ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ທ່ານ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ຢ້ຽມ​ຢາມ​ສະ​ຖານ​ທີ່​ການ​ຍິງ​ສັງ​ຫານ​ໝູ່ ຢູ່​ໂຮງ​ຮຽນ​ປ​ະ​ຖົມ ໃນ​ລັດ ເທັກ​ຊ​ັ​ສ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ຈ​ິ​ລ ໄບ​ເດັນ, ທີ່​ຖືກ​ຊໍ່​ດອກ​ໄມ້​ສີ​ຂາວ 21 ດອກ, ສະ​ແດງ​ຄວາມ​ເຄົາ​ລົບຢູ່​ສະ​ຖາ​ທີ່​ໄວ້​ອາ​ໄລ​ຢູ່​ໂຮງ​ຮຽນປະ​ຖົມ ຣອ​ບ, ເມືອງ ຢູ​ວາ​ລ​ເດ, ລັດ​ເທັກ​ຊັ​ສ, 29 ພຶດ​ສະ​ພາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ຈ​ິ​ລ ໄບ​ເດັນ, ທີ່​ຖືກ​ຊໍ່​ດອກ​ໄມ້​ສີ​ຂາວ 21 ດອກ, ສະ​ແດງ​ຄວາມ​ເຄົາ​ລົບຢູ່​ສະ​ຖາ​ທີ່​ໄວ້​ອາ​ໄລ​ຢູ່​ໂຮງ​ຮຽນປະ​ຖົມ ຣອ​ບ, ເມືອງ ຢູ​ວາ​ລ​ເດ, ລັດ​ເທັກ​ຊັ​ສ, 29 ພຶດ​ສະ​ພາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ຈິ​ລ ໄບ​ເດັນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເມືອງ ຢູ​ວາ​ລ​ເດ, ລັດ ເທັກ​ຊັ​ສ ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ສະ​ແດງ​ຄວາມ​ເສຍ​ໃຈ ​ກັບ​ບັນ​ດາ​ພີ່​ນ້ອງ ແລະ ຜູ້​ລອດ​ຊີ​ວິດ​ຂອງ​ການ​ສັງ​ຫານ​ໝູ່​ຄັ້ງຫຼ້າ​ສຸດໃນ ສະ​ຫະ​ລັດ ລຸນຫຼັງ​ການ​ຂ້າ​ເດັກ​ນ້ອຍ 19 ຄົນ ແລະ ນາຍ​ຄູ​ສອງ​ຄົນ​ຂອງ​ເຂົາ​ເຈົ້າ​ໃນ​ອາ​ທິດ​ທີ່​ຜ່ານ​ມາ.

ທ່ານ ໄບ​ເດັນ ໄດ້​ຍ່າງ​ຜ່ານ​ດອກ​ໄມ້ ​ທີ່​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ຜູ້​ເຄາະ​ຮ້າຍ​ຢູ່ນອກ​ໂຮງ​ຮຽນ​ປະ​ຖົມ ຣອບ, ທ່ານ​ໄດ້​ຢຸດຫຼາຍ​ຄັ້ງ ​ເພື່ອ​ຈັບ​ຮູບ​ຂອງ​ຜູ້​ເຄາະ​ຮ້າຍ 21 ຄົນ ​ທີ່​ຖືກ​ຕິດ​ໃສ່​ກະ​ດານ​ເຈ້ຍ​ແຕ່​ລະ​ຄົນ ແລະ ອ່ານ​ຊື່​ຂອງ​ເຂົາ​ເຈົ້າ.

ດ້ວຍ​ທ່ານ ໄບ​ເດັນ ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ເຂົາ​ເຈົ້າ​ນັ້ນ, ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ ໄດ້​ປະ​ກາດ​ຕາມ​ການ​ຮຽກ​ຮ້ອງ ​ຂອງ​ເຈົ້າ​ເມືອງ ຢູ​ວາ​ລ​ເດ ທ່ານ ດອນ ແມັກ​ລັອກ​ລິນ ວ່າເຂົາ​ເຈົ້າ​ຈະ​ດຳ​ເນີນການ​ທົບ​ທວນ ກ່ຽວ​ກັບ ການ​ຮັບ​ມືຂອງ​ຕຳຫຼວດ​ ໃນ​ການ​ໂຈມ​ຕີ​ໂຮງ​ຮຽນ ​ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, “ເພື່ອ​ລະ​ບຸ​ບົດ​ຮຽນ​ທີ່​ໄດ້​ຮຽນ ແລະ ການ​ປະ​ຕິ​ບັດ​ທີ່​ດີ​ທີ່​ສຸດ​ ເພື່ອ​ຊ່ວຍ​ເຫຼືອ​ຜູ້​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນກະ​ກຽມ ແລະ ຮັບ​ມື​ກັບ​ມື​ປືນ​ທີ່​ທຳ​ການ​ປະ​ຕິ​ບັດ​ການ​ຍິງ​ໃນ​ສະ​ຖານ​ທີ່​ແອ​ອັດ.

ໃນ​ການ​ຍິງ​ກັນ​ຢູ່​ລັດ​ເທັກ​ຊັ​ສ​ນັ້ນ, ພວກ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ຫຼື ຕຳຫຼວດ ແມ່ນ​ໄດ້​ຖືກ​ຖາມ​ຢ່າງ​ຮຸນ​ແຮງ ກ່ຽວ​ກັບ ວ່າ​ເປັນ​ຫຍັງ​ມັນ​ຈຶ່ງ​ໃຊ້​ເວ​ລາ​ດົນ​ຫລາຍ, ດົນ​ກວ່າ 1 ຊົ່ວ​ໂມງ, ເພື່ອ​ປະ​ເຊີນ​ໜ້າ​ກັບ​ມື​ປືນ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ພັນ​ລະ​ຍາ​ຂອງ​ທ່ານ​ໄດ້​ໃຊ້​ເວ​ລາ​ເກືອບ 7 ຊົ່ວ​ໂມງ​ໃນ​ເມືອງ​ນ້ອຍໆ​ຕັ້ງ​ຢູ່​ພາກ​ຕ​າ​ເວັນ​ຕົກ​ສຽງ​ໃຕ້​ນັ້ນ, ລົມ​ກັບ​ຜູ້​ທີ່​ຖືກ​ກະ​ທົບ​ໜັກ​ທີ່​ສຸດ​ໂດຍ​ການ​ສັງ​ຫານ​ດັ່ງ​ກ່າວ ທີ່​ໄດ້​ເກີດ​ຂຶ້ນຫຼັງ​ຈາກມື​ປືນ​ອາ​ຍຸ 18 ປີ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫ້ອງ​ຮຽນ​ຊັ້ນ​ປໍ 4 ແລະ ໄດ້​ຍິງ​ປືນ​ໃສ່. ທ່ານ ໄບ​ເດັນ ຍັງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ສູດ​ມົນ​ຢູ່​ໂບດ​ກາ​ໂຕ​ລິກ ແລະ ຫຼັງ​ຈາກ​ນັ້ນ​ໄດ້​ພົບ​ປະ​ກັບ​ບັນ​ດາ​ຜູ້ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ.

ມັນ​ແມ່ນ​ຄັ້ງ​ທີ​ສອງ​ໃນ​ເດືອນນີ້​ທີ່​ທ່ານ ໄບ​ເດັນ ແລະ ສະ​ຫະ​ລັດ ໄດ້​ປະ​ເຊີນ​ກັບ​ການ​ສັງ​ຫານ​ໝູ່. ກ່ອນ​ໜ້າ​ນີ້​ທ່ານ​ໄດ້​ໄປ​ຢ້ຽມ​ຢາມ​ເມືອງ ບັ​ຟ​ຟາ​ໂລ, ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງລັດ ນິວຢອກ, ບ່ອນ​ທີ່ຄົນ​ຜິວ​ຂາວ​ທີ່​ຄິດ​ວ່າ​ຕົນ​ເປັນ​ຍອດ​ມະ​ນຸດຜູ້​ນຶ່ງ ໄດ້​ລະ​ດົມ​ຍິງ​ປືນ​ໃສ່​ຄົນ, ແນ​ເປົ້າ ແລະ ສັງ​ຫານ​ຄົນ​ຜິວ​ດຳ 10 ຄົນ​ໃນ​ຮ້ານ​ຂາຍ​ເຄື່ອງ​ກິນ.

ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃນ​ລັດ​ເທັກ​ຊັ​ສ ໄດ້​ປ່ຽນ​ການ​ອະ​ທິ​ບາຍ ກ່ຽວ​ກັບ ວິ​ທີ​ທີ່​ການ​ສັງ​ຫານ​ໝູ່​ຢູ່​ໂຮງ​ຮຽນປະ​ຖົມ ຣອບ ໄດ້​ເກີດ​ຂຶ້ນ​ແນວ​ໃດ​ແທ້ ແລະ ການຮັບ​ມື​ຂອງ​ເຂົາ​ເຈົ້າ​ຕໍ່​ເຫດ​ການ​ນັ້ນ.

ແມ່ນ​ກະ​ທັງ​ທີ່​ພວກ​ເດັກ​ນ້ອຍ​ທີ່​ຕິດ​ຄ້າງ​ຢູ່​ໃນ​ຫ້ອງ​ຮຽ​ນ​ກັບ​ມື​ປືນ​ໄດ້​ທຳ​ການ​ໂທ​ລະ​ສັບຫາ​ໜ່ວຍ​ສຸກ​ເສີນ​, ອ້ອນວອນ​ໃຫ້​ຕຳ​ຫຼວດ​ມາ​ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ນັ້ນ, ຜູ້​ບັນ​ຊາ​ການ​ເຫດ​ການ​ຢູ່​ຈຸດ​ເກີດ​ເຫດ, ​ເຊິ່ງ​ແມ່ນ​ຫົວ​ໜ້າ​ຕຳຫຼວດ​ສຳ​ລັບ​ໂຮ​ງ​ຮຽນ ຢູ​ວາ​ລ​ເດ, ໄດ້​ປະ​ເມີນ​ສະ​ຖາ​ນະ​ການ​ຜິດ, ແຕ່ດັ່ງ​ທີ່​ມັນ​ໄດ້​ປາ​ກົດ​ອອກ​ມາ ​ມັນ​ບໍ່​ແມ່ນ​ເຫດ​ການ​ຍິງ​ຄົນ​ ໃນ​ສະ​ຖານ​ທີ່​ແອ​ອັດ​ອີກ​ຕໍ່​ໄປ ແຕ່​ກົງ​ກັນ​ຂ້າມ, ມື​ສັງ​ຫານ ທ້າວ ຊາ​ລ​ວາ​ດໍ ຣາມອ​ສ, ໄດ້​ປິດ​ກັ້ນ​ຕົນ​ເອງ ​ຢູ່​ໃນ​ຫ້ອງ​ຮຽນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG