ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ເຕືອນຄົນທີ່ບໍ່ໄດ້ສັກຢາວ່າ ເຂົາເຈົ້າກຳລັງເຮັດໃຫ້ ຊຸມຊົນຕ່າງໆ ມີຄວາມສ່ຽງ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ການຕອບໂຕ້ຕໍ່ໄວຣັສໂຄໂຣນາຂອງລັດຖະບານ ແລະ ໂຄງການສັກຢາຈາກຫໍປະຊຸມທິດໃຕ້ຂອງຫ້ອງການບໍລິຫານ ໄອເຊັນຮາວເວີ ຢູ່ທຳນຽບຂາວ. 6 ກໍລະກົດ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ການຕອບໂຕ້ຕໍ່ໄວຣັສໂຄໂຣນາຂອງລັດຖະບານ ແລະ ໂຄງການສັກຢາຈາກຫໍປະຊຸມທິດໃຕ້ຂອງຫ້ອງການບໍລິຫານ ໄອເຊັນຮາວເວີ ຢູ່ທຳນຽບຂາວ. 6 ກໍລະກົດ, 2021.

ໃນຂະນະທີ່ 10 ລັດໄດ້ເຫັນການເພີ່ມຂຶ້ນໃນກໍລະນີໄວຣັສໂຄໂຣນານັ້ນ, ປະທານາທິບໍດີ ໂຈ ໄບເດັນ ໄດ້ເຕືອນໃນວັນອັງຄານວານນີ້ວ່າ “ປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນແມ່ນຍັງບໍ່ໄດ້ສັກຢາ ແລະ ບໍ່ໄດ້ຖືກປ້ອງກັນ ແລະ ຍ້ອນແນວນັ້ນ, ຊຸມຊົນຂອງເຂົາເຈົ້າແມ່ນມີຄວາມສ່ຽງ.”

ໃນການຂໍຮ້ອງຜ່ານການໂຄສະນາຂອງທ່ານຄັ້ງຫຼ້າສຸດ ເພື່ອໃຫ້ປະຊາຊົນໄປສັກຢາກັນ COVID-19 ນັ້ນ, ທ່ານປະທານາທິບໍດີໄດ້ກ່າວວ່າໄວຣັສສາຍພັນ ແດລຕ້າ, ເຊິ່ງແມ່ນຕິດແປດໄດ້ຫຼາຍກວ່າ ແລະ ອາດຈະອັນຕະລາຍກວ່ານັ້ນ, ແມ່ນໄດ້ຮັບຜິດຊອບສຳລັບຈຳນວນເຄິ່ງນຶ່ງຂອງກໍລະນີຕ່າງໆໃນຫຼາຍພາກສ່ວນຂອງປະເທດ.

ລັດ ແຄນຊັສ ແລະ ມິສຊູຣີ ໂດຍສະເພາະ, ແມ່ນໄດ້ລາຍງານການເພີ່ມຂຶ້ນ ຂອງການຕິດເຊື້ອຫຼາຍກວ່າ 10 ເປີເຊັນ ຍ້ອນສາຍພັນ ແດລຕ້າ.

ເພື່ອຮັບມືກັບການລະບາດອອກຕື່ມໃນກຸ່ມທີ່ຄາດວ່າຈະເປັນຜູ້ທີ່ບໍ່ໄດ້ສັກຢານັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າລັດຖະບານກາງ ແມ່ນກຳລັງລະດົມທີມຕອບຮັບຕໍ່ການເພີ່ມຂຶ້ນຂອງ COVID-19, ບັນ ຈຸນັກຊ່ຽວຊານທັງຫຼາຍຈາກອົງການຈັດການເຫດສຸກເສີນລັດຖະບານກາງ, ສູນກາງເພື່ອການຄວບຄຸມ ແລະ ປ້ອງກັນໂຣກ ແລະ ອົງການອື່ນໆ.

ທີມທີ່ວ່ານັ້ນຈະຊ່ວຍລັດຕ່າງໆດ້ວຍ “ການປ້ອງກັນບັນຫາທີ່ສະເພາະເຈາະຈົງ, ກວດຫາ ແລະ ຕອບຮັບຕໍ່ການລະບາດຂອງສາຍພັນ ແດລຕ້າ ໃນບັນດາປະຊາຊົນທີ່ບໍ່ໄດ້ສັກຢາຢູ່ຊຸມຊົນຕ່າງໆທີ່ມີອັດຕາການສັກຢາຕໍ່າ,” ອີງຕາມການ ກ່າວຂອງທ່ານ ໄບເດັນ ຈາກຫໍປະຊຸມທິດໃຕ້ຂອງທຳນຽບຂາວ.

ທ່ານປະທານາທິບໍດີໄດ້ເຕືອນວ່າ “ພວກເຮົາບໍ່ສາມາດເພິງພໍໃຈໃນເວລານີ້.”

ບໍ່ດົນຫຼັງຈາກທ່ານ ໄບເດັນ ໄດ້ເວົ້າສຳເລັດ, ຜູ້ນຳຂອງພັກຣີພັບບລີກັນໃນສະພາສູງ ສະຫະລັດ, ທ່ານ ມິດຈ໌ ແມັກຄອນແນລ ໄດ້ກ່າວວ່າ ໃນລັດ ເຄັນຕັກກີ, ບ່ອນທີ່ປະຊາຊົນປະມານ 43 ເປີເຊັນ ແມ່ນໄດ້ສັກຢາຢ່າງຄົບຖ້ວນແລ້ວນັ້ນ, “ມັນບໍ່ມີເຫດຜົນທີ່ດີທີ່ຈະບໍ່ໄປສັກຢາ.”

ໂດຍແນເປົ້າໃສ່ຄຳປາໄສຂອງທ່ານ ກ່ຽວກັບ ຄວາມສົງໄສ ກ່ຽວກັບ ຢາວັກຊີນນັ້ນ, ທ່ານ ແມັກຄອນແນລ ໄດ້ກ່າວວ່າໃນຂະນະທີ່ຢາວັກຊີນບໍ່ໄດ້ຮັບປະກັນວ່າຄົນຈະບໍ່ຕິດ COVID-19 ນັ້ນ “ມັນເກືອບຈະຮັບປະກັນໄດ້ວ່າເຈົ້າຈະບໍ່ຕາຍຖ້າເຈົ້າຕິດມັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG