດຂອງກອງທັບ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG