ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ກ່າວວ່າ ສະຫະລັດ ຊື້ຢາວັກຊີນກັນໂຄວິດ-19 ຕື່ມອີກ 200 ລ້ານໂດສ

ທ່ານນາງ ອີເລນ ເຊມເບີ້ສ໌ ກຳລັງອ່ານເບິ່ງ ໜັງສືກ່ຽວກັບການສັກຢາວັກຊີນກັນໄວຣັສໂຄໂຣນາ ໃນຂະນະທີ່ນັ່ງພັກລໍຖ້າ ຫຼັງຈາກໄດ້ສັກຢາວັກຊີນໂດສທຳອິດໄປແລ້ວ ຢູ່ສະຖານຈັດຕັ້ງຂຶ້ນ ເພື່ອສັກຢາວັກຊີນກັນໂຄວິດ-19 ທີ່ ໂບດຂອເຊັ້ງ ລຸກສ ເອປິສໂຄໂປລ, ໃນເຂດຄຸ້ມບຣອງສ໌ ຂອງລັດນິວຢອກ, ວັນທີ 26 ມັງກອນ 2021.

ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ສະຫະລັດໄດ້ຊື້ຢາວັກຊີນກັນໂຄວິດ-19 ຕື່ມອີກ 200 ລ້ານໂດສ ເພື່ອສັກໃຫ້ແກ່ປະຊາກອນສະຫະລັດເກືອບທັງໝົດ 300 ລ້ານຄົນ ພາຍໃນຕົ້ນລະດູໃບໄມ້ຫລົ່ນ.

ສະຫະລັດ ໄດ້ຊື້ຢາວັກຊີນຂອງບໍລິສັດຟາຍເຊີຣ-ໄບໂອເອັນເທັກ 100 ລ້ານໂດສ ແລະຢາວັກຊີນຂອງບໍລິສັດໂມເດີຣນາ 100 ລ້ານໂດສ. ຢາເຫຼົ່ານີ້ ຈະຖືກນຳສົ່ງໃຫ້ພາຍໃນທ້າຍລະດູຮ້ອນ ຫຼືບໍ່ ກໍຕົ້ນລະດູໃບໄມ້ລົ່ນ ຕາມທີ່ທ່ານໄບເດັນ ໄດ້ກ່າວໄປ. ດ້ວຍດຳລັດຫລ້າສຸດນີ້ ສະຫະລັດຈະໄດ້ຊື້ຢາວັກຊີນ 600 ລ້ານໂດສ.

ທ່ານໄບເດັນໄດ້ກ່າວໄປວ່າ “ຍັງບໍ່ທັນມີຢູ່ໃນມືເທື່ອ ແຕ່ໄດ້ສັ່ງແລ້ວ. ພວກເຮົາ ຄາດໝາຍວ່າ ຢາ 200 ລ້ານໂດສເຫຼົ່ານີ້ ຈະຖືກນຳສົ່ງໃຫ້ ໃນລະດູຮ້ອນນີ້.”

ລັດຖະບານທ່ານໄບເດັນ ຍັງໄດ້ປະກາດວ່າ ຕົນຈະເພີ້ມນຳສົ່ງຢາວັກຊີນທີ່ມີຢູ່ແລ້ວນັ້ນ ໄປໃຫ້ລັດຕ່າງໆ ພາຍໃນສາມອາທິດຂ້າງໜ້ານີ້ ເພື່ອເລັ່ງອັດຕາການສັກຢາວັກຊີນໃຫ້ແກ່ປະຊາຊົນ. ທ່ານໄບເດັນ ໄດ້ກ່າວວາ ລັດຖະບານໄດ້ເພີ້ມຈຳນວນໂດສໃຫ້ແຕ່ລະລັດ ຈາກ 8 ລ້ານ 6 ແສນໂດສຕໍ່ອາທິດ ໃຫ້ເປັນ 10 ລ້ານ 1 ແສນໂດສ ໃນອາທິດໜ້າ.

ທ່ານໄບເດັນ ຍັງໄດ້ສັນຍາວ່າ ຈະສະໜອງໃຫ້ແກ່ລັດຕ່າງໆ ດ້ວຍຄຳແນະນຳໃນການຈັດສັນຢາວັກຊີນທີ່ແນ່ນອນລ່ວງໜ້າພາຍໃນສາມອາທິດກ່ອນການນຳສົ່ງ ຊຶ່ງຄວນຈະອຳນວຍໃຫ້ບັນດາເຈົ້າໜ້າທີ່ຂອງລັດ ໃຫ້ວາງແຜນໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ ສຳລັບການສັກຢາວັກຊີນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG