ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ປ. ໄບເດັນ: 'ພວກເຮົາຢູ່ທາງຫລັງຂອງອິສຣາແອລ' ​ຫຼັງຈາກການໂຈມຕີ ກໍ່ການຮ້າຍ ​ຂອງ​ກຸ່ມ​ຮາ​ມາ​ສ ເມື່ອທ້າຍອາທິດ​ທີ່​ຜ່ານ​ມາ


ປະທານາທິບໍດີໂຈ ໄບເດັນ ກ່າວກ່ຽວກັບສົງຄ່າມລະຫວ່າງອິາຣາແອລ ແລະກຸ່ມຫົວຮຸນແຮງປາແລັສໄຕນ໌ ຮາມາສ ທີ່ທຳນຽບຂາວ ວັນທີ 10 ຕຸລາ 2023
ປະທານາທິບໍດີໂຈ ໄບເດັນ ກ່າວກ່ຽວກັບສົງຄ່າມລະຫວ່າງອິາຣາແອລ ແລະກຸ່ມຫົວຮຸນແຮງປາແລັສໄຕນ໌ ຮາມາສ ທີ່ທຳນຽບຂາວ ວັນທີ 10 ຕຸລາ 2023

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວ ໃນວັນອັງຄານວານນີ້ວ່າ “ພວກເຮົາໄດ້ຢູ່ທາງຫລັງຂອງອິສຣາແອລ” ໃນຂະນະທີ່ວໍຊິງຕັນພະຍາມ ​ຫຼຸດ​ຜ່ອນຄວາມເຄັ່ງຕຶງໃນ​ພາກຕາເວັນອອກກາງ ຫລັງຈາກການກໍ່ຮ້າຍໂຈມຕີຢ່າງຮ້າຍແຮງໂດຍພວກຫົວຮຸນແຮງຮາມາສ.

ທ່ານຍັງໄດ້ປະກາດ​ໃຫ້​ການສະໜັບສະໜູນຂອງວໍຊິງຕັນ ຕໍ່ການ​ໂຈມ​ຕີຕອບໂຕ້ ຕ້ານໃນອັນທີ່ທ່ານຮ້ອງວ່າ “ການກໍ່​ໂທດ​ກຳ” ທີ່ໄດ້ສັງຫານຫລາຍກວ່າ 1,000 ຄົນ ຮວມທັງ ຊາວອາເມຣິກັນຢ່າງໜ້ອຍ 14 ຄົນ.

“ຢູ່ໃນຂະນະນີ້ ພວກເຮົາຕ້ອງໃຫ້ເປັນທີ່ແຈ້ງຂາວ: ພວກເຮົາຢືນຢູ່ກັບອິສຣາແອລ” ທີ່ທ່ານໄດ້ກ່າວຊໍ້າແລ້ວຊໍ້າອີກ: ພວກເຮົາຢືນຢູ່ກັບອິສຣາແອລ. ພວກເຮົາຈະເຮັດໃຫ້ເປັນທີ່ແນ່ນອນສິ່ງທີ່ມີໃນຄວາມຕ້ອງການເພື່ອເບິ່ງແຍງປະຊາ ຊົນເຂົາເຈົ້າ ປ້ອງກັນຕົນເອງ ແລະຕອບໂຕ້ຕໍ່ການໂຈມຕີນີ້. ບໍ່ມີເຫດຜົນຕໍ່ການກໍ່ການຮ້າຍ. ບໍ່ມີການຍົກໂທດ.”

ປະທານາທິບໍດີໄບເດັນ ຢືນຄຽງຂ້າງໂດຍຮອງປະທານາທິບໍດີ ທ່ານນາງຄາມາຣາ ແຮຣິສ ແລະລັດຖະມົນຕີຕ່າງປະເທດ ທ່ານແອນໂທນີ ບລິງເກັນ ທີ່ໄດ້ຈ້ອງຕາເບິ່ງໄປ​ໜ້າ ໄດ້ໃຫ້ລາຍລະອຽດຈາກເຫດການ ຂອງທ້າຍອາທິດ ຊຶ່ງທ່ານກ່າວວ່າ ໄດ້ເປັນການກະທໍາ ຂອງພວກຜີມານ​ແທ້ໆ.”

“ພົນລະເຮືອນຫລາຍກວ່າ 1,000 ຄົນ ໄດ້ຖືກຂ້າຕາຍ ບໍ່ພຽງແຕ່ວ່າຂ້າຕາຍ ຂ້າຢ່າງຫລວງຫລາຍ ໃນອິສຣາແອລ” ທີ່ທ່ານໄດ້ກ່າວ. “ຮວມຢູ່ໃນເຂົາເຈົ້ານັ້ນ ມີຄົນສັນຊາດອາເມຣິກັນຢ່າງໜ້ອຍ 14 ຄົນທີ່ຖືກຂ້າຕາຍ. ບັນດາພໍ່ແມ່ຖືກແທງ ໃຊ້ຮ່າງກາຍເຂົາເຈົ້າພະຍາຍາມປ້ອງກັນພວກລູກໆເຂົາເຈົ້າ. ລາຍງານທີ່ເຮັດໃຫ້ທ້ອງບິດບ້ຽວ ຂອງພວກແອນ້ອຍຖືກຂ້າຕາຍ. ບັນດາຄອບຄົວທັງໝົດຖືກຂ້າຕາຍ.”

ທ່ານກ່າວວ່າ ທ່ານຈະຮ້ອງຂໍສະພາເອົາ “ບາດກ້າວຢ່າງຮີບດ່ວນ” ແຕ່ບໍ່ໄດ້ກ່າວສະເພາະເຈາະຈົງ. ສຳລັບປັດຈຸບັນນີ້ ບໍ່ມີປະທານສະພາຢູ່ໃນພັກຣີພັບ ບລິກັນ ທີ່ຄວບຄຸມສະພາຕໍ່າ ກີດກັ້ນສະພາ ຈາກການຮັບຜ່ານການໃຊ້ຈ່່າຍ ໃໝ່.

ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລລີວັນ ໄດ້ກ່າວວ່າ ທຳນຽບຂາວ ຈະຊຸກຍູ້ໃຫ້ສະພາ ຮັກສາສະໜອງການສະນັບສະໜູນ ແກ່ກອງທັບໄປອິສຣາແອລ. ທ່ານຊູລລີວັນ ໄດ້ກ່າວເພີ້ມວ່າ ທຳນຽບຂາວເຊື່ອວ່າມີຊາວອາເມຣິກັນ 20 ຄົນ ທີ່ຍັງບໍ່ທັນ​ພົບເຫັນ ແຕ່ໄດ້ຢືນຢັນວ່າ ບໍ່ແມ່ນໝົດທັງ ໝົດນັ້ນ ອາດຖືກຈັບເປັນປະກັນໂຕ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG