ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໄບເດັນ ເປີດຕົວແຜນການ ສ້າງວຽກເຮັດງານທຳ ແລະ ພື້ນຖານໂຄງລ່າງ ມູນຄ່າ 2 ພັນຕື້ໂດລາ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳໄປໃສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ຫ້ອງກໍ້າຕາເວັນອອກຂອງທຳນຽບຂາວ. 25 ມີນາ, 2021. (AP Photo/Evan Vucci)
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳໄປໃສ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ຫ້ອງກໍ້າຕາເວັນອອກຂອງທຳນຽບຂາວ. 25 ມີນາ, 2021. (AP Photo/Evan Vucci)

ແຜນການສ້າງວຽກເຮັດງານທຳພາຍໃນປະເທດ ແລະ ພື້ນຖານໂຄງລ່າງມູນຄ່າ 2 ພັນຕື້ໂດລາ ໄດ້ເປີດຕົວໃນວັນພຸດວານນີ້ ໂດຍປະທານາທິບໍດີ ໂຈ ໄບເດັນ.

ທ່ານປະທານາທິບໍດີໄດ້ກ່າວໃນລະຫວ່າງການໃຫ້ຄຳປາໄສໃນເມືອງ ພິດສເບີກ ເຊິ່ງແມ່ນເມືອງທີ່ມີປະຊາກອນສູງເປັນອັນດັບສອງໃນລັດ ເພັນຊິລເວເນຍ, ທີ່ໄດ້ພັດທະນາຂຶ້ນມາຈາກຄວາມຕົກຕໍ່າຂອງອຸດສາຫະກຳເຫຼັກພາຍໃນວ່າ “ພື້ນຖານໂຄງລ່າງຂອງພວກເຮົາແມ່ນກຳລັງຊິພັງ.”

ທ່ານ ໄບເດັນ ໄດ້ທຳນາຍ ກ່ຽວກັບ ແຜນການສ້າງວຽກເຮັດງານທຳຂອງຄົນ ອາເມຣິກັນ ຂອງທ່ານ, ເຊິ່ງໄດ້ກ່າວຢໍ້າເຖິງການຈ້າງງານທີ່ຖືກໜູນຫຼັງໂດຍສະຫະພັນວ່າ “ມັນຈະສ້າງເສດຖະກິດທີ່ແຂງແກ່ນທີ່ສຸດ, ຍືດຢຸ່ນທີ່ສຸດ ແລະ ມີວິວັດທະນາການໃໝ່ທີ່ສຸດໃນໂລກ.”

ແຜນການດັ່ງກ່າວແມ່ນມີຈຸດປະສົງທີ່ຈະເຮັດໃຫ້ ສະຫະລັດ ຢູ່ໃນຕຳແໜ່ງທີ່ເໜືອກວ່າ ຈີນ, ເຊິ່ງທ່ານໄບເດັນ ໄດ້ກ່າວວ່າ, ພ້ອມກັບປະເທດອື່ນໆ, “ພວກເຮົາຈະໄດ້ຊະນະ.”

ທ່ານໄດ້ກ່າວວ່າ “ສັດຕູຂອງພວກເຮົາໄດ້ເປັນຫ່ວງ ກ່ຽວກັບ ພວກເຮົາສ້າງພື້ນຖານໂຄງລ່າງທີ່ສຳຄັນນີ້,” ໂດຍຢໍ້າເຖິງການຫຼຸດລົງຂອງຍອດຜະລິດຕະພັນລວມພາຍໃນຂອງ ສະຫະລັດ ຈະໝາຍເຖິງ “ບ່ອນອື່ນໆໃນໂລກແມ່ນກຳລັງ ຫຍັບໃກ້ເຂົ້າ, ແລະ ຫຍັບເຂົ້າໃກ້ໄວຫຼາຍ.

ເສດຖະກິດຂອງ ສະຫະລັດ ໄດ້ຕົກລົງ 3.5 ເປີເຊັນໃນປີ 2020 ຍ້ອນໂຣກລະບາດໄວຣັສໂຄໂຣນາ, ອີງຕາມຕົວເລກຕ່າງໆຂອງລັດຖະບານ.

ແຜນການຂອງທ່ານປະທານາທິບໍດີໄດ້ຄາດຫວັງວ່າໃນໄລຍະເວລາ 8 ປີ ຈະສ້ອມແປງຫົນທາງຍາວ 32,000 ກິໂລແມັດ, ຂົວທີ່ມີຄວາມສຳຄັນທາງເສດຖະ ກິດ 10 ແຫ່ງ ແລະຂົວນ້ອຍ 10,000 ແຫ່ງ, ກຳຈັດທໍ່ທີ່ມີສານກົ່ວອັນຕະລາຍໃນລະບົບນໍ້າປະປາ ແລະ ປັບປຸງສາຍໄຟຟ້າຂອງປະເທດຢ່າງຫຼວງຫຼາຍ, ສັນຍານອິນເຕີແນັດ ແລະ ລະບົບການຂົນສົ່ງຕ່າງໆ.

ໃນການກ່າວຄຳປາໄສດົນກວ່າເຄິ່ງຊົ່ວໂມງຢູ່ສູນຝຶກອົບຮົບຊ່າງໄມ້ ເມືອງ ພິດສເບີກ ນັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າ “ຂ້າພະເຈົ້າເຊື່ອວ່າຖ້າພວກເຮົາດຳເນີນການດຽວນີ້, ໃນ 50 ປີປະຊາຊົນຈະເບິ່ງຢ້ອນຫຼັງ ແລະ ເວົ້າວ່າ, “ນີ້ແມ່ນຊ່ວງເວລາທີ່ ອາເມຣິກັນ ໄດ້ຊະນະອະນາຄົດ.”

ແຜນການດັ່ງກ່າວໄດ້ມີຂຶ້ນຫຼັງຈາກທ່ານ ໄບເດັນ ໄດ້ຮັບອະນຸມັດຈາກສະພາ ກ່ຽວກັບ ຂໍ້ຕົກລົງການຊ່ວຍເຫຼືອໄວຣັສໂຄໂຣນາ ດ້ວຍການຊະນະຝ່າຍຄ້ານພັກຣີພັບບລີກັນທີ່ຂາດຄວາມສາມັກຄີກັນ ໃນການລົງຄະແນນສຽງຂອງບັນດາສະມາຊິກພັກເດໂມແຄຣັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG