ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ໄບ​ເດັນ ປະ​ຕິ​ຍານ​ທີ່​ຈະ​ວາງ​ມາດ​ຕະ​ການ​ທີ່​ສ້າງ​ຄວາມ​ເສຍ​ຫາຍ ​ຕໍ່​ ອີ​ຣ່ານ ຍ້ອນການ​ໂຈມ​ຕີ​ຜູ້​ປະ​ທ້ວງ


ຜູ້​ປະ​ທ້ວງ​ຈູດ​ໄຟ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຍ້ອນ​ການ​ເສຍ​ຊີ​ວິດ​ຂອງ​ນາງ ມາ​ຊາ ອາ​ມີ​ນີ ໃນ​ຂະ​ນະ​ທີ່​ຖືກ​ຕຳຫຼວດ​ສິນ​ທຳ​ກັກ​ຂັງ, ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ອີ​ຣ່ານ, 21 ກັນ​ຍາ 2022. (West Asia News Agency via Reuters)
ຜູ້​ປະ​ທ້ວງ​ຈູດ​ໄຟ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຍ້ອນ​ການ​ເສຍ​ຊີ​ວິດ​ຂອງ​ນາງ ມາ​ຊາ ອາ​ມີ​ນີ ໃນ​ຂະ​ນະ​ທີ່​ຖືກ​ຕຳຫຼວດ​ສິນ​ທຳ​ກັກ​ຂັງ, ນະ​ຄອນຫຼວງ ເຕ​ຫະ​ຣ່ານ, ອີ​ຣ່ານ, 21 ກັນ​ຍາ 2022. (West Asia News Agency via Reuters)

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ສະ​ຫະ​ລັດ ມີ​ແຜນ​ທີ່​ຈະ “ວາງ​ມາດ​ຕະ​ການ​ເພື່ອ​ສ້າງ​ຄວາມ​ເສຍ​ຫາຍ​ເພີ່ມ​ເຕີມ” ໃນ​ອາ​ທິດນີ້​ຕໍ່ ອີ​ຣ່ານ​ ສຳ​ລັບ​ການ​ທຳ​ຮ້າຍ​ຜູ້​ເດີນ​ຂະ​ບວນ ທີ່​ທຳ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ຍ້ອນການ​ເສຍ​ຊີ​ວິດ​ຂອງ​ແມ່​ຍິງ​ຄົນ​ນຶ່ງ​ທີ່​ຖືກ​ກັກ​ຂັງ​ໂດຍ​ຕຳຫຼວດ​ສິນ​ທຳ​ສຳ​ລັບ​ການບໍ່​ໃສ່​ຜ້າ​ຄຸມ​ຫົວຢ່າງ​ຖືກ​ຕ້ອງ.

ທ່ານ ໄບ​ເດັນ, ໃນ​ຂໍ້​ຄວາມ​ທີ່​ຂຽນ​ຢູ່​ທວິດ​ເຕີ​ນັ້ນ, ບໍ່​ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ການ​ດຳ​ເນີນ​ການ​ໃດ​ທີ່ ສະ​ຫະ​ລັດ ຈະ​ໃຊ້​ຕໍ່​ລັດ​ຖະ​ບານ ເຕ​ຫະ​ຣ່ານ.

ທ່ານ​ໄດ້​ກ່າວ​ວ່າ, “ສະ​ຫະ​ລັດ ຢືນ​ຄຽງ​ຂ້າງ​ກັບ​ແມ່​ຍິງ ອີ​ຣ່ານ ແລະ ປະ​ຊາ​ຊົນ ອີ​ຣ່ານ ຜູ້​ທີ່​ເປັນ​ແຮງ​ບັນ​ດານ​ໃຈ​ຕໍ່​ໂລກ​ດ້ວຍ​ຄວາມ​ກ້າ​ຫານ​ຂອງ​ເຂົາ​ເຈົ້າ. ພວກ​ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ສິດ​ທິ​ຂອງ​ປະ​ຊາ​ຊົນ ອີ​ຣ່ານ ເພື່ອ​ປະ​ທ້ວງ​ຢ່າງ​ອິດ​ສະຫຼະ.”

ມັນ​ເປັນ​ວັນ​ທີ​ສອ​ງ​ຕິດ​ຕໍ່​ກັນ ​ທີ່​ທຳ​ນຽບ​ຂາວ​ໄດ້​ໂຈມ​ຕີ​ການ​ປາບ​ປາມ​ການ​ປະ​ທ້ວງ​ຂອງ ອີ​ຣ່ານ ຍ້ອນ​ການ​ຕາຍ​ຂອງ​ນາງ ມາ​ຊາ ອາ​ມີ​ນີ ອາ​ຍຸ 22 ປີ.

ໃນ​ວັນ​ຈັນ​ທີ່​ຜ່ານ​ມາ, ໂຄ​ສົກ​ທ່ານ ໄບ​ເດັນ ທ່ານ​ນາງ ຄາ​ຣີນ ຊັອງ ປີ​ແອ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ, “ພວກ​ເຮົາ​ຕື່ນ ແລະ ຕົກ​ໃຈ​ກັບ​ລາຍ​ງານ ກ່ຽວ​ກັບ ພວກ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ​ໄດ້​ຕອບ​ໂຕ້​ຕໍ່​ການ​ປະ​ທ້ວງ​ທີ່​ສັນ​ຕິ ​ຂອງ​ພວກ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ດ້ວຍ​ຄວາມ​ຮຸນ​ແຮງ ແລະ ການ​ຈັບ​ກຸມ​ຄົນ​ຢ່າງຫຼວງຫຼາຍ.”

ທ່ານ​ນາງ ຊັອງ ປີ​ແອ ໄດ້​ກ່າວ​ວ່າ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍ​າ​ໄລ​ໃນ ອີ​ຣ່ານ ແມ່ນ “ມີ​ສິດ​ຄຽດ​ແຄ້ນ” ກັບ​ການ​ຕາຍ​ຂອງ​ນາງ ອາ​ມີ​ນີ ແລະ ໄດ້​ກ່າວ​ວ່າ​ການ​ຈັບ​ກຸມ​ຜູ້​ປະ​ທ້ວງ​ແມ່ນ​ປະ​ເພດ​ຂອງ​ເຫດ​ການ​ທີ່​ກໍ່​ໃຫ້​ປະ​ຊາ​ຊົນ​ໄວ​ໜຸ່ມ​ໃນ ອີ​ຣ່ານ ຕ້ອງ​ໜີ​ອອກ​ຈາກ​ປະ​ເທດ “ແລະ ຊອກ​ຫາ​ກຽດ​ສັກ​ສີ ແລະ ໂອ​ກາດ​ຢູ່​ບ່ອນ​ອື່ນ.”

ຜູ້​ນຳ​ສານ​ສູງ​ສຸດ​ຂອງ ອີ​ຣ່ານ ອາ​ຢາ​ໂທ​ລາ ອາ​ລີ ຄາ​ເມ​ນີ ໄດ້​ກ່າວ​ວ່າ​ການ​ປະ​ທ້ວງ​ຢ່າງກວ້າງ​ຂວາງ​ລຸນຫຼັງ​ການ​ຕາຍ​ຂອງ​ນາງ ອາ​ມີ​ນີ ບໍ່​ແມ່ນ​ການ​ກະ​ທຳ​ຂອງ “ປະ​ຊາ​ຊົນ ອີ​ຣ່ານ ທຳ​ມະ​ດາ” ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ກ່າວ​ຫາ ສະ​ຫະ​ລັດ ແລະ ອິ​ສ​ຣາ​ແອ​ລ ກ່ຽວ​ກັບ ການ​ວາງ​ແຜນ​ການ​ປະ​ທ້ວງ.

ການ​ປະ​ທ້ວງ​ທີ່​ວ່າ​ນັ້ນ, ເຊິ່ງ​ຕອນນີ້​ແມ່ນ​ເປັນ​ອາ​ທິດ​ທີ​ສາມ​ແລ້ວ​, ໄດ້​ພົບ​ກັບ​ການ​ປາບ​ປາມ​ໂດຍ​ຕຳຫຼວດ ແລະ ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ. ຖະ​ແຫຼງ​ການ​ລັດ​ຖະ​ບານ​ທີ່​ຖືກ​ຮວບ​ຮວມ​ໂດຍ​ອົງ​ການ​ຂ່າວ AP ​ໄດ້​ລາຍ​ງານ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ ຢ່າງ​ໜ້ອຍ 14 ຄົນ​ພ້ອມ​ກັບ​ການ​ຈັບ​ກຸມ 1,500 ຄົນ, ໃນ​ຂະ​ນະ​ທີ່​ກຸ່​ມປົກ​ປ້ອງ​ສິດ​ທິ​ມະ​ນຸດ​ກ່າ​ວ​ວ່າ ​ຢ່າງ​ໜ້ອຍ 130 ຄົນ​ໄດ້​ເສຍ​ຊີ​ວິດກັບຫຼາຍ​ພັນ​ຄົນ​ຖືກ​ຈັບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG