ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໄບເດັນ ຮຽກຮ້ອງ ໃຫ້ທ່ານທຣຳ ກ່າວປະນາມ ຄວາມຮຸນແຮງ ຢູ່ລັດຖະສະພາ ສະຫະລັດ


ທ່ານໂຈ ໄບເດັນ ປະທານາທິບໍດີ ທີ່ຖືກເລືອກໃໝ່ ກ່າວຖະແຫລງ ຢູ່ທີ່ໂຮງມະຫໍລະສົບ ເດິ ຄວີນ (The Queen theater) ໃນເມືອງວີລມິງຕັນ ລັດເດລາແວລ, ວັນທີ 6 ມັງກອນ 2021.
ທ່ານໂຈ ໄບເດັນ ປະທານາທິບໍດີ ທີ່ຖືກເລືອກໃໝ່ ກ່າວຖະແຫລງ ຢູ່ທີ່ໂຮງມະຫໍລະສົບ ເດິ ຄວີນ (The Queen theater) ໃນເມືອງວີລມິງຕັນ ລັດເດລາແວລ, ວັນທີ 6 ມັງກອນ 2021.

ໃນຂະນະທີ່ພວກຫົວຮຸນແຮງສະໜັບສະໜຸນທ່ານທຣຳ ບຸກເຂົ້າໄປໃນລັດຖະສະພາສະຫະລັດ ຊຶ່ງໄດ້ກົດດັນໃຫ້ສະພາຕ້ອງປິດພື້ນທີ່ ໃນວັນພຸດວານນີ້ ແລະທ່ານໂຈ ໄບເດັນ ປະທານາທິບໍດີທີ່ຖືກເລືອກໃໝ່ ໄດ້ຮຽກຮ້ອງຕໍ່ປະທາ ນາທິບໍດີ ດໍໂນລ ທຣຳ ໃຫ້ກ່າວຖະແຫລງຕໍ່ປະເທດຊາດ ແລະຮຽກຮ້ອງໃຫ້
ຢູ່ໃນຄວາມສະຫງົບ.

ທ່ານໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າ ຮຽກຮ້ອງຕໍ່ປະທານາທິບໍດີ ທຣຳ ໃຫ້ໄປຖະແຫລງຕໍ່ປະເທດຊາດຜ່ານໂທລະພາບດຽວນີ້ ປະຕິບັດຕາມຄຳສາບານຂອງທ່ານ ແລະປ້ອງກັນລັດຖະທຳມະນູນ ແລະຮຽກຮ້ອງ ໃຫ້ຍຸຕິຕໍ່ການປິດລ້ອມນີ້.”

ລິ້ງການກ່າວຖະແຫລງຂອງທ່ານໄບເດັນ:

https://twitter.com/Transition46/status/1346926053462319114?s=20

ທ່ານໄບເດັນ ໄດ້ກ່າວອີກວ່າ “ມັນບໍ່ແມ່ນການປະທ້ວງ - ມັນແມ່ນການຈະລາຈົນ.” ທ່ານໄດ້ກ່າວປະນາມສິ່ງທີ່ໄດ້ເກີດຂຶ້ນຢູ່ລັດຖະສະພາ ແລະໄດ້ເອີ້ນພວກຄົນເຫຼົ່ານັ້ນ ຜູ້ທີ່ໄດ້ບຸກເຂົ້າໄປໃນຕຶກລັດຖະສະພາວ່າ “ພວກຫົວຮຸນແຮງ” ຜູ້ທີ່ບໍ່ໄດ້ເປັນໂຕແທນຂອງອາເມຣິກາ. ທ່ານໄບເດັນ ເວົ້າວ່າ “ໃນເວລານີ້ປະຊາທິ ປະໄຕຂອງພວກເຮົາ ແມ່ນຢູ່ພາຍໃຕ້ການໂຈມຕີ ແບບບໍ່ເຄີຍມີມາກ່ອນ ບໍ່ຄືກັບສິ່ງໃດເລີຍ ທີ່ພວກເຮົາໄດ້ເຫັນໃນຍຸກສະໄໝໃໝ່. ການໂຈມຕີຕໍ່ຫໍແຫ່ງເສ ລີພາບ, ຕໍ່ລັດຖະສະພາເອງ.”

ທ່ານໄບເດັນ ໄດ້ກ່າວຕໍ່ໄປວ່າ “ອັນນີ້ແມ່ນບໍ່ເໝາະສົມເລີຍ, ມັນແມ່ນຄວາມບໍ່ເປັນລະບຽບ. ມັນຢູ່ໃນຂອບເຂດຂອງການກໍ່ຈະລາຈົນ ແລະມັນຕ້ອງຍຸຕິ. ດຽວ ນີ້.”

ບໍ່ດົນຫຼັງຈາກນັ້ນ ປະທານາທິບໍດີ ທຣຳ ໄດ້ເຜີຍແຜ່ບັນທຶກວີດີໂອ ຍາວນຶ່ງນາ ທີ ຢູ່ໃນທວິດເຕີ້ ໂດຍຂໍໃຫ້ພວກສະໜັບສະໜຸນຂອງທ່ານ “ກັບໄປບ້ານ.” ແຕ່ຫາກວ່າ ທ່ານປະທານາທິບໍດີ ໄດ້ເລີ້ມຕົ້ນຂໍ້ຄວາມ ໃນວີດີໂອຂອງທ່ານ ດ້ວຍການກ່າວອ້າງຊ້ຳແລ້ວຊ້ຳອີກວ່າ ການເລືອກຕັ້ງຖືກ “ລັກຂະໂມຍໄປ.”

ທວິດເຕີ້ ໄດ້ກີດກັນການເຊື່ອມໂຍງ ແລະການສົ່ງຕໍ່ຂໍ້ຄວາມທີ່ຂຽນລົງໃນທວິດເຕີ້ ຂອງທ່ານທຣຳ ໂດຍກ່າວວ່າ ການກ່າວອ້າງດັ່ງກ່າວນັ້ນ ແມ່ນບໍ່ຖືກຕ້ອງ ແລະມັນເປັນການປຸກລະດົມຄວາມຮຸນແຮງ. ເຟສບຸກ ແລະຢູທູບ ຍັງໄດ້ລຶບວີດີໂອດັ່ງກ່າວ ອອກຈາກສື່ສັງຄົມຂອງພວກເຂົາ ໂດຍກ່າວວ່າ ມັນໄດ້ສືບຕໍ່ການກ່າວອ້າງ ທີ່ຂາດມູນຄວາມຈິງ ທີ່ວ່າ ການເລືອກຕັ້ງໄດ້ຖືກສໍ້ໂກງ.

ທ່ານກາຍ ໂຣເສນ ຮອງປະທານດ້ານຄວາມຖືກຕ້ອງຂອງເຟສບຸກ ໄດ້ກ່າວໃນຂໍ້ຄວາມຜ່ານທາງທວິດເຕີ້ວ່າ ບໍລິສັດສື່ສັງຄົມ ໄດ້ລຶບວີດີໂອດັ່ງກ່າວ ເພາະວ່າ “ໃນຄວາມກ້ຳເກິ່ງ ພວກເຮົາເຊື່ອວ່າ ມັນປະກອບສ່ວນເຂົ້າ ແທນທີ່ ຈະຜ່ອນ ຄາຍຄວາມສ່ຽງໃນຄວາມຮຸນແຮງທີ່ພວມດຳເນີິນຢູ່ນັ້ນ.”

“ພວກເຮົາໄດ້ມີການເລືອກຕັ້ງ ທີ່ໄດ້ຖືກລັກຂະໂມຍໄປຈາກພວກເຮົາ. ມັນເປັນໄຊຊະນະຢ່າງຖ້ວມລົ້ນ ແລະໝົດທຸກຄົນຮູ້ດີ - ໂດຍສະເພາອີກຝ່າຍນຶ່ງ ແຕ່ພວກເຈົ້າຕ້ອງກັບບ້ານດຽວນີ້. ພວກເຮົາຕ້ອງໃຫ້ມີຄວາມສະຫງົບ. ພວກເຮົາຕ້ອງໃຫ້ມີກົດໝາຍແລະຄວາມເປັນລະບຽບ” ນັ້ນແມ່ນຄຳເວົ້າຂອງທ່ານທຣຳ ທີ່ໄດ້ກ່າວໄປ. ບໍ່ມີຫຼັກຖານໃດໆ ທີ່ສະໜັບສະໜຸນ ກ່ານກ່າວອ້າງຂອງທ່ານທຣຳ ທີ່ວ່າ ທ່ານໄດ້ຊະນະການເລືອກຕັ້ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG