ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານ Biden ເຕືອນກ່ຽວກັບ ການລົງ​ໂທດ ​ໜັກຂຶ້ນ ຕໍ່ຣັດ​ເຊຍ (ສະໄລດ໌/ວີດີໂອ)


Ukraine SOTVO
please wait
Embed

No media source currently available

0:00 0:00:37 0:00
ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ​ໄດ້ເຕືອນ​ວ່າ
ສະຫະລັດອາດຈະທຳ ການລົງ​ໂທດ​ໜັກຂຶ້ນຕໍ່ຣັດ​ເຊຍ ຖ້າຣັດ
ເຊຍ ບ່ອນທຳລາຍຕໍ່​ການ​ເລືອກ​ຕັ້ງ​ຂອງ​ຢູເຄ​ຣນ​ໃນ​ວັນ​ທີ 25
ພຶດສະພາ ​ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ Biden ​ໄດ້​ກ່າວ​ເຖິງ​ຄວາມ​ເປັນ​ໄປ​ໄດ້ “ທີ່ຈະ​ລົງ​ໂທດ
ໜັກຂຶ້ນ”
ຕໍ່ຣັດ​ເຊຍ ຫຼັງຈາກ​ໂອ້​ລົ​ມ ກັບ​ປະທານາທິບໍດີ​
ໂຣເມເນຍ ທ່ານ Traian Basescu ​ໃນນະຄອນຫລວງ
Bucharest ໃນວັນ​ພຸດ​ມື້​ນີ້.

ຮອງ​ປະທານາທິບໍດີ Biden ​ໄດ້​ໄປ​ຮອດ​ນະຄອນ Bucharest
​ໃນ​ວັນ​ອັງຄານ​ວານ​ນີ້ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງການ​ປຸກລະດົມ ​ຂອງລັດຖະບານ ​ທ່ານໂອບາ
​ມາ ​ເພື່ອ​ໃຫ້ການຄ້ຳປະກັນຕໍ່ພັນທະມິດຂອງອົງການເນໂຕ້ ກ່ຽວກັບການສະໜັບສະໜຸນ
ຢ່າງເຂັ້ມແຂງຂອງ ສະຫະລັດ.

ທ່ານ​ໄດ້​ກ່າວ​ປະນາມຣັດ​ເຊຍ ​ເຖິງ​ການ​ປະກາດຮວມ​ເອົາແຫຼມ​ໄຄຣ​ເມຍ​ຂອງ​ຢູ​ເຄຣນ
ແບບ​ຜິດ​ກົດໝາຍເຂົ້າເປັນສ່ວນນຶ່ງຂອງດິນແດນຕົນ ​ໂດຍ​ກ່າວ​ວ່າ ຊາຍ​ແດນ​ຂອງ​ຢູ​ໂຣບ
ນັ້ນ “ບໍ່​ຄວນ​ທີ່ຈະມີການປ່ຽນ​ແປງອີກ ດ້ວຍອຳນາດ​ປາຍ​ປືນ.”
Crisis Turns Ukrainian Public Opinion
please wait

No media source currently available

0:00 0:03:19 0:00

ຄວາມວຸ້ນວາຍຍ້ອນພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະໜັບ​ສະນຸນຣັດ​ເຊຍ ຍັງສືບຕໍ່ ດຳເນີນຕໍ່ໄປ ໃນເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ອີກຄັ້ງນຶ່ງ ມົສ​ກູ​ໄດ້ຢືນຢັດ​ວ່າ ​ກອງທະຫານຂອງຕົນ​ຫຼາຍ​ສິບ​ພັນ​ຄົນ ທີ່​ຕັ້ງຢູ່​ໃກ້ໆກັບ
ຊາຍ​ແດນ​ຢູ​ເຄຣນນັ້ນ ​ເລີ່​ມຖອນ​ອອກໄປແລ້ວ ​ແຕ່​ກອງບັນຊາ​ການ​ຂອງກຸ່ມ​ເນໂຕ້
ກ່າວ​ວ່າຕົນ​ຍັງ​ບໍ່​ທັນ​ເຫັນ​ຫລັກຖານໃດໆ ກ່ຽວກັບການຖອນ​ທະຫານຣັດເຊຍ​ເທື່ອ.

ວໍ​ຊິງ​ຕັນ​ແລະກຸ່ມພັນທະມິດ​ເນໂຕ້ ໄດ້​ກ່າວ​ຫາ​ມົສກູ ຊ້ຳແລ້ວຊ້ຳອີກວ່າ ໃຊ້ການສົ່ງ​ກອງ​ທະຫານ​ໄປຍັງເຂດຊາຍແດນ ເພື່ອ​ຂົ່ມ​ຂູ່ຕໍ່​ລັດຖະບານ Kyiv ​ໃນ​ຂະນະ​ທີ່ຢູ​ເຄຣນ
ພວມກະກຽມ​ຈັດການ​ເລືອກຕັ້ງ​ປະທານາທິບໍດີ ທີ່​ກຳນົດ​ໃສ່​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້.
XS
SM
MD
LG