ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີໄບເດັນ ກ່າວວ່າ ສະຫະລັດ ມຸ້ງໜ້າສູ່ທິດທາງທີ່ຖືກຕ້ອງ ໃນການຕໍ່ສູ້ກັບໂຣກລະບາດ


ປະທານາທິບໍດີ ໂຈ ໄບເດັນ ຕອບຄຳຖາມກ່ຽວກັບໂຄວິດ-19 ແລະໂຄງການສັກຢາວັກຊີນ ຢູ່ທີ່ທຳນຽບຂາວ ວັນທີ 14 ຕຸລາ 2021.
ປະທານາທິບໍດີ ໂຈ ໄບເດັນ ຕອບຄຳຖາມກ່ຽວກັບໂຄວິດ-19 ແລະໂຄງການສັກຢາວັກຊີນ ຢູ່ທີ່ທຳນຽບຂາວ ວັນທີ 14 ຕຸລາ 2021.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວໃນວັນພະຫັດວານນີ້ວ່າ ປະ ເທດຊາດ
ກຳລັງມຸ້ງໜ້າໄປສູ່ “ທິດທາງທີ່ຖືກຕ້ອງ” ໃນການຄວບຄຸມການແຜ່ ລະບາດຂອງໄວຣັສ
ໂຄໂຣນາ ໃນຂະນະທີ່ໄດ້ກ່າວປ້ອງກັນຢ່າງແຂງຂັນຕໍ່ການ ສັ່ງໃຫ້ສັກຢາວັກຊີນ ທີ່ທ່ານ
ແລະບໍລິສັດໃຫຍ່ໆຫຼາຍບໍລິສັດ ກຳລັງຖືວ່າເປັນການບັງຄັບນັ້ນ.

ຊາວອາເມຣິກັນ ປະມານ 66 ລ້ານຄົນ ຍັງບໍ່ທັນໄດ້ສັກຢາວັກຊີນ ຫລຸດລົງມາຈາກ 100
ລ້ານໃນເດືອນກໍລະກົດ ອີງຕາມຄຳເວົ້າຂອງປະທານາທິບໍດີໄບເດັນ ໄດ້ກ່າວຢູ່ທີ່ທຳ
ນຽບຂາວ.

ປະທານາທິບໍດີໄບເດັນ ກ່າວວ່າ “ພວກເຮົາກຳລັງມຸ້ງໜ້າ ໄປສູ່ທິດທາງທີ່ຖືກຕ້ອງ ແຕ່
|ພວກເຮົາບໍ່ສາມາດທີ່ຈະປ່ອຍປະລະເລີຍໃນປັດຈຸບັນນີ້. ກະລຸນາໄປສັກຢາວັກຊີນ.
ນັ້ນແມ່ນສິ່ງທີ່ພວກເຮົາສາມາດ ປະໃຫ້ໂຣກລະບາດນີ້ ໄວ້ຢູ່ເບຶ້ອງຫຼັງຂອງພວກເຮົາ."

ຢູ່ໃນທົ່ວປະເທດ ອັດຕາກໍລະນີການເຂົ້າໂຮງໝໍແລະການເສຍຊີວິດກຳລັງຫລຸດລົງ.
ໃນອາທິດແລ້ວ ໂຕເລກສະເລ່ຍຂອງກໍລະນີປະຈຳວັນແມ່ນມີຢູ່ທີ່ 86,000 ຄົນ ຫລຸດລົງມາ 15,000 ຄົນ ຈາກອາທິດກ່ອນ. ມະຫາວິທະຍາໄລຈອນສ໌ ຮອບກິນສ໌ ກ່າວວ່າ ຊາວ
ອາເມຣິກັນ ໜ້ອຍກວ່າ 200 ຄົນເສຍຊີວິດຕໍ່ມື້ ຖ້າປຽບທຽບໃສ່ໂຕເລກເທື່ອຫລ້າສຸດໃນ
ລະຫວ່າງທີ່ມີການເພີ້ມຂອງໂຄວິດ-19 ແຕ່ວ່າຍັງມີ 1,500 ຄົນ ເສຍຊີວິດຢູ່ໃນແຕ່ລະວັນ.

ພັກຣີພັບບລິກັນຫຼາຍທ່ານຄັດຄ້ານຕໍ່ປະທານາທິບໍດີພັກເດໂມແຄຣັດ ຮວມທັງຄູ່ແຂ່ງສອງ
ຄົນ ທີ່ອາດລົງແຂ່ງຂັນສະໝັກເປັນປະທານາທິບໍດີ ໃນປີ 2024 ຄືຜູ້ ປົກຄອງລັດເທັກຊັສ
ທ່ານເກຣກ ອັບບົດ ແລະຜູ້ປົກຄອງລັດຟລໍຣິດາທ່ານຣອນ ດີແຊນຕິສ ໄດ້ໂຈມຕີຢ່າງແຮງ
ໃນການສະໜັບສະໜູນຂອງປະທານາທິບໍດີໄບ ເດັນ ຕໍ່ຄຳສັ່ງສັກຢາວັກຊີນ ວ່າເປັນການ
ລະເມີດຕໍ່ສິດເສລີພາບຂອງປະຊາຊົນ ໃນການຕັດສິນກ່ຽວກັບການຮັກສາສຸຂະພາບ
ຂອງເຂົາເຈົ້າ.

ແຕ່ທ່ານໄບເດັນ ກ່າວວ່າ “ຂໍ້ມູນທີ່ເພີ້ມຂຶ້ນສະແດງໃຫ້ເຫັນວ່າ ການສັ່ງໃຫ້ສັກຢາໄດ້ຜົນ.”

ທ່ານກ່າວວ່າ “ຈົ່ງໃຫ້ເປັນທີ່ຈະແຈ້ງ ການສັ່ງໃຫ້ສັກຢາວັກຊີນ ບໍ່ຄວນຈະ ເປັນບັນຫາອື່ນ
ທີ່ແບ່ງແຍກພວກເຮົາ.”

ປະທານາທິບໍດີໄບເດັນ ໄດ້ສັ່ງໃຫ້ບັນດາທຸລະກິດສະຫະລັດທັງໝົດ ທີ່ມີພະນັກງານ 100
ຄົນ ຫຼືຫຼາຍກວ່ານັ້ນຕ້ອງໃຫ້ພະນັກງານເຂົາເຈົ້າ ສັກຢາວັກຊີນ ຫຼື ກວດໂຄວິດ-19 ເປັນປະ
ຈຳ ຊຶ່ງເປັນພະຍາດ ທີ່ເກີດຈາກເຊື້ອໄວຣັສໂຄໂຣນາ ທັງໆທີ່ຄໍາສັ່ງຂອງທ່ານ ແມ່ນຍັງອີກ
ຫຼາຍອາທິດ ໃນການຈັດຕັ້ງປະຕິບັດ ແລະບັງຄັບໃຊ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG