ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ຕ້ອງການສ້າງການຮ່ວມມືລະດັບໂລກ ເພື່ອຕໍ່ຕ້ານ ຢາເສບຕິດເຟັນຕານີລ


ແຟ້ມຮູບ-ຮູບຜົງສີຟ້າຢູ່ເທິງໂຕະ ຢູ່ທີ່ສູນຜະລິດຢາເມັດເຟັນຕານີລ ແລະຫ້ອງທົດລອງສໍາລັບຢາບ້າ ທີ່ຖືກຢຶດໂດຍກອງທັບເມັກຊິກັນ ໃນເມືອງຄູລີອາຄານ, ລັດຊີນາໂລອາ, ປະເທດເມັກຊິໂກ, ວັນທີ 14 ກຸມພາ 2023.
ແຟ້ມຮູບ-ຮູບຜົງສີຟ້າຢູ່ເທິງໂຕະ ຢູ່ທີ່ສູນຜະລິດຢາເມັດເຟັນຕານີລ ແລະຫ້ອງທົດລອງສໍາລັບຢາບ້າ ທີ່ຖືກຢຶດໂດຍກອງທັບເມັກຊິກັນ ໃນເມືອງຄູລີອາຄານ, ລັດຊີນາໂລອາ, ປະເທດເມັກຊິໂກ, ວັນທີ 14 ກຸມພາ 2023.

ລັດຖະບານຂອງທ່ານໄບເດັນ ກໍາລັງເພີ້ມຄວາມພະຍາຍາມ ໃສ່ວິກິດການດ້ານຢາເສບຕິດເຟັນຕານີລ, ໂດຍການວາງມາດຕະການລົງໂທດ ໃສ່ກຸ່ມຄ້າຂາຍຢາ ເສບຕິດ ພ້ອມທັງປະກາດແຜນການຮ່ວມມືກັນ ຢູ່ໃນທົ່ວໂລກ ເພື່ອຕໍ່ສູ້ກັບການຄ້າຂາຍຢາເສບຕິດຢ່າງຜິດກົດໝາຍນີ້.

ຢາເຟັນຕາ​ນີລ (Fentanyl) ເປັນສານສັງເຄາະ​ໂອ​ປອຍ ໂດຍໃຊ້ເປັນຢາແກ້ປວດ ເຊິ່ງມີປະສິດທິພາບຮຸນແຮງກວ່າຢາມໍຟີນ 50 ຫາ 100 ເທົ່າ. ໃນປີ 2021 ການໃຊ້ສານເສບຕິດສັງເຄາະຈາກຢາ​ໂອ​ປອຍຫຼາຍເກີນໄປ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢູ່ໃນສະຫະລັດ ຫຼາຍກວ່າ 70,000 ຄົນ, ອີງຕາມຂໍ້ມູນຈາກສູນຄວບຄຸມ ແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC.

ຢູ່ໃນຖະແຫຼງການ, ທໍານຽບຂາວກ່າວວ່າ ພວກເຂົາເຈົ້າຈະດໍາເນີນງານຮ່ວມກັບບັນດາປະເທດພາຄີສາກົນ ເພື່ອສ້າງການຮ່ວມມືຢູ່ໃນທົ່ວໂລກ ສໍາລັບ “ປ້ອງກັນການຜະລິດຢາເສບຕິດທີ່ຜິດກົດໝາຍ, ຕິດຕາມກວດກາກ່ຽວກັບໄພ​ຂົ່ມ​ຂູ່ຂອງຢາເສບຕິດແບບຮີບດ່ວນ, ຂັດຂວາງການຄ້າຢາເສບຕິດ, ຕິດຕາມເບິ່ງແຫຼ່ງທີ່ມາຂອງເງິນທີ່ຜິດກົດໝາຍ, ແລະຕອບສະໜອງຕໍ່ຄວາມປອດໄພຢູ່ໃນສັງຄົມ ແລະຜົນກະທົບຕໍ່ດ້ານສາທາລະນະສຸກ.”

“ການປະຕິບັດງານຮ່ວມກັນຢູ່ໃນທົ່ວໂລກດັ່ງກ່າວນີ້ ຈະເປັນການພັດທະນາການແກ້ໄຂບັນຫາຫຼາຍໆຢ່າງ, ຜັກດັນການເຄື່ອນໄຫວຕ່າງໆລະດັບຊາດ, ສ້າງການ ດໍາເນີນງານແລະຍົກລະດັບການຮ່ວມມືລະຫວ່າງປະເທດທີ່ມີແນວຄິດຄືກັນແລະ ຕົກລົງເຫັນດີ ທີ່ຈະຕໍ່ຕ້ານການຜະລິດຢາເສບຕິດ ທີ່ຜິດກົດໝາຍ ເຊິ່ງຈະຕ້ອງເປັນນະໂຍບາຍທີ່ມີຄວາມສໍາຄັນລະດັບໂລກ,” ອີງຕາມລາຍງານຂອງທໍານຽບຂາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG