ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Biden ກ່າວວ່າ ສະຫະລັດ ຮັບຮູ້ ກ່ຽວກັບ ໄພຂົ່ມຂູ່ ຂອງຊາວເຄີດ ຕໍ່ເທີກີ


Biden Turkey
please wait
Embed

No media source currently available

0:00 0:00:33 0:00

ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ກ່າວ​ຕໍ່ເທິ​ກີ
​ໃນ​ວັນ​ເສົາວານ ​ນີ້ວ່າ ສະຫະລັດຮັບ​ຮູ້​ວ່າ ພັກ​ກຳມະກອນ​ເຄີ​ດ
ດິສຖານ ຫຼື PKK ​ເປັນໄພ​ຂົ່ມ​ຂູ່​ຢ່າງ​ແຮງ ​ຕໍ່ Ankara ດັ່ງ​ດຽວ​
ກັນ​ກັບພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ເຖິງ​ແມ່ນ​ວ່າ ວໍ​ຊິງຕັນໃຫ້
ການ​ສະໜັບສະໜູນ ​ຕໍ່ກຳລັງຊາ​ວ​ເຄີ​ດ ສູ້ລົບ​ກັບພວກ​ຫົວ​ຮຸນ
​ແຮງ​ໃນ​ອີຣັກ.

ທ່ານ​ Biden ​ຢ້ຽມຢາມ​ນະຄອນ Istanbul ​ເພື່ອ​ພົບ​ປະ​ກັບນາ
ຍົກລັດຖະມົນຕີ ທ່ານ Ahmet Davutoglu ​ແລະ​ປະ​ທາ​ນາ​ທິ
ບໍດີ Recep Tayyip Erdogan ກ່ອນການ​ດຳ​ເນີນ​ຄວາມພ​ະ
ຍາຍາ​ມ​ໃນອາທິດ​ໜ້າ ທີ່​ຈະ​ເລີ້​ມການເຈລະຈາ​ນາໆຊາດກ່ຽວ
​ກັບ​ອະນາ​ຄົດ​ຂອງ​ຊີ​ເຣຍ.​

ຮອງປະທານາທິບໍດີ ທ່ານ Joe Biden, ຊ້າຍ, ສຳພັດມືກັບ ນາຍົກລັດຖະມັນຕີ ເທີກີ ທ່ານ Ahmet Davutoglu, ຊ້າຍ.
ຮອງປະທານາທິບໍດີ ທ່ານ Joe Biden, ຊ້າຍ, ສຳພັດມືກັບ ນາຍົກລັດຖະມັນຕີ ເທີກີ ທ່ານ Ahmet Davutoglu, ຊ້າຍ.

ຫລັງ​ຈາ​ກການພົບ​ປະ​ກັບນາຍົກລັດຖະມົນຕີ​ເທີ​ກີ​ແລ້ວ ທ່ານ Biden ກ່າວ​ວ່າ ບໍ່​ພຽງ​ແຕ່
ບັນດາ​ນັກ​ລົບລັດ​ອິສລາມ​ເທົ່າ​ນັ້ນທີ່​ເປັນ​ໄພ​ຂົ່​ມຂູ່ຕໍ່​ປະຊາຊົນຊາວ​ເທີ​ກີ. ພວກ PKK ກໍ​
ເປັນ​ໄພ​ຂົ່ມຂູ່​ທໍ່ໆ​ກັນ ​ແລະ​ພວກ​ເຮົາ​ຮູ້​ດີ ກ່ຽວ​ກັບ​ເລື້ອງ​ນີ້. ມັນ​ແມ່ນ​ກຸ່ມກໍ່​ການ​ຮ້າຍ ​ທີ່ຈະ
ແຈ້ງ​ແລະ​ກໍເຫັນ​ໄດ້​ງ່າຍໆ​ແລະ​ສິ່ງ​ທີ່ພວກ​ເຂົາ​ຍັງ​ສືບ ຕໍ່​ດຳ​ເນີນ​ການ​ແມ່ນ​ຮ້າຍ​ກາດ​ທີ່​ສຸດ.” ບັນດາ​ຜູ້​ສັງ​ເກດ​ການເທີ​ກີໃຫ້​ຂໍ້​ສັງ​ເກດ​ວ່າ ທ່ານ Biden ບໍ່​ໄດ້ປະນາມ ພວກ​ທະ
ຫານ​ບ້ານ​ຊາວ​ເຄີ​ດ​ໃນຊີ​ເຣຍ​ ທີ່​ຮູ້​ກັນໃນ ນາມ ໜ່ວຍ​ປ້ອງ​ກັນ​ປະຊາຊົນ ທີ່ Ankara
ຄັດຄ້ານ​ຢ່າງ​ແຮງດັ່ງ​ດຽວ​ກັນ​ກັບ ພວກ PKK. ພວກ​ທະຫານ​ບ້ານ ທີ່​ຮູ້​ກັນໃນ​ນາມ​ກຸ່ມ
YPG ​ໃນ​ພາສາ​ເຄີ​ດນັ້ນ ​ເປັນ​ສາຂາ​ຂອງ​ກຳລັງ​ປະກອບ​ອາວຸດ ທີ່​ມີ​ອິດ​ທິພົນຂອງພັກ
​ສະຫະພັນ​ປະຊາ ທິປະ​ໄຕຊາວ​ເຄີ​ດ​ໃນ​ຊີ​ເຣຍ ຫລື PYD.

ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden, ຊ້າຍ, ຕິດຕາມດ້ວຍ ເອກອັກຄະລັດຖະທູດ ສະຫະລັດ ປະຈຳເທິກີ ທ່ານ John R. Bass.
ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden, ຊ້າຍ, ຕິດຕາມດ້ວຍ ເອກອັກຄະລັດຖະທູດ ສະຫະລັດ ປະຈຳເທິກີ ທ່ານ John R. Bass.

ພວກ​ຫົວ​ຮຸນ​ແຮງ​ຈາກພັກ​ກຳມະກອນ​ຊາວ​ເຄີ​ດ ​ໄດ້​ສູ້​ລົບຕ້ານລັດຖະບານເທ​ກີ ​ມາເປັນ​
ເວລາ 30 ປີແລ້ວ ​ໂດຍ​ທຳ​ການສູ້​ລົບ​ເພື່ອ​ສ້າງຕັ້ງ​ເຂດປົກຄອງ​ຕົນ​ເອງຂຶ້ນ​ໃນພາກຕາ​
ເວັນ​ອອກສຽງໃຕ້ຂອງ​ເທີ​ກີທີ່​ມີ​ປະຊາຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ເຄີ​ດ​ນັ້ນ. ພວກ PKK ຍັງ​
ໄດ້​ສູ້​ລົບຢ່າງ​ແຂງ​ຂັນ ​ຕ້ານ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່​ໃນ​ພາກ​ເໜືອ​ອີຣັກໂດຍ​ໄດ້
​ຮັບການ​ສະໜັບສະໜູນຈາກການ​ໂຈມຕີ​ທາງ​ອາກາດຂອງສະຫະລັດ.

Biden Turkey
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG