ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ: ສະຫະລັດ ຈະບໍ່ຜ່າຍແພ້ ໃນການຕໍ່ສູ້ກັບ ໄວຣັສໂຄໂຣນາ


ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ຈາກໂຮງລະຄອນ The Queen ໃນນະຄອນ ວິລມິງຕັນ, ລັດ ເດລາແວ, 25 ພະຈິກ, 2020.
ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ຈາກໂຮງລະຄອນ The Queen ໃນນະຄອນ ວິລມິງຕັນ, ລັດ ເດລາແວ, 25 ພະຈິກ, 2020.

ຜູ້ທີ່ຄາດວ່າຈະຖືກເລືອກເປັນປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຮຽກຮ້ອງປະຊາ ຊົນ ອາເມຣິກັນ ໃນວັນພຸດວານນີ້ໃຫ້ “ລຸກຂຶ້ນຕໍ່ສູ້ກັບໂຣກລະບາດໄວຣັສໂຄໂຣນາທີ່ກຳລັງຮຸນ ແຮງຂຶ້ນ ແຕ່ໃຫ້ການຄ້ຳປະກັນຕໍ່ເຂົາເຈົ້າວ່າ “ອາເມຣິກາ ຈະບໍ່ຜ່າຍແພ້ຕໍ່ສົງຄາມນີ້.”

ນຶ່ງວັນກ່ອນວັນພັກຂອບຄຸນພະເຈົ້າປະຈຳປີໃນວັນພະຫັດມື້ນີ້, ທ່ານ ໄບເດັນ ໄດ້ສັນຍາວ່າ “ມັນມີຄວາມຫວັງທີ່ແທ້ຈິງ, ສະນັ້ນຈົ່ງໃຫ້ລໍຖ້າອີກໜ້ອຍນຶ່ງ. ໂຣກລະບາດນີ້ຈະບໍ່ແກ່ຍາວຕະຫຼອດໄປ.”

ທ່ານໄດ້ກ່າວວ່າ ຢາວັກຊີນໄວຣັສໂຄໂຣນາທຳອິດ ແມ່ນຈະມີອອກມາໃນທ້າຍ ຂອງເດືອນທັນ ວາ, ໃນຂະນະທີ່ທ່ານໄດ້ປະຕິຍານ “ທີ່ຈະໃຫ້ທົ່ວປະເທດໄດ້ຮັບການສັກຢາວັກຊີນໂດຍໄວເທົ່າທີ່ຈະໄວໄດ້.”

ໃນການກ່າວຄຳປາໄສຈາກບ້ານຂອງທ່ານໃນນະຄອນ ວິລມິງຕັນ, ລັດ ເດລາແວ, ທ່ານ ໄບເດັນ ໄດ້ກ່າວວ່າ ໃນຂະນະດຽວກັນ, ປະຊາຊົນ ອາເມຣິກັນ ຕ້ອງທຳການປ້ອງກັນຕົວ ເຊິ່ງຫຼາຍຄົນແມ່ນບໍ່ເຕັມໃຈທີ່ຈະເຮັດ ຫຼື ບໍ່ຫົວຊາຕໍ່ມັນເລີຍ, ໃຫ້ແຍກຕົນເອງຫ່າງຈາກຄົນອື່ນ, ໃສ່ໜ້າກາກ ແລະ ບໍ່ເຕົ້າໂຮມກັນໃນກຸ່ມໃຫຍ່.

ທ່ານ ໄບເດັນ ໄດ້ກ່າວວ່າ ໃນຕະຫຼອດຊີວິດຂອງທ່ານ, ທ່ານໄດ້ລຶ້ງເຄີຍກັບການເຕົ້າໂຮມກັນໃນຄອບຄົວຂະໜາດໃຫຍ່ໃນວັນຂອບຄຸນພະເຈົ້າ ແຕ່ທ່ານມີແຕ່ຈະສະເຫຼີມສະຫຼອງກັບສະຕີໝາຍເລກນຶ່ງໃນອະນາຄົດ ທ່ານນາງ ຈິລ ໄບເດັນ, ລູກສາວ ທ່ານນາງ ແອສລີ ແລະ ສາມີຂອງລາວ ທ່ານ ຮາວເຫວີດ ໄຄຣນ໌.

ທ່ານ ໄບເດັນ ທີ່ມີກຳນົດສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ ນັ້ນ, ໄດ້ກ່າວວ່າ ປະ ເທດແມ່ນກຳລັງ “ປະເຊີນກັບລະດູໜາວທີ່ຍາວ ແລະ ລຳບາກ.” ສະຫະລັດ ໄດ້ບັນທຶກການຕິດເຊື້ອໃໝ່ຫຼາຍລ້ານກໍລະນີ ໃນສອງອາທິດທີ່ຜ່ານມາ, ແລະ ຈຳນວນຜູ້ເສຍຊີວິດສູງສຸດຕອນນີ້ແມ່ນ 261,000 ຄົນ, ເຊິ່ງຫຼາຍກວ່າປະເທດໃດໆ, ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ແຕ່ທ່ານ ໄບເດັນ ໄດ້ກ່າວວ່າ “ພວກເຮົາຕ້ອງຈື່ໄວ້ວ່າ ພວກເຮົາກຳລັງຢູ່ໃນສົງຄາມກັບໄວຮັສຢູ່, ບໍ່ແມ່ນຕໍ່ກັນເອງ. ປະຊາຊົນຂອງປະເທດນີ້ແມ່ນມີຄວາມສາມາດທີ່ຈະເອົາຊະນະມັນໄດ້.

ທ່ານ ໄບເດັນ ໄດ້ຊະນະປະທານາທິບໍດີ ດໍໂນລ ທຣຳ ໃນການເລືອກຕັ້ງເມື່ອວັນທີ 3 ພະຈິກທີ່ຜ່ານມາ, ຜູ້ທີ່ໄດ້ສືບຕໍ່ຄວາມພະຍາຍາມທາງກົດໝາຍຂອງ ທ່ານ ເພື່ອພິກປີ້ນໄຊຊະນະຂອງທ່ານ ໄບເດັນ.

ທ່ານ ໄບເດັນ ບໍ່ໄດ້ກ່າວເຖິງຊື່ຂອງທ່ານ ທຣຳ ໃນຄຳປາໄສຂອງທ່ານ, ໂດຍເວົ້າແຕ່ວ່າ, “ໃນ ອາ ເມຣິກາ, ພວກເຮົາມີການເລືອກຕັ້ງທີ່ສົມບູນ ແລະ ເສລີ. ດັ່ງນັ້ນພວກເຮົາຕ້ອງໃຫ້ການເຄົາລົບຕໍ່ຜົນຂອງມັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG