ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານໄບເດັນ ຍິນດີຕ້ອນຮັບ ຫົວໜ້າຄົນໃໝ່ ຂອງທະນາຄານໂລກ


ແຟ້ມຮູບ-ໃນພາບທີ່ຖ່າຍເມື່ອວັນທີ 8 ມີນາ 2023 ນີ້, ຈາກນັ້ນ ໄດ້ສະໝັກເລືອກຕັ້ງເຂົ້າເປັນຫົວໜ້າທະນາຄານໂລກ, ທ່ານອາເຈ ບານກາ ກ່າວປາໄສ ໃນລະຫວ່າງການສໍາພາດຢູ່ນະຄອນຫຼວງໄນໂຣບີ, ປະເທດເຄັນຢາ.
ແຟ້ມຮູບ-ໃນພາບທີ່ຖ່າຍເມື່ອວັນທີ 8 ມີນາ 2023 ນີ້, ຈາກນັ້ນ ໄດ້ສະໝັກເລືອກຕັ້ງເຂົ້າເປັນຫົວໜ້າທະນາຄານໂລກ, ທ່ານອາເຈ ບານກາ ກ່າວປາໄສ ໃນລະຫວ່າງການສໍາພາດຢູ່ນະຄອນຫຼວງໄນໂຣບີ, ປະເທດເຄັນຢາ.

ປະທານາທິບໍດີ ໂຈ ໄບເດັນ ກໍາລັງກ່າວຍ້ອງຍໍ ຫົວໜ້າຂອງທະນາຄານໂລກຄົນໃໝ່ວ່າ ເປັນຜູ້ນໍາ “ແຫ່ງການປ່ຽນແປງ” ເຊິ່ງທ່ານຈະລວມການປ່ຽນແປງຂອງສະພາບອາກາດ ເຂົ້າໃນລາຍຊື່ຂອງຄວາມທ້າທາຍ ທີ່ສະຖາບັນສິນເຊື່ອ ຕ້ອງປະເຊີນ ໃນການດໍາເນີນງານຮ່ວມກັບບັນດາປະເທດທີ່ກໍາລັງພັດທະນາ.

ໃນວັນພຸດວານນີ້, ຜູ້ອໍານວຍການໃຫຍ່ຂອງທະນາຄານໂລກ ໄດ້ເລືອກເອົາຜູ້ທີ່ໄດ້ຮັບການສະເໜີຊື່ຈາກ ທ່ານໄບເດັນ, ທ່ານອາເຈ ບານກາ (Ajay Banga) ມາເປັນຫົວໜ້າຂອງສະຖາບັນດັ່ງກ່າວ, ເຊິ່ງທ່ານອາເຈ ເປັນຄົນອິນເດຍ ສັນຊາດອາເມຣິກັນ ແລະເປັນອະດີດຜູ້ບໍລິຫານໃຫຍ່ຂອງລະບົບບັດເຄຣດິດ.

ທ່ານໄບເດັນ ກ່າວຢູ່ໃນຖະແຫຼງການວ່າ “ທ່ານອາເຈ ບານກາ ຈະເປັນຜູ້ນໍາແຫ່ງການປ່ຽນແປງ, ເຊິ່ງທ່ານຈະໄດ້ນໍາເອົາຄວາມຊໍານານ, ປະສົບການ ແລະການປ່ຽນແປງໃໝ່ ມາສູ່ຕໍາແໜ່ງປະທານຂອງທະນາຄານໂລກ, ແລະ ດ້ວຍການຮ່ວມມືລະຫວ່າງການເປັນຜູ້ນໍາຂອງທະນາຄານໂລກ ແລະບັນດາຜູ້ຖື​ຮຸ້ນສ່ວນອື່ນໆນີ້ ທ່ານຈະໄດ້ຊ່ວຍນໍາພາສະຖາບັນດັ່ງກ່າວໃຫ້ຄ່ອຍໆພັດທະນາຂຶ້ນ ແລະຂະຫຍາຍໄປສູ່ຄວາມທ້າທາຍລະດັບໂລກ ທີ່ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ແກນກາງຂອງພາລະກິດ ຂອງການຫຼຸດຜ່ອນຄວາມທຸກຍາກ, ລວມທັງ ການປ່ຽນແປງຂອງສະພາບອາກາດ.”

ປະທານຂອງທະນາຄານໂລກຄົນປັດຈຸບັນ ທ່ານເດວິດ ມາລພາສ (David Malpass) ໄດ້ລາອອກໃນເດືອນກຸມພາທີ່ຜ່ານມາ ທ່າມກາງການຮຽກຮ້ອງໃຫ້ທ່ານອອກຈາກຕໍາແໜ່ງ ເນື່ອງຈາກຄວາມສໍາຄັນທີ່ເບິ່ງຄືວ່າ ທ່ານບໍ່ເອົາໃຈໃສ່ຕໍ່ບົດບາດຂອງການເຄື່ອນໄຫວຕ່າງໆຂອງມວນມະ​ນຸດ, ການສ້າງຜົນກະທົບຈາກຊາກສັດແລະຊາກພືດດຶກດໍາບັນ ຕໍ່ການປ່ຽນແປງທາງສະພາບອາກາດ, ໂດຍທ່ານຈະໄດ້ອອກຢ່າງເປັນທາງການ ໃນເດືອນມິຖຸນາ ທີ່ຈະມາເຖິງນີ້, ເຊິ່ງຍັງເຫຼືອເວລາອີກເກືອບນຶ່ງປີ ກ​ອ່ນການດໍາລົງຕໍາແໜ່ງ 5 ປີຂອງທ່ານ​ຈະ​ໝົດ​ລົງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG