ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ເຕືອນເຖິງ ຜົນສະທ້ອນຮ້າຍແຮງ ຖ້າ ທ. ທຣຳ ບໍ່ປະສານງານ ໃນການຮັບມືກັບໄວຣັສໂຄໂຣນາ


ປະທານາທິບໍດີ ຜູ້ຖືກເລືອກໃໝ່ ທ່ານໂຈ ໄບເດັນ ເຂົ້າຮ່ວມກອງປະຊຸມກ່ຽວກັບ ເສດຖະກິດ ຢູ່ທີ່ ໂຮງມະຫໍລະສົບຄວີນ ໃນເມືອງວີລມິງຕັນ ລັດເດລາແວ, ວັນທີ 16 ພະຈິກ 2020.
ປະທານາທິບໍດີ ຜູ້ຖືກເລືອກໃໝ່ ທ່ານໂຈ ໄບເດັນ ເຂົ້າຮ່ວມກອງປະຊຸມກ່ຽວກັບ ເສດຖະກິດ ຢູ່ທີ່ ໂຮງມະຫໍລະສົບຄວີນ ໃນເມືອງວີລມິງຕັນ ລັດເດລາແວ, ວັນທີ 16 ພະຈິກ 2020.

ທ່ານໂຈ ໄບເດັນ ຜູ້ທີ່ຄາດໝາຍວ່າ ຈະຖືກເລືອກໃຫ້ເປັນປະທານາທິບໍດີ ໄດ້ກ່າວເຕືອນວ່າ ການປະຕິເສດທີ່ຈະຮັບຮູ້ການມອມໂອນອຳນາດຂອງປະທານາ ທິບໍດີ ດໍໂນລ ທຣຳ ຜູ້ທີ່ກຳລັງຈະພົ້ນຈາກຕຳແໜ່ງ ກ່ອນວັນສາບານໂຕເຂົ້າຮັບຕຳແໜ່ງ ໃນວັນທີ 20 ມັງກອນ ອາດເຮັດໃຫ້ມີຜົນສະທ້ອນທີ່ຮ້າຍແຮງ ທ່າມກາງໂຣກລະບາດໄວຣັສໂຄໂຣນາ.

ທ່ານໄບເດັນ ໄດ້ກ່າວ ໃນການຕອບຄຳຖາມຂອງບັນດານັກຂ່າວ ໃນວັນຈັນວານນີ້ ຢູ່ໃນເມືອງວີລມິງຕັນ ລັດເດລາແວ ວ່າ “ອີກຫຼາຍໆຄົນອາດເສຍຊີວິດໄດ້ ຖ້າພວກເຮົາບໍ່ປະສານງານກັນ.”

ທ່ານໄບເດັນ ອີກຄັ້ງນຶ່ງໄດ້ເຕືອນວ່າ “ລະດູໜາວທີ່ມືດມົນແທ້ເລີຍ” ຢູ່ຂ້າງໜ້າພວກເຮົາ ໄດ້ຮຽກຮ້ອງໃຫ້ລັດຖະສະພາຮັບຜ່ານຮ່າງກົດໝາຍ HEROES ຊຶ່ງໄດ້ນຳສະເໜີຊຸດເງິນກະຕຸ້ນເສດຖະກິດ ມູນຄ່າ 3 ພັນຕື້ໂດລາ ໃນການຮັບມືກັບຜົນກະທົບຮ້າຍແຮງຕໍ່ເສດຖະກິດຍ້ອນໂຄວິດ-19.

ທ່ານໄບເດັນ ໄດ້ກ່າວຕື່ມອີກວ່າ “ໃນຄວາມຄິດທີ່ວ່າ ທ່ານປະທານາທິບໍດີ ຍັງໄປຕີກັອຟ ແລະບໍ່ເຮັດຫຍັງກ່ຽວກັບມັນເລີຍນັ້ນ ແມ່ນເກີນກວ່າທີ່ຈະເຂົ້າໃຈໄດ້ ຢ່າງໜ້ອຍເຈົ້າຄວນຄຶດວ່າ ເພິ່ນຢາກຈະອອກໄປໃນພາບພົດທີ່ດີ.”

ທ່ານປະທານາທິບໍດີ ຜູ້ທີ່ຖືກເລືອກໃໝ່ ໄດ້ກ່າວວ່າ ປະຊາຊົນກຳລັງຈະບໍ່ມີປະ ກັນໄພດ້ານການຫວ່າງງານ 20 ລ້ານຄົນແມ່ນໃກ້ຈະສູນເສຍເຮືອນຊານຂອງພວກເຂົາເຈົ້າ ເພາະວ່າ ພວກເຂົາບໍ່ສາມາດຈ່າຍໜີ້ຄ່າບ້ານ ແລະ “ເຈົ້າມີຈຳນວນຫຼວງຫຼາຍທີ່ຈະຖືກໄຫລ່ອອກຈາກບ້ານ ແລະອັນນັ້ນຈະເປັນການໄຫລ່ອອກໄປຢູ່ຖະໜົນ ຍ້ອນພວກເຂົາບໍ່ສາມາດຈ່າຍຄ່າເຊົ່າເຮືອນ.”

ທ່ານໄບເດັນ ໄດ້ໃຫ້ຄຳເຫັນດັ່ງກ່າວ ຫຼັງຈາກທີ່ທ່ານ ແລະທ່ານນາງໂຄມາລາ ແຮຣິສ ຮອງປະທານາທິບໍດີຜູ້ຖືກເລືອກໃໝ່ ໄດ້ຮັບການແຈ້ງໃຫ້ຊາບກ່ຽວກັບສະພາບການດ້ານເສດຖະກິດຂອງສະຫະລັດ ຊຶ່ງກຳລັງປະເຊີນກັບສະພາບທີ່ຫຍຸ້ງຍາກສັບສົນ ຍ້ອນການເພີ້ມສູງຂຶ້ນຂອງກໍລະນີຕິດເຊື້ອໄວຣັສໂຄໂຣນາ. ການເພີ້ມຂຶ້ນໃນກໍລະນີຕິດເຊື້ອ ແລະການເຂົ້າຮັກສາໃນໂຮງໝໍ ໄດ້ກະຕຸ້ນໃຫ້ບັນດາຜູ້ປົກຄອງລັດ ແລະບັນດາເຈົ້າໜ້າທີ່ເທດສະບານບາງສ່ວນ ວາງມາດຕະການຈຳກັດຄືນໃໝ່ ຕໍ່ການດຳເນີນທຸລະກິດທັງຫຼາຍ ເພື່ອພະຍາຍາມຈະຫລຸດຜ່ອນການແຜ່ລະບາດຂອງໂຄວິດ-19.

“ຈະເວົ້າເຖິງຄວາມເປັນຈິງແລ້ວ ພວກເຮົາກໍາລັງຢູ່ໃນຂຸມທີ່ມືດມົນໃນເວລານີ້ ຢ່າງໜ້ອຍໃນເລື້ອງກ່ຽວກັບວ່າ ບ່ອນທີ່ພວກເຮົາຈະມຸ້ງໜ້າໄປກັບໄວຣັສໂຄວິດນີ້” ທ່ານໄບເດັນ ໄດ້ກ່າວໄປໃນລະຫວ່າງການປຶກສາຫາລືກັບບັນດາຜູ້ນຳຂອງ ທຸລະກິດແລະກຸ່ມແຮງງານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG