ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Biden ເຕືອນອີຣ່ານວ່າ ເວລາ ໃກ້ຈະໝົດ ລົງແລ້ວ


ຮອງປະທານາທິບໍດີ ທ່ານ Joe Biden ເຕືອນອີຣ່ານວ່າ ເວລາກໍາລັງຈະໝົດລົງແລ້ວ ໃນການດຳເນີນການດ້ານການທູດ.
ຮອງປະທານາທິບໍດີ ທ່ານ Joe Biden ເຕືອນອີຣ່ານວ່າ ເວລາກໍາລັງຈະໝົດລົງແລ້ວ ໃນການດຳເນີນການດ້ານການທູດ.
ຮອງ​ປະທານາທິບໍດີ Joe Biden ໄດ້​ເຕືອນ​ອີຣ່ານວ່າ ​ເວລາ​ກຳ
ລັງ​ຈະ​ໝົດ​ລົງ​ແລ້ວ​ກ່ຽວ​ກັບ​ການ​ແກ້​ໄຂ​ທາງ​ດ້ານ​ການ​ທູດ​ຕໍ່​ບັນ
ຫາ​ຂັດ​ແຍ້​ງ ​ໃນ​ເລື່ອງ​ໂຄງການ​ນິວ​ເຄລຍຂອງ​ອີຣ່ານນັ້ນ.

ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ຂອງ​ທ່ານ Biden ​ໄດ້​ມີ​ການ​ພິມ​ເຜີຍ​ແຜ່ ​ໃນ​ວັນ​ສຸກ​ມື້ນີ້ ​ໂດຍ​ໜັງສືພິມ Seueddeutsche Zeitung ຂອງ​ເຢຍ ຣະມັນ ຂະນະ​ທີ່​ທ່ານ​ເລີ້ມການ​ຢ້ຽມ
ຢາມ​ຕໍ່​ປະ​ເທດ​ດັ່ງກ່າວ ​ເພື່ອ​ເຂົ້າ ຮ່ວມ​ກອງ​ປະຊຸມ​ທີ່​ນະຄອນ Munich.

ຮອງ​ປະທານາທິບໍດີ Biden ​ເວົ້າວ່າ ຍັງ​ມີ​ເວລາ​ເຫຼືອຢູ່​ສຳລັບ​ການ​ກົດ ດັນ​ທາງ​ດ້ານ​ການ​ທູດ​ແລະ​ເສດຖະກິດ​ຕໍ່​ອີຣ່ານ ​ແຕ່​ທ່ານ​ກໍ​ເວົ້າວ່າ ​ໂອ ກາດ​ດັ່ງກ່າວ​ຈະ​ບໍ່​ມີ​ຕະຫຼອດ​ໄປ.
ທ່ານ​ກ່າວ​ວ່າ ອີຣ່ານສາມາດ​ຄາດ​ຫວັງ​ໄດ້​ເລີຍ​ວ່າ ຍັງ​ຈະ​ສືບ​ຕໍ່​ມີ​ການ​ລົງ​ໂທດ ​ແລະການ​ເພີ້ມຄວາມ​ກົດ​ດັນ ຂອງ​ນາໆ​ຊາດ.

ອີຣ່ານຢືນ​ຢັດ​ວ່າ ຕົນ​ດຳ​ເນີນ​ການຄົ້ນຄວ້າ​ກ່ຽວ​ກັບ​ເທັກ​ໂນ​ໂລ​ຈີ​ນິວ​ເຄລຍ​ເພື່ອ​ຈຸດປະສົງ​ໃນ​ທາງ​ສັນຕິ ຂະນະ​ທີ່​ສະຫະລັດ​ແລະ​ບັນດາ​ປະ ​ເທດ​ພັນທະ​ມິດ​ຕາ​ເວັນຕົກ​ເຊື່ອ​ວ່າ ຈຸດ
ປະສົງ​ຂອງ​ເຕຫະຣ່ານ​ແມ່ນ​ເພື່ອ ສ້າງ​ອາວຸດ​ນິວ​ເຄລຍ.

ນີ້​ເປັນ​ການເດີນທາງ​ໄປຢ້ຽ​ມຢາມ​ຕ່າງ​ປະ​ເທດຄັ້ງ​ທໍາ​ອິດ ​ຂອງ​ທ່ານ Biden ນັບ​ຕັ້ງ​ແຕ່ລັດ
ຖະບານທ່ານ Obama ສະ​ໃໜທີ​ສອງ​ເລີ້ມຂື້ນໃນວັນ​ທີ 20 ​ເດືອນ​ມັງກອນ. ທ່ານBiden​
ໄດ້​ເດີນທາງ​ໄປ​ເຖິງ​ນະ ຄອນ Berlin ໃນ​ວັນ​ສຸກ​ມື້ນີ້ເພື່ອເຈລະຈາ​ຫາລື​ກັບນາຍົກ​ລັດຖະ
ມົນຕີ ​ເຢຍຣະ​ມັນ ທ່ານ​ນາງ Angela Merkel. ​ເປັນ​ທີ່​ຄາດ​ກັນ​ວ່າ ພວກ ທ່ານ​ຈະ​ເພັ່ງ​ເລັງ​ໃສ່​ເລື່ອງ​ຊີ​ເຣຍ ​ແຕ່​ນອກຈາກ​ເລື່ອງຊີ​ເຣຍ​ແລ້ວ ການ​ ສົນທະນາ​ຂອງ​ພວກ​ທ່ານ ມີ​ທ່າ​ທາງ​ວ່າຈະ​ຮວມມທັງ​ເລື່​ອງເສດຖະກິດ​ຂອງໂລກ ອັ​ຟກາ​ນິສຖານ ​ແລະໂຄງການ​ນິວ​ເຄລຍຂອງອີຣ່ານ.

​ໃນ​ວັນ​ເສົາມື້ອື່ນ​ນີ້ທ່ານ Biden ຈະ​ກ່າວ​ຄໍາ​ປາ​ໄສທີ່​ກອງ​ປະຊຸມຄວາມ​ປອດ​ໄພທີ່​ນະຄອນມິ​ວນິກ ຄັ້ງ​ທີ 49 ຊຶ່ງ​ເປັນບ່ອນທີ່​ທ່ານ​ໄດ້​ກ່າວຄຳ ປາ​ໄສ​ເມື່ອສີ່​ປີ​ກ່ອນ. ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສະຫະລັດ​ ກ່າວ​ວ່າ ຢູ່​ນອກ​ກອງ​ປະຊຸມຄັ້ງນີ້ ທ່ານ Biden ຍັງຈະ​ທຳ​ການ​ພົບ​ປະ​ແບບ​ສອງ ຝ່າຍກັບ​ຫຼາຍໆ​ປະ​ເທດ ຮວມທັງລັດຖະມົນຕີ​ການ​ຕ່າງປະ​ເທດ
ຣັດ​ເຊຍ ທ່ານ Sergei Lavrov. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຮອງປະທານາທິບໍດີ ຈະ​ຖາມທ່ານ Lavrov ​ຢ່າງເປັນທີ່​ແຈ້ງ​ຂາວ​ກ່ຽວ​ກັບທ່າ​ທີ​ຂອງຣັດ​ເຊຍກ່ຽວ​ກັບ​ເລື່ອງຊີ​ເຣຍ.

ຣັດ​ເຊຍ ເປັນ​ພັນທະ​ມິດ​ກັບຊີ​ເຣຍ. ຣັດ​ເຊຍແລະ​ຈີນ ​ໄດ້​ໃຊ້​ສິດ​ຢັບຢັ້ງສາມ​ຄັ້ງ​ ຄັດຄ້ານ​ຍັດຕິຂອງສະພາ​ຄວາມ​ໝັ້ນ​ຄົງ ສະຫະ​ປະຊາ​ຊາດ ກ່ຽວ​ກັບຊີ​ເຣຍ ທີ່ພາ​ໃຫ້​ນາໆ​ຊາດ​ຕິຕຽນວ່າ ປ້ອງກັນ​ອຳນາດ​ການ​ປົກ ຄອງຂອງປະທານາທິບໍດີ Bashar al-Assad.

ທ່ານ Biden ຍັງ​ມີກຳນົດ​ທີ່​ຈະ​ພົບ​ປະທີ່​ນະຄອນ Munich ກັບ​ທູດ​ພິ​ເສດສະຫະ​ປະຊາ​ຊາດ​ແລະສັນນິບາດ​ອາຣັບ​ຮັບຜິດຊອບ​ກ່ຽວ​ກັບ​ເລື່ອງ ຊີ​ເຣຍທ່ານ Lakhdar Brahimi ຜູ້​ທີ່ໄດ້​ເຕືອນ​ວ່າ ຊີ​ເຣຍ “ກໍາລັງ​ຖືກ​ທໍາລາຍ” ​ແລະ​ຈະ​ພົບ​ກັບທ່ານ Moaz al-Khalib ປະ​ທານກຸ່ມສະພາ​ຝ່າຍ​ຄ້ານ​ຂອງຊີ​ເຣຍ.

ກ່ຽວຂ້ອງກັນ

XS
SM
MD
LG