ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໄບ​ເດັນ ປະ​ກາດ​ວ່າ ອົງ​ການ​ເນ​ໂຕ້ ຈະ​​ເອົາ​ມາດ​ຕະ​ການຕອບ​ໂຕ້ ຖ້າ​ຣັດ​ເຊຍ ໃຊ້​ອາ​ວຸດ​ເຄ​ມີ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ພວມ​ກ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ ​ຂອ​ງ​ອົງ​ການ​ເນ​ໂຕ້ ແລະ​ກຸ່ມ​ຈີ 7 ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ໃນ​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 24 ມີ​ນາ 2022.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ພວມ​ກ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ ​ຂອ​ງ​ອົງ​ການ​ເນ​ໂຕ້ ແລະ​ກຸ່ມ​ຈີ 7 ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ໃນ​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ວັນ​ທີ 24 ມີ​ນາ 2022.

ຈະ​ມີ​ການ​ເອົາ​ມາດ​ຕະ​ການ​ຕອບ​ໂຕ້​ທາງ​ທະ​ຫານ ຖ້າ​ຣັດ​ເຊຍ ​ຫາກ​ໃຊ້​ອາ​ວຸດ​ເຄ​ມີ ໃນ​ຢູ​ເຄ​ຣນ ນັ້ນ​ຄື​ຄຳ​ຖະ​ແຫຼງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ວັນ​ພະ​ຫັດວານນີ້.

“ມັນ​ຈະ​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ແບບ​ດຽວ​ກັນ” ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ແລະ​ທ່ານ​ກ່າວ​ຕື່ມວ່າ “ແມ່ນ​ຫຼື​ບໍ່ ​ທີ່ເຈົ້າ​ຖາມ​ວ່າ ​ອົງ​ການ​ເນ​ໂຕ້​ຈະ​ຂ້າມ​ເສັ້ນຫຼື​ບໍ່ (ເຂົ້າ​ໄປ​ໃນ​ປະ​ເທດ​ຢູເຄ​ຣນ​ເພື່ອປະ​ເຊີນ​ໜ້າ​ກັບ​ກຳ​ລັງ​ຣັດ​ເຊຍ) ພວກ​ເຮົາ​ຈະ​ເຮັດ​ການ​ຕັດ​ສິນ​ໃຈ​ນັ້ນ ໃນ​ເວ​ລາ​ທີ່​ມັນ​ມາ​ເຖິງ.

ນອກນັ້ນ ປະ​ທາ​ນາ​ທິ​ບໍດີ​ສະ​ຫະ​ລັດ ຍັງ​ກ່າວ​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ອົງ​ການ​ສົນ​ທິ​ສັນ​ຍາ​ແອັດ​ແລນ​ຕິກ​ເໜືອ​ຫຼື ​ເນ​ໂຕ້ ວ່າ ຣັດ​ເຊຍ​ຄວນ​ຖືກ​ຂັບ​ໄລ່​ອອກ​ຈາກ​ກຸ່ມ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່ໆ ຫືຈີ 20 ແລະ​ຢູ​ເຄ​ຣນ​ຄວນ​ໄດ້​ຮັບ​ອະ​ນຸ​ຍາດ ​ໃຫ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ ຂອງ​ກຸ່ມ​ຈີ 20.

ຕຶກ​ຫ້ອງ​ການ​ທ້ອງ​ຖິ່ນ ​ທີ່​ເຕັມ​ໄປ​ດ້ວຍ​ຊາກ​ຫັກ​ພັງ​ຂອງ​ຕຶກ​ອາ​ຄານ ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ໃນ​ຕົ້ນ​ເດືອນ​ນີ້ ທີ່​ເມືອງ​ຄາ​ກີບ ​ວັນ​ທີ 24 ມີ​ນາ 2022.
ຕຶກ​ຫ້ອງ​ການ​ທ້ອງ​ຖິ່ນ ​ທີ່​ເຕັມ​ໄປ​ດ້ວຍ​ຊາກ​ຫັກ​ພັງ​ຂອງ​ຕຶກ​ອາ​ຄານ ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ໃນ​ຕົ້ນ​ເດືອນ​ນີ້ ທີ່​ເມືອງ​ຄາ​ກີບ ​ວັນ​ທີ 24 ມີ​ນາ 2022.

ທ່ານ​ໄບ​ເດັນ​ໃຫ້​ການ​ຢືນ​ຢັນ​ວ່າ ບັນ​ຫາ​ດັ່ງ​ກ່າວ​ໄດ້​ຖືກ​ຍົກ​ຂຶ້ນ​ມາ​ຫາ​ລື​ກັນ​ໃນ​ລະຫ​ວ່າງ​ການ​ພົບ​ປະ​ຂອງ​ທ່ານ​ກັບ​ພວກ​ຜູ້​ນຳ​ໂລກ ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະທີ່​ພວກ​ທ່ານ​ລະ​ນຶກ​ເຖິງ​ຂີດ​ໝາຍ​ຄົບ​ຮອບ​ນຶ່ງ​ເດືອນນັບ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ລຸກ​ເຂົ້າໄປໃນ​ປະ​ເທດ​ຢູ​ເຄ​ຣນ.

ເມື່ອ​ມີ​ການ​ຖາມ​ວ່າ ຢູ​ເຄ​ຣນ​ຈຳ​ເປັນ​ຕ້ອງ​ໄດ້​ສະ​ຫຼະ​ດິນ​ແດນ​ໃດໆ​ຂອງ​ຕົນ ​ເພື່ອ​ໃຫ້ບັນ​ລຸ​ການ​ຢຸດ​ຍິງ​ກັບ​ຣັດ​ເຊຍ​ຫຼື​ບໍ່ ທ່ານ​ໄບ​ເດັນ​ຕອບ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຊື່​ອ​ວ່າ ເຂົາ​ເຈົ້າ​ຈະ​ຕ້ອງ​ເຮັດ​ແບບນັ້ນ” ແຕ່ນັ້ນ​ແມ່ນ​ການ​ຕັດ​ສິນ​ໃຈ​ ຂອງ​ກີ​ຢິບ​ ທີ່​ຈະ​ຕ້ອງເຮັດ.

ຢູ່​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທ່ານ​ໄບ​ເດັນ​ເວົ້າ​ວ່າ ສະ​ຫະ​ລັດ​ແມ່ນ​ມີ​ຄວາມ​ໝັ້ນ​ໝາຍເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ເປັນ​ເງິນ​ຫຼາຍກວ່າ 1 ຕື້​ໂດລາ “ສຳ​ລັບຊ່ວຍ​ບັນ​ເທົາທຸກພວກ​ອົບ​ພະ​ຍົບ​ຢູ​ເຄ​ຣນ​ຫຼາຍ​ລ້ານ​ຄົນ ທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.”

ປະ​ທາ​ນາ​ທິ​ບໍ​ດີ​ເວົ້າ​ວ່າ “ໂດຍ​ການ​ເພັ່ງ​ເລັງ​ໃສ່​ໃຫ້​ຄອບ​ຄົວ​ໄດ້​ເຕົ້າ​ໂຮມ​ກັນ” ສະຫະ​ລັດ​ຈະ​ຮັບ​ເອົາ​ອົບ​ພະ​ຍົບ​ຢູ​ເຄ​ຣນ 100,000 ຄົນ ແລະ​ລົງ​ທຶນ 320 ​ລ້ານ​ໂດ​ລາ​ເພື່ອ​ສະ​ໜັບ​ສະ​ໜຸນ​ການ​ຟື້ນ​ຕົວ​ຄືນ​ຂອງ​ປະ​ຊາ​ທິ​ປະ​ໄຕ ແລະ​ປົກ​ປ້ອງ​ສິດທິ​ມະ​ນຸດ​ໃນ​ປະ​ເທດ​ຢູ​ເຄ​ຣນ ແລະ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ.

ອົງ​ການ​ເນ​ໂຕ້​ປະ​ກາດ​ໃນ​ຕອນ​ເຊົ້​າ​ວັນ​ພະ​ຫັດ​ວານນີ້​ວ່າ ​ພະ​ແນກ​ການ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ກຸ່ມ​ພັນ​ທະ​ມິດຈະ​ເສີມ​ຂະ​ຫຍາຍ​ຄວາມ​ອາດ​ສາ​ມາດ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີໄດ້​ຮ້ອງ​ຂໍ​ໃຫ້​ພວກ​ຜ້​ນຳ​ຂອງ​ເນ​ໂຕ້​ສະ​ໜອງ​ອາ​ວຸດ​ ໃນ​ຈຳ​ນວນ​ເພີ້ມ​ຂຶ້ນ ​ໃຫ້​ແກ່​ປະ​ເທດ​ຂອງ​ທ່ານ “ໂດຍ​ບໍ່​ມີ​ຂີ​ດຈຳ​ກັດ” ໃນ​ຂະ​ນະ​ທີ່​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່ຢູ​ເຄ​ຣນກ້າວ​ເຂົ້າ​ສູ່​ເດືອນ​ທີ ສອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG