ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ເລົ່າເຖິງການປຶກສາຫາລື ‘ຢ່າງກົງໄປກົງມາ’ ກັບອິສຣາແອລ ແລະໜູນຫຼັງເລື້ອງເລົ່າຂອງການໂຈມຕີ ຢູ່ໂຮງໝໍໃນເຂດກາຊາ


ປະ​ທາ​ນາ​ທິ​ບໍ​ດີ​ສະຫະລັດ ທ່ານໂຈ ໄບເດັນ, ຊ້າຍ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີອິສຣາແອລ ທ່ານເບັນຈາມິນ ເນທັນຍາຮູ ຖືກຖ່າຍພາບ ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ຢູ່ ເທລ ອາວີບ, ອິສຣາແອລ, ວັນ​ທີ 18 ຕຸລາ 2023.
ປະ​ທາ​ນາ​ທິ​ບໍ​ດີ​ສະຫະລັດ ທ່ານໂຈ ໄບເດັນ, ຊ້າຍ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີອິສຣາແອລ ທ່ານເບັນຈາມິນ ເນທັນຍາຮູ ຖືກຖ່າຍພາບ ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ຢູ່ ເທລ ອາວີບ, ອິສຣາແອລ, ວັນ​ທີ 18 ຕຸລາ 2023.

ໃນ​ການເດີນທາງກັບມາ ວໍຊິງຕັນ ໃນວັນພຸດວານນີ້ຫລັງຈາກໄດ້ໄປຢ້ຽມຢາມ ນະຄອນຫຼວງ ເທລ ອາວີບ ເປັນໄລຍະສັ້ນໆ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວວ່າທ່ານໄດ້ປຶກສາຫາລືຢ່າງກົງໄປກົງມາກັບຜູ້ນໍາ ອິສຣາແອລ ໃນຂະນະທີ່ພວກເຂົາດໍາເນີນການໂຈມຕີທາງທະຫານທີ່ໄດ້ສັງຫານ ຫຼາຍກວ່າ 3,000 ຄົນໃນເຂດກາຊາ ເພື່ອຕອບໂຕ້ຕໍ່ການສັງຫານຫມູ່ຊາວ ອິສຣາແອລ ຫຼາຍກວ່າ 1,400 ຄົນ ຂອງກຸ່ມຮາມາສ ໃນວັນທີ 7 ຕຸລາ.

“ຂ້າພະ​ເຈົ້າກົງໄປກົງມາຫຼາຍ​ກັບ​ຊາວ​ອິສຣາ​ແອລ,” ທ່ານໄບເດັນ ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ເທິງ​ເຮືອບິນ Air Force One. ທ່ານໄດ້ກ່າວ​ວ່າ ເຖິງແມ່ນວ່າ​ອິສຣາແອລ “ໄດ້ຕົກເປັນເຫຍື່ອຢ່າງຮ້າຍແຮງ,” ແຕ່ປະ​ເທດ​ນີ້​ມີ “ໂອ​ກາດໃນ ການ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ” ຂອງ​ພົນ​ລະ​ເຮືອນ​ທີ່​ບໍ​ລິ​ສຸດ​ຢູ່​ເຂດກາຊາ “ທີ່​ບໍ່​ມີ​ບ່ອນ​ທີ່​ຈະ​ໄປ.”

ທ່ານກ່າວຕື່ມວ່ານັ້ນມັນເປັນສິ່ງທີ່ປະເທດດັ່ງ​ກ່າວ "ຄວນເຮັດ."

ໃນຂະນະທີ່ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ເດີນ ທາງຢ່າງຕໍ່ເນື່ອງໃນພາກພື້ນດັ່ງກ່າວ ເພື່ອຮັບປະກັນການສະຫນອງການຊ່ວຍ ເຫຼືອດ້ານມະນຸດສະທໍາ, ທ່ານ ໄບເດັນ ກ່າວວ່າອີຈິບໄດ້ຕົກລົງທີ່ຈະເປີດຊາຍ ແດນ ຣາຟາ ຂອງຕົນກັບ ເຂດກາຊາ ໂດຍ ອະນຸຍາດໃນເບື້ອງຕົ້ນໃຫ້ກຸ່ມ ຂອງສະຫະປະຊາຊາດ ຮັບ ແລະຈັດການກັບລົດບັນທຸກການຊ່ວຍເຫຼືອ 20 ຄັນ. ທ່ານ​ໄດ້​ເຕືອນ​ວ່າ ຖ້າ​ຫາກ​ກຸ່ມຮາມາສ ຂັດຂວາງ ຫຼື​ຍຶດ​ເອົາ​ການ​ຊ່ວຍ​ເຫຼືອ, “ການຊ່ວຍເຫຼືອກໍ່​ຈະ​ສິ້ນ​ສຸດ​ລົງ.”

ທ່ານ ໄບເດັນກ່າວ​ວ່າ ລົດ​ບັນທຸກເລົ່ານີ້ ​ຈະ​ຂ້າມ​ໄປ​ໃນ​ວັນ​ສຸກນີ້ ຫລັງ​ຈາກ ຖະໜົນຫົນທາງທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ໃກ້ກັບທາງແຍກ ໄດ້ຮັບການສ້ອມແປງ. ລົດບັນທຸກອີກຫຼາຍສິບຄັນ ກຳລັງລໍຖ້າຕິດຕາມເບິ່ງ ຖ້າວ່າລົດບັນທຸກຊຸດທຳອິດດຳເນີນໄປຢ່າງສະດວກ.

ທ່ານ ໄບເດັນ ປະຕິ​ເສດ​ຕໍ່​ການ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ທີ່​ວ່າ ທະຫານ​ສະຫະລັດ​ຈະ​ເຂົ້າ​ຮ່ວມ​ກັບ​ທະຫານ​ອິສຣາ​ແອ​ລ ​ໃນ​ການ​ສູ້​ລົບ​ກັບ​ກຸ່ມ ເຮສໂບລລາ (Hezbollah) ຖ້າ​ຫາກ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ຢູ່​ໃນ​ເລ​ບາ​ນອນ​ຕັດສິນ​ໃຈ​ທີ່​ຈະ​ຊ່ວຍ​ເຫຼືອ​ກຸ່ມຮາມາສ ​ແລະ​ເລີ້ມຄວາມຂັດແຍ່ງ​ກັບ​ອິສຣາ​ແອ​ລ.

ທ່ານ​ໄດ້​ກ່າວ​ວ່າ​ທ່ານ​ໄດ້​ປຶກ​ສາ​ຫາ​ລືຢ່າງ​ລະ​ອຽດກັບ​ແຜນ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ຕັນ​ຢາ​ຮູ ເພື່ອ​ບຸກ​ລຸກເຂດ​ກາ​ຊາ ເພື່ອ​ກຳ​ຈັດ​ພວກຮາ​ມາ​ສ ແລະ ວ່າ​ກອ​ງ​ທັບ​ຂອງ​ສອງ​ປະ​ເທດ​ດັ່ງ​ກ່າວ​ແມ່ນ​ໄດ້​ຊັ່ງ​ຊາ​ທາງ​ເລືອກ​ອື່ນ. ແຕ່​ທ່ານ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ສະ​ໜອງ​ລາຍ​ລະ​ອຽດ​ເພີ່ມ​ເຕີມ.

ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ໃນ​ວັນ​ພຸດ​ວານນີ້​ວ່າ ທ່ານ​ ໄບ​ເດັນ ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ໃນ​ຄືນ​ວັນ​ພະ​ຫັດ​ນີ້ ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ຮາ​ມາ​ສ ແລະ ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG