ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ດໍາເນີນຄວາມພະຍາຍາມອີກຄັ້ງໃໝ່ ເພື່ອຫລຸດຜ່ອນການກໍ່ຄວາມຮຸນແຮງ ດ້ວຍການໃຊ້ປືນລົງ


ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ພົບກັບລັດຖະມົນຕີກະຊວງຍຸຕິທໍາ, ທ່ານເມີຣິກ ກາແລນ, ບັນດາເຈົ້າໜ້າທີ່ເທດສະບານ ແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທີ່ສຳຄັນ ເພື່ອສົນທະນາຫາລືກ່ຽວກັບຍຸດທະສາດໃນການຫລຸດຜ່ອນການກໍ່ຄວາມຮຸນແຮງດ້ວຍການໃຊ້ປືນລົງ ຢູ່ທໍານຽບຂາວໃນວັນທີ 12 ກໍລະກົດ 2021
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ພົບກັບລັດຖະມົນຕີກະຊວງຍຸຕິທໍາ, ທ່ານເມີຣິກ ກາແລນ, ບັນດາເຈົ້າໜ້າທີ່ເທດສະບານ ແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທີ່ສຳຄັນ ເພື່ອສົນທະນາຫາລືກ່ຽວກັບຍຸດທະສາດໃນການຫລຸດຜ່ອນການກໍ່ຄວາມຮຸນແຮງດ້ວຍການໃຊ້ປືນລົງ ຢູ່ທໍານຽບຂາວໃນວັນທີ 12 ກໍລະກົດ 2021

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ແລະລັດຖະມົນຕີກະຊວງຍຸຕິທໍາ, ທ່ານເມີຣິກ ກາແລນ (Merrick Garland) ໄດ້ພົບປະກັບບັນດາເຈົ້າໜ້າທີ່ໃນເທດສະບານ ແລະເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍທີ່ສຳຄັນກ່ຽວກັບບັນຫາທີ່ປາກົດວ່າ ຄວບຄຸມໄດ້ຍາກຂອງຊາວອາເມຣິກັນນັ້ນກໍຄື: ຈຳນວນຂອງການກໍ່ອາຊະຍາກຳດ້ວຍການໃຊ້ປືນເພີ້ມທະວີຂຶ້ນ.

ໂດຍມີການຈັດການບັນທຶກຕ່າງໆ, ປີ 2021 ອາດຈະເປັນປີທີ່ຮ້າຍແຮງທີ່ສຸດສຳລັບການໃຊ້ປືນໃນການກໍ່ຄວາມຮຸນແຮງຢູ່ໃນສະຫະລັດໃນຮອບສອງທົດສະວັດຜ່ານມາ. ໃນປີນີ້ກໍມີປະຊາຊົນຫຼາຍກວ່າ 10,700 ຄົນແລ້ວທີ່ໄດ້ຖືກຂ້າຕາຍໃນເຫດການຍິງກັນ, ອີງຕາມການບັນທຶກຂອງໜັງສືພິມເກັບການບັນທຶກຄວາມຮຸນແຮງດ້ວຍການໃຊ້ປືນ ຫລື Gun Violence Archive Gun, ບາງຄັ້ງກໍແມ່ນຍ້ອນອຸບັດຕິເຫດ ແຕ່ກໍມີກໍລະນີແມ່ນເປັນການຂ້າກັນ, ການປຸ້ນຈີ້ ແລະການຍິງສັງຫານໝູ່ຢູ່ບ່ອນປະຊາຊົນຮວມຕົວກັນຫລາຍໆເຊັ່ນ: ການໂຈມຕີທີ່ເກີດຂຶ້ນ ຢູ່ຮ້ານຂາຍອາຫານ ແລະເຄື່ອງໃຊ້ສອຍທົ່ວໄປ, ຮ້ານອາບອົບນວດ ແລະ

ທ່ານໄບເດັນ ເອີ້ນການກໍ່ຄວາມຮຸນແຮງດ້ວຍການໃຊ້ປືນຢູ່ໃນສະຫະລັດອວ່າເປັນ "ການລະບາດ" ແລະ "ຄວາມໜ້າອັບອາຍໃນລະດັບສາກົນ", ແຕ່ທ່ານກໍບໍ່ມີອຳນາດທີ່ຈະເຮັດໃຫ້ມັນຍຸຕິໄດ້.

“ໃນຂະນະທີ່ບໍ່ມີວິທີການໃດໆ ທີ່ເໝາະສົມດີກັບທຸກຢ່າງໝົດຢູ່ນີ້, ພວກເຮົາຮູ້ວ່າມີບາງສິ່ງບາງຢ່າງທີ່ໃຊ້ການໄດ້. ແລະວິທີທຳອິດຂອງວິທີທາງທີ່ໃຊ້ການໄດ້ເຫລົ່ານັ້ນກໍຄື ການຈໍາກັດກະແສຫລັ່ງໄຫລຂອງອາວຸດປືນ,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນທີ່ກ່າວຢູ່ໃນຕອນເລີ່ມຕົ້ນກອງປະຊຸມໃນວັນຈັນວານນີ້.

ທ່ານໄດ້ຮຽກຮ້ອງໃຫ້ສະພາສູງຮັບຮອງເອົາມາດຕະການຄວບຄຸມປືນສອງຢ່າງທີ່ໄດ້ຮັບຮອງເອົາໂດຍສະພາຕໍ່າແລ້ວ.

ນຶ່ງໃນມາດຕະການທີ່ສະພາຕໍ່າໄດ້ຮັບຮອງເອົານັ້ນຈະປິດຊ່ອງຫວ່າງທີ່ມີມາແຕ່ດົນນານໃນກົດໝາຍວ່າດ້ວຍປືນ ໂດຍການຂະຫຍາຍການກວດສອບປະຫວັດ ສໍາລັບຜູ້ທີ່ຊື້ອາວຸດຜ່ານທາງອິນເຕີແນັດ, ຊື້ໃນງານວາງສະແດງປືນ ແລະຊື້ຜ່ານການເຮັດທຸລະກໍາຂອງສ່ວນຕົວ. ອີກອັນນຶ່ງແມ່ນຈະໃຫ້ເຈົ້າໜ້າທີ່ມີເວລາ 10 ວັນລັດຖະການ, ແທນທີ່ຈະເປັນ 3 ວັນທີ່ມີຢູ່ໃນປະຈຸບັນ, ເພື່ອກວດກາປະຫວັດຂອງຜູ້ຊື້ປືນ.

ແຕ່ວ່າ ຢູ່ສະພາສູງທີ່ມີການແຕກແຍກກັນທາງການເມືອງໂດຍທີ່ມີພວກສັງກັດພັກເດໂມແຄຣັດ 50 ຄົນ ແລະພັກຣີພັບບລີກັນ 50 ຄົນນັ້ນ ຍັງບໍ່ທັນໄດ້ດໍາເນີນການເທື່ອ ແລະຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ກຸ່ມສັງກັດພັກເດໂມແຄຣັດ ພ້ອມດ້ວຍຮອງປະທານາທິບໍດີຄາມາລາ ແຮຣີສ (Kamala Harris) ລົງຄະ ແນນຕໍ່ຜົນການລົງຄະແນນສຽງທີ່ສະເໝີກັນນັ້ນ ຈະສາມາດລວບລວມເອົາຄະ ແນນສຽງໃຫ້ພຽງພໍເພື່ອຈະອະນຸມັດນິຕິກໍາໃດໆ ໃນການຈຳກັດການໃຊ້ປືນໄດ້ຫລືບໍ່. ມີສະມາຊິກພັກຣີພັບບລີກັນຈຳນວນໜ້ອຍດຽວເທົ່ານັ້ນ ຢູ່ໃນສະພາຕໍ່າທີ່ໄດ້ສະໜັບສະໜູນການຄວບຄຸມປືນທີ່ເຂັ້ມງວດຂຶ້ນກວ່າເກົ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG