ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິບ​ໍ​ດີ​ໄບ​ເດັນ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ໄປ​ສັກ​ຢາ​ວັກ​ຊີນ​ຕື່ມ ບໍ່​ແມ່ນ​ອອກ​ກົດ​ລະ​ບຽບ​ໃໝ່


ປະ​ທາ​ນາ​ທິ​ບໍ​ດີໂຈ ​ໄບ​ເດັນ ກ່າວ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ຫຼັງ​ຈາກ​ໄດ້​ໄປ​ເບິ່ງ​ບ່ອນ​ກໍ່​ສ້າງ ສູນ​ກາງ​ຂໍ້​ມູນ​ໄມ​ໂຄ​ຣ​ຊອ​ຟ ທີ່ບ້ານ ແອ​ລ​ໂກ​ຣບ (Elk Grove) ໃນ​ລັດ​ອິ​ລ​ລີ​ນອຍ ເມື່ອ​ວັນ​ທີ 7 ຕຸ​ລາ 2021.
ປະ​ທາ​ນາ​ທິ​ບໍ​ດີໂຈ ​ໄບ​ເດັນ ກ່າວ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ຫຼັງ​ຈາກ​ໄດ້​ໄປ​ເບິ່ງ​ບ່ອນ​ກໍ່​ສ້າງ ສູນ​ກາງ​ຂໍ້​ມູນ​ໄມ​ໂຄ​ຣ​ຊອ​ຟ ທີ່ບ້ານ ແອ​ລ​ໂກ​ຣບ (Elk Grove) ໃນ​ລັດ​ອິ​ລ​ລີ​ນອຍ ເມື່ອ​ວັນ​ທີ 7 ຕຸ​ລາ 2021.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ຮຽກ​ຮ້ອງ​ອີກ​ເທື່ອ​ນຶ່ງ​ໃນ​ວັນ​ຈັນ​ວານນີ້ ໃຫ້​ຊາວ​ອາ​ເມ​ຣິ​ກັນ​ພາ​ກັນ​ໄປ​ສັກ​ຢາ​ວັກ​ຊີນ ກັນ​ໄວ​ຣັ​ສ​ໂຄ​ໂຣ​ນາ​ເພີ້ມ​ຂຶ້ນ ຫຼື​ບໍ່​ກໍ​ໃຫ້​ໄປ​ສັກ​ຢາ​ວັກ​ຊີນ ​ເຂັມ​ທີ​ສາມ ທີ່​ເອີ້ນ​ວ່າ ບູ​ສ​ເຕີ້ ຖ້າ​ພວກ​ເຂົາ​ເຈົ້າ​ຫາກ​ໄດ້ສັກ​ຢາ​ວັກ​ຊີນ​ຄົບ​ແລ້ວ ທ່າມ​ກາງ​ທີ່​ມີ​ການ​ປະ​ເຊີນ​ໜ້າ ໃນ​ອັນ​ທີ່​ຫົວ​ໜ້າ​ທີ່​ປຶກສາ​ດ້ານ​ການ​ແພດ​ຂອງ​ທ່ານ​ກ່າວ​ວ່າ ມັນ​ບໍ່​ສາ​ມາດ​ຫຼີກ​ລ່ຽງ​ໄດ້​ທີ່​ເຊື້ອ​ໄວ​ຣັ​ສ​ສາຍ​ພັນ​ໄໝ່​ໂອ​ໄມ​ຄ​ຣອນ ຈະ​ບໍ່ເຂົ້າ​ມາ​ໃນ​ປະ​ເທດນີ້.

“ບໍ່​ຕ້ອງ​ລໍ​ຖ້າ” ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວ​ຕໍ່​ພວກ​ທີ່​ບໍ່​ໄດ້​ສັກ​ຢາ​ວັກ​ຊີນ​ປະ​ມານ 60 ລ້ານ​ຄົນ ຢູ່​ໃນ​ທົ່ວ​ປ​ະ​ເທດ ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສສັ້ນໆ ຈາກ​ທຳ​ນຽບ​ຂາວ. “ຖ້າ​ເຈົ້າ​ຫາກ​ຍັງ​ບໍ່​ທັນ​ສັກ​ຢາ​ເທື່ອ ກໍ​ຂໍ​ໃຫ້​ໄປ​ດຽວນີ້​ໂລດ.”

ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ວ່າ ທ່ານ​ບໍ່​ເຊື່ອ​ວ່າ​ໃນ​ເວ​ລານີ້ມີ​ຄວາມ​ຈຳ​ເປັນ ​ທີ່ຈະ​ຕ້ອງ​ປິດທຸ​ລະ​ກິດ ແລະ​ໂຮງ​ຮຽນ​ຕ່າງໆ​ເພີ້ມ​ຕື່ມ ຍ້ອນ​ໄພ​ຂົ່ມ​ຂູ່​ຈາກ​ເຊື້ອ​ໄວ​ຣັ​ສ​ ສາຍ​ພັນ​ໃໝ່​ໂອ​ໄມ​ຄ​ຣອນ.

ທ່ານ​ໄບ​ເດັນ​ກ່າວ​ວ່າ ທ່ານ​ຈະ “ເຮັດ​ທຸກ​ສິ່ງ​ຢ່າງທີ່​ເປັນ​ໄປ​ໄດ້” ເພື່ອ​ຕໍ່​ສູ້​ກັບ​ເຊື້ອ​ໄວ​ຣັ​ສ​ສາຍ​ພັນ​ໃໝ່ ແຕ່​ພວກ​ເຈົ້າ​ໜ້າ​ທີ່​ການ​ແພດ ​ໄດ້​ສະ​ແດງ​ຄວາມ​ຫວັງ​ອອກ​ມາວ່າ ພວກ​ທີ່​ສັກ​ຢາ​ວັກ​ຊີນ​ໄປ​ແລ້ວນັ້ນ ມີ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວໃນ​ຂະ​ນະ​ທີ່​ພວມ​ມີການ​ສຶກ​ສາ​ທາງ​ດ້ານ​ວິ​ທະ​ຍາ​ສາດ​ເພີ້ມຕື່ມ​ໃນ​ເວ​ລານີ້.

ກໍ​ລະ​ນີ​ຂອງ​ເຊື້ອ​ໄວ​ຣັ​ສ​ສາຍ​ພັນ​ໃໝ່ ທີ່​ພົບ​ເຫັນ​ເທື່ອ​ທຳ​ອິດ​ຢູ່​ອາ​ຟ​ຣິ​ກາ​ໃຕ້​ ເວ​ລານີ້​ໄດ້​ມີ​ການ​ພົບ​ເຫັນ​ຢູ່​ໃນ​ຫຼາຍໆ​ປະ​ເທດ ແລະ​ທ່ານ​ໄບ​ເດັນ ​ໃນ​ວັນ​ຈັນ ວານນີ້ ໄດ້​ປະ​ກາດ​ຫ້າມ​ຖ້ຽວ​ບິນ​ຈາກ​ອາ​ຟ​ຣິ​ກາ​ໃຕ້ ແລະອີກ 7 ປະ​ເທດ​ໃນ​ທະ​ວີບອາ​ຟ​ຣິ​ກາ ເຂົ້າ​ມາ​ໃນ​ສະ​ຫະ​ລັດ.

ດ​ຣ. ແອນ​ໂທ​ນີ ຟາວ​ຈີ ຫົວ​ໜ້າ​ນັກ​ຊ່ຽວ​ຊານ​ດ້ານ​ພະ​ຍາດ​ຕິດ​ແປດ​ຂອງ​ສະ​ຫະລັດ ກ່າວ​ຕໍ່​ລາຍ​ການ “Good Morning America” ຂອງ​ໂທ​ລະ​ພາບ ABC ວ່າ ພວກ​ນັກ​ວິ​ທະ​ຍາ​ສາດ​ຫວັງ​ວ່າ ​ຈະ​ໄດ້​ຮຽນ​ຮູ້ ພາຍ​ໃນ​ນຶ່ງ​ຫຼື​ສອງ​ອາ​ທິດ​ຂ້າງ​ໜ້ານີ້ວ່າ ຢາ​ວັກ​ຊີນ​ກັນ​ໂຄວິດ-19 ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ສາ​ມາດ​ປ້ອງ​ກັນ​ຜູ້​ຄົນ​ຕໍ່​ເຊື້ອ​ໄວ​ຣັ​ສ​ໂອ​ໄມ​ຄອນ​ໄດ້​ດີ​ປານ​ໃດແລະ​ເຊື້ອ​ດັ່ງ​ກ່າວເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ສ່ຳ​ໃດ.

ດ​ຣ. ຟາວ​ຈີ ກ່າວ​ວ່າ “ພວກ​ເຮົາ​ຍັງ​ບໍ່​ຮູ້​ຈັກ​ຫຍັງ​ເລີຍ.”

ໂຄວິດ-19 ຊຶ່ງ​ເປັນ​ພະ​ຍາດ​ທີ່​ເກີດ​ຈາກ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ໄດ້​ເອົາ​ຊີ​ວິດ​ຜູ້​ຄົນ​ໄປ​ແລ້ວ ຫຼາຍກວ່າ 750,000 ຄົນ ຢູ່​ໃນ​ສະ​ຫະ​ລັດ ໃນ​ລະ​ຫວ່າງ 20 ເດືອນ​ທີ່​ມີ​ການ​ແຜ່​ລະ​ບາດ ຊຶ່ງ​ຫຼາຍກວ່​າ​ປະ​ເທດ​ອື່ນ​ໃດ​ທັງ​ໝົດ​ໃນ​ໂລກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG