ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ປະຕິຍານ ທີ່ຈະຟື້ນຟູເສດຖະກິດ ສຳລັບປະຊາຊົນ ອາເມຣິກັນ ທຸກຄົນ


ຜູ້ທີ່ຄາດວ່າ ຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ທ່ານ ໂຈ ໄບເດັນ ເດີນທາງອອກຈາກກອງປະຊຸມຖະແຫຼງຂ່າວ ຫຼັງຈາກການນຳສະເໜີຊື່ພວກທີ່ຈະເຂົ້າຮັບຕຳແໜ່ງນະໂຍບາຍເສດຖະກິດຂອງທ່ານ ຢູ່ໂຮງລະຄອນ The Queen. ນະຄອນ ວິລມິງຕັນ, ລັດ ເດລາແວ. 1 ທັນວາ, 2020. (AP Photo/Andrew Harnik)
ຜູ້ທີ່ຄາດວ່າ ຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ທ່ານ ໂຈ ໄບເດັນ ເດີນທາງອອກຈາກກອງປະຊຸມຖະແຫຼງຂ່າວ ຫຼັງຈາກການນຳສະເໜີຊື່ພວກທີ່ຈະເຂົ້າຮັບຕຳແໜ່ງນະໂຍບາຍເສດຖະກິດຂອງທ່ານ ຢູ່ໂຮງລະຄອນ The Queen. ນະຄອນ ວິລມິງຕັນ, ລັດ ເດລາແວ. 1 ທັນວາ, 2020. (AP Photo/Andrew Harnik)

ຜູ້ທີ່ຄາດວ່າ ຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ຄົນໃໝ່ທ່ານ ໂຈ ໄບເດັນ, ທີ່ກຳລັງປະ ເຊີນກັບເສດຖະກິດທີ່ອ່ອນກຳລັງລົງຍ້ອນໂຣກລະບາດໄວຣັສໂຄໂຣນານັ້ນ, ໄດ້ປະຕິຍານໃນວັນອັງຄານວານນີ້ວ່າຈະສ້າງ “ເສດຖະກິດຂອງ ອາເມຣິກາ ຄືນໃໝ່ທີ່ໄດ້ຜົນສຳລັບປະຊາຊົນ ອາເມຣິກັນ ທຸກຄົນ” ເວລາ ທີ່ທ່ານເຂົ້າດຳລົງຕຳແໜ່ງໃນວັນທີ 20 ມັງກອນ.

ທ່ານ ໄບເດັນ ໄດ້ກ່າວໃນບ້ານຂອງທ່ານທີ່ນະຄອນ ວິລມິງຕັນ, ລັດ ເດລາແວ ວ່າ “ຂ້າພະເຈົ້າຮູ້ວ່າຊ່ວງເວລານີ້ແມ່ນຫຍຸ້ງຍາກຫຼາຍ, ແຕ່ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າ ການຊ່ວຍເຫຼືອແມ່ນກຳ ລັງມາ, ໃນຂະນະທີ່ທ່ານໄດ້ນຳສະເໜີທີ່ປຶກສາດ້ານເສດຖະກິດຄົນສຳຄັນຂອງທ່ານ, ເຊິ່ງລວມມີອະດີດປະທານທະນາຄານກາງ ທ່ານນາງ ແຈນເນັດ ແຢລເລັນ ເປັນຜູ້ຖືກສະເໜີຊື່ຂອງທ່ານສຳລັບຕຳແໜ່ງລັດຖະມົນຕີກະຊວງການເງິນ.

ທ່ານ ໄບເດັນ ໄດ້ຮຽກຮ້ອງລັດຖະສະພາ, ບ່ອນທີ່ການເຈລະຈາຕ່າງໆໄດ້ຢຸດຊະງັກເປັນເວລາຫຼາຍເດືອນ ກ່ຽວກັບ ການໃຫ້ການຊ່ວຍເຫຼືອໄວຣັສໂຄໂຣນາ ເພີ່ມເຕີມຕໍ່ບັນດາພະນັກງານ ແລະ ທຸລະກິດຕ່າງໆ, “ໃຫ້ຮັບຜ່ານໂຄງການຊ່ວຍເຫຼືອຂະໜາດໃຫຍ່ໃນເດືອນທັນວາ ກ່ອນສະມາຊິກສະພາທີ່ຖືກເລືອກໃໝ່ຈະເຂົ້າດຳລົງຕຳແໜ່ງໃນເດືອນມັງກອນ.

ແຕ່ທ່ານໄດ້ຍອມຮັບວ່າ ການຊ່ວຍເຫຼືອໃໝ່ໃດໆ “ແມ່ນມີຄວາມເປັນໄປໄດ້ວ່າ ຈະດີທີ່ສຸດເພື່ອເປັນການເລີ່ມຕົ້ນເທົ່ານັ້ນ” ແລະ ໄດ້ສັນຍາທີ່ຈະຂະຫຍາຍຂໍ້ສະເໜີການໃຊ້ຈ່າຍໃໝ່ ເວລາທີ່ທ່ານເລີ່ມປະຕິບັດໜ້າທີ່ສີ່ປີຂອງທ່ານ.

ດ້ວຍໄວຮັສໂຄໂຣນາຫຼາຍສິບພັນກໍລະນີໃໝ່ຖືກບັນທຶກທຸກໆວັນໃນ ສະຫະລັດ ນັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າ ຊະຕາກຳທາງເສດຖະກິດສຳລັບປະຊາຊົນ ອາເມຣິກັນ ແມ່ນບໍ່ເທົ່າທຽມກັນ, ເຊິ່ງແມ່ນສ່ວນນຶ່ງຂອງສິ່ງທີ່ບັນດານັກເສດຖະສາດເອີ້ນວ່າ ການຟື້ນຟູຮູບ K.

ທ່ານ ໄບເດັນ ກ່າວວ່າ “ສຳລັບຜູ້ທີ່ຢູ່ໃນລະດັບສູງ, ວຽກງານແມ່ນໄດ້ກັບຄືນມາ, ແລະ ຄວາມຮັ່ງມີຂອງເຂົາເຈົ້າແມ່ນກຳລັງສູງຂຶ້ນ. ແຕ່ສຳລັບຜູ້ທີ່ຢູ່ໃນລະດັບກາງ ແລະ ລຸ່ມ, ມັນເປັນການເລື່ອນລົງໄປທາງລຸ່ມ. ເຂົາເຈົ້າຖືກປ່ອຍໃຫ້ຄິດຫາວິທີຈ່າຍໃບເກັບເງິນຕ່າງໆ ແລະ ຫາອາຫານມາກິນຢູ່ໂຕະຂອງເຂົາເຈົ້າ.”

ທ່ານໄດ້ກ່າວວ່າ “ຜູ້ເຊົ່າບ່ອນຢູ່ເກືອບນຶ່ງໃນທຸກໆ 6 ຄົນແມ່ນຈ່າຍຄ່າເຊົ່າຂອງເຂົາເຈົ້າຊ້ານັບຕັ້ງ ແຕ່ທ້າຍເດືອນຕຸລາເປັນຕົ້ນມາ.”

ທ່ານໄດ້ກ່າວວ່າ ທີມທີ່ປຶກສາດ້ານເສດຖະກິດຂອງທ່ານ “ຈະສ້າງການຟື້ນຟູສຳລັບທຸກຄົນ ແລະ ເຮັດໃຫ້ເສດຖະກິດນີ້ເຄື່ອນໄຫວອີກຄັ້ງ.”

ທ່ານນາງ ແຢລເລັນ, ຖ້າຖືກຢືນຢັນໂດຍສະພາສູງ, ຈະເປັນແມ່ຍິງຄົນທຳອິດທີ່ຈະນຳພາກະຊວງການເງິນໃນປະຫວັດສາດ 231 ປີຂອງເຂົາເຈົ້າ. ທ່ານນາງໄດ້ເອີ້ນຜົນສະທ້ອນຂອງໄວຣັສໂຄໂຣນາຕໍ່ສະເສດຖະກິດ ສະຫະລັດ, ເຊິ່ງໃຫຍ່ທີ່ສຸດໃນໂລກດັ່ງກັບ “ຄວາມຫາຍະນະຂອງຊາວ ອາເມຣິກັນ. ມັນມີຄວາມຈຳເປັນທີ່ພວກເຮົາຕ້ອງເຄື່ອນໄຫວດ້ວຍຄວາມຮີບດ່ວນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG