ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໄບເດັນ ປະຕິຍານ ທີ່ຈະຂະຫຍາຍ ການສັກຢາວັກຊີນ ກັນ COVID-19


ທ່ານນາງ ເພັນນີ ຄຣາຄາສ, ຈາກພະນັກສາທາລະນະສຸກເມືອງ ເຈສເຕີ ຕື່ມຫຼອດສັກຢາ ດ້ວຍຢາວັກຊີນ COVID-19 ຂອງບໍລິສັດ Moderna ຢູ່ສູນບໍລິການລັດຖະບານເມືອງ ເຈສເຕີ, ລັດເພັນຊິລເວເນຍ. 29 ທັນວາ, 2020.
ທ່ານນາງ ເພັນນີ ຄຣາຄາສ, ຈາກພະນັກສາທາລະນະສຸກເມືອງ ເຈສເຕີ ຕື່ມຫຼອດສັກຢາ ດ້ວຍຢາວັກຊີນ COVID-19 ຂອງບໍລິສັດ Moderna ຢູ່ສູນບໍລິການລັດຖະບານເມືອງ ເຈສເຕີ, ລັດເພັນຊິລເວເນຍ. 29 ທັນວາ, 2020.

ຜູ້ທີ່ຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ ທ່ານ ໂຈ ໄບເດັນ ເວົ້າວ່າທ່ານຈະຕໍ່ສູ້ກັບ COVID-19 ຢ່າງແຂງຂັນກວ່ານີ້, ລວມທັງຂະຫຍາຍການສັກຢາ, ໃນຂະນະທີ່ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ປະຕິເສດການຕຳໜິຕິຕຽນ ກ່ຽວກັບ ການຮັບມືກັບໂຣກລະບາດທີ່ໄດ້ສັງຫານເກືອບ 339,000 ຄົນໃນ ສະຫະລັດ.

ປະເທດແມ່ນໄດ້ເຫັນຄວາມກ້າວໜ້າໃນສອງສາມວັນທີ່ຜ່ານມາຈາກການຕິດເຊື້ອສູງສຸດໃນສອງເດືອນ, ແຕ່ມັນຍັງມີກໍລະນີໃໝ່ເພີ່ມເຕີມສະເລ່ຍຫຼາຍກວ່າ​ 180,000 ກໍລະນີຕໍ່ວັນ ແລະ ບັນດາເຈົ້າໜ້າທີ່ສາທາລະນະສຸກໄດ້ເຕືອນວ່າ ການເດີນທາງໃນວັນພັກ ແລະ ການເຕົ້າໂຮມກັນຕ່າງໆ ອາດເຮັດໃຫ້ອັດຕາການຕິດເຊື້ອສູງຂຶ້ນຄືນອີກ.

ດ້ວຍບໍ່ເຖິງນຶ່ງເດືອນກ່ອນທ່ານເຂົ້າດຳລົງຕຳແໜ່ງ, ທ່ານ ໄບເດັນ ໄດ້ກ່າວໃນ ວັນອັງຄານວານນີ້ຫຼັງຈາກກອງປະຊຸມລາຍງານກັບບັນດາຜູ້ຊ່ຽວຊານວ່າ ລັດຖະບານທ່ານ ທຣຳ ແມ່ນ “ກຳລັງຫຼ້າຊ້າ” ໃນການດຳເນີນການສັກຢາຂອງເຂົາເຈົ້າ.

ທ່ານ ໄບເດັນ ໄດ້ຕັ້ງເປົ້າໝາຍທີ່ຈະສັກຢາ 100 ລ້ານຫຼອດໃນລັດຖະບານຂອງທ່ານໃນລະ ຫວ່າງ 100 ວັນທຳອິິດໃນຖານະເປັນປະທານາທິບໍດີ.

ໜ່ວຍປະຕິບັດການສາຍຟ້າແລບຂອງລັດຖະບານທ່ານ ທຣຳ ໄດ້ແນເປົ້າໃສ່ການເລັ່ງເວລາສຳລັບການພັດທະນາຢາວັກຊີນ, ແລະ ບັນດາຜູ້ນຳຂອງເຂົາເຈົ້າຄາດວ່າ ປະຊາຊົນ ອາເມຣິກັນ 20 ລ້ານຄົນຈະຖືກສັກຢາພາຍໃນທ້າຍເດືອນທັນວານີ້. ຂໍ້ມູນຫຼ້າສຸດຈາກສູນກາງຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ ໄດ້ສະແດງໃຫ້ເຫັນວ່າປະຊາຊົນປະມານ ສອງລ້ານນຶ່ງແສນຄົນ ແມ່ນໄດ້ຮັບການສັກຢາຫຼອດທຳອິດຈາກສອງຫຼອດ.

ໂຄສົກທຳນຽບຂາວທ່ານນາງ ເຄລີ ແມັກເອແນນີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ເມື່ອຕອນແລງວັນອັງຄານວານນີ້ວ່າ “ຢາວັກຊີນເກືອບ 20 ລ້ານຫຼອດທຳອິດໄດ້ຖືກແຈກຈ່າຍໃຫ້ຫຼາຍລັດ ສຳລັບການນຳສົ່ງໃນທັນທີ ແລະ ທຳການສັກຕາມການຊີ້ນຳຂອງເຂົາເຈົ້າ, ແລະ ຂະບວນການນີ້ແມ່ນກຳລັງກ້າວໄປຢ່າງວ່ອງໄວ. ໃນຂະນະທີ່ການຕຳໜິຕິຕຽນພັກການເມືອງບໍ່ໄດ້ສະໜອງສິ່ງທີ່ເປັນປະໂຫຍດຫຍັງ ມີແຕ່ຄຳເວົ້າທີ່ເຮັດໃຫ້ຄົນ ອາເມຣິກັນ ຢ້ານເພື່ອຄວາມເສຍຫາຍທາງການເມືອງນັ້ນ, ປະທານາທິບໍດີ ທຣຳ ແມ່ນໄດ້ບັນລຸໜ້າທີ່ຂອງທ່ານ.”

ທ່ານ ໄບເດັນ ໄດ້ກ່າວວ່າ ດ້ວຍຢາວັກຊີນທີ່ມີຢູ່ນັ້ນ, ທ່ານໝັ້ນໃຈວ່າປະເທດຈະສາມາດກັບໄປສູ່ສະພາບປົກກະຕິ, ແຕ່ບໍ່ແມ່ນໃນທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG