ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ຢ້ຽມ​ຢາມ ອິ​ສ​ຣາ​ແອ​ລ, ການ​ຢ້ຽມ​ຢາມ ຈໍ​ແດັນ ຖືກ​ຍົກ​ເລີກ ຫຼັງ​ຈາກ​ລະ​ເບີດ​ແຕກ​ຢູ່​ໂຮງ​ໝໍ ກາ​ຊາ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ສົນ​ທະ​ນາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອ​ິ​ສ​ຣາ​ແອ​ລ ທ່ານ ເປັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ສົນ​ທະ​ນາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອ​ິ​ສ​ຣາ​ແອ​ລ ທ່ານ ເປັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ.

ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ເດີນ​ທາງ​ໄປ​ຮອດ ອິ​ສ​ຣາ​ແອ​ລ ໃນ​ວັນ​ພຸດ​ມື້ນີ້​ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ຮຸນ​ແຮງ​ຂຶ້ນ ລຸນຫຼັງ​ການ​ລະ​ເບີດ​ຂະ​ໜາດ​ໃຫຍ່​ຢູ່​ໂຮງ​ໝໍໃນ​ເຂດກາ​ຊາ ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ຖິ້ມ​ໂທດ​ໃສ່​ກັນ ແລະ ປະ​ທ້ວງ​ຢູ່​ໃນ​ພາກ​ພື້ນ.

ໃນ​ຂະ​ນະ​ທີ່​ທ່ານ ໄບ​ເດັນ ​ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັນ​ບັນ​ດາ​ຜູ້​ນຳ​ຂອງ ອິ​ສ​ຣາ​ແອ​ລ ໃນ​ການ​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ພັນ​ທ​ະ​ມິດ​ທີ່​ຍາວ​ນານ​ຂອງ ສະ​ຫະ​ລັດ ນັ້ນ, ກອງ​ປະ​ຊຸມ​ທີ່​ສຳ​ຄັນ​ກັບ​ບັນ​ດາ​ຜູ້​ນຳ ອາ​ຣັບ ແມ່ນ​ໄດ້​ຖືກ​ຍົກ​ເລີກ ຫຼັງ​ຈາກ​ການ​ລະ​ເບີດ​ດັ່ງ​ກ່າວ.

ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໄດ້​ຖິ້ມ​ໂທດ​ໃສ່ ອິ​ສ​ຣາ​ແອ​ລ ສຳ​ລັບ​ການ​ລະ​ເບີດ​ຢູ່​ໂຮງ​ໝໍ ອາ​ລີ ອາ​ຣັບ ຂອງ​ເມືອງ ກາ​ຊາ, ໂດຍ​ເອີ້ນ​ມັນວ່າເປັນ “ອະ​ຊະ​ຍາ​ກຳ​ຂ້າ​ລ້າງ​ເຜົ່າ​ພັນ​ທີ່​ອີກ​ຄັ້ງ​ນຶ່ງ​ໄດ້​ເປີດ​ເຜີຍ​ໜ້າ​ຕາ​ທີ່​ຂີ້​ຮ້າຍ​ຂອງ​ພວກ​ສັດ​ຕູ​ທີ່​ເປັນ​ອາ​ຊະ​ຍາ​ກອນນີ້ ແລະ ລັດ​ຖະ​ບານ​ຟາ​ຊິ​ສ ແລະ ກໍ່​ການ​ຮ້າຍ​ຂອງ​ພວກ​ເຂົາ.”

ພວກ​ເຂົາ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ມັນ​ມີ “ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບຫຼາຍ​ຮ້ອຍ​ຄົນ, ສ່ວນ​ໃຫຍ່​ແມ່ນ​ຄອບ​ຄົວ​ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ, ຄົນ​ໄຂ້, ເດັກ​ນ້ອຍ ແລະ ແມ່​ຍິງ.” ບັນ​ດາ​ເຈົ້າ​ໜ້າ​ທີ່ ປາ​ແລັ​ສ​ໄຕ​ນ໌ ໄດ້​ກ່າວ​ວ່າ​ປະ​ຊາ​ຊົນປະ​ມານ 500 ຄົນ​ໄດ້​ເສຍ​ຊີ​ວິດ.

ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ໄດ້​ປະ​ຕິ​ເສດ​ການ​ກະ​ທຳ​ຜິດ, ໂດຍ​ເວົ້າ​ວ່າ​ການ​ຍິງ​ຈະຫຼວດ​ທີ່​ຜິດ​ພາດ​ໂດຍ​ພວກ​ທະ​ຫານ​ ຈີ​ຮາດ ອິ​ສ​ລາມ ປາ​ແລັ​ສ​ໄຕ​ນ໌ ໄດ້​ຕົກ​ໃສ່​ສະ​ຖານ​ທີ່​ຂອງ​ໂຮງ​ໝໍ. ກຸ່ມ​ຫົວ​ຮຸນ​ແຮງ​ໄດ້​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ.

ໂຄ​ສົກ​ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ນາຍ​ພົນ​ເຮືອ​ຕີ ແດ​ນຽ​ລ ຮາ​ກາ​ຣີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ​ມັນ​ບໍ່​ມີ​ຄວາມ​ເສຍ​ຫາຍ​ຕໍ່​ໂຄງ​ຮ່າງ​ຂອງ​ຕຶກ, ຫຼື ຂຸມ​ລະ​ເບີດ, ທີ່​ຈະ​ສອດ​ຄ່ອງ​ກັບ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ອິ​ສ​ຣາ​ແອ​ລ. ທ່ານ​ຍັງ​ໄດ້​ກ່າວ​ຫາ​ກຸ່ມ ຮາ​ມາ​ສ ກ່ຽວ​ກັບ ການ​ເພີ່ມ​ຕົວ​ເລກ​ຂອງ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ວ່າ​ທ່ານ “ເສຍ​ໃຈ​ເປັນ​ຢ່າງ​ຍິ່ງ ແລະ ຄຽດ​ແຄ້ນ​ຕໍ່​ການ​ລະ​ເບີດ​ຢູ່​ໂຮງ​ໝໍ,” ແລະ ວ່າ “ອີງ​ຕາມ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ, ມັນ​ຖືກ​ເຮັດ​ໂດຍ​ກຸ່ມ​ອື່ນ, ບໍ່​ແມ່ນ​ເຈົ້າ.”

ຜູ້​ນຳ ສະ​ຫະ​ລັດ ໄດ້​ສັນ​ຍາ​ທີ່​ຈະ​ຮັບ​ປະ​ກັນ​ວ່າ ອິ​ສ​ຣາ​ແອ​ລ ມີ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ເພື່ອ​ປ້ອງ​ກັນ​ຕົນ​ເອງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG