ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໄບເດັນ ທຳການຜັກດັນຄັ້ງສຸດທ້າຍ ເພື່ອໃຫ້ໄດ້ການຮັບຜ່ານ ແຜນການໃຊ້ຈ່າຍດ້ານສະຫວັດດີການສັງຄົມ


ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ, 24 ຕຸລາ, 2021.
ຫໍລັດຖະສະພາ ສະຫະລັດ, ນະຄອນຫຼວງ ວໍຊິງຕັນ, 24 ຕຸລາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຈັດກອງປະຊຸມສ່ວນຕົວທີ່ສຳຄັນກັບສະມາຊິກສະພາຄົນສຳຄັນສອງຄົນໃນວັນອາທິດວານນີ້ ໃນຂະນະທີ່ທ່ານແຂ່ງຂັນເພື່ອຂຽນລາຍລະອຽດ ກ່ຽວກັບ ແຜນການໃຊ້ຈ່າຍໃນສະຫວັດດີການສັງຄົມ ແລະ ການຄວບຄຸມສະພາບອາກາດທີ່ຖືກຫຼຸດລົງ ສຳລັບລັດຖະສະພາໃຫ້ໄວເຖິງວັນຈັນມື້ນີ້.

ທ່ານປະທານາທິບໍດີໄດ້ຕ້ອນຮັບຜູ້ນຳສຽງສ່ວນຫຼາຍສັງກັດພັກເດໂມແຄຣັດ ທ່ານ ຈັກ ຊູເມີ ຢູ່ບ້ານຂອງທ່ານໃນນະຄອນ ວິລມິງຕັນ (Wilmington), ລັດ ເດລາແວ ທາງພາກຕາເວັນອອກສຽງເໜືອຂອງ ສະຫະລັດ, ພ້ອມກັບສະມາຊິກສະພາສູງ ທ່ານ ໂຈ ແມນຊິນ ຈາກລັດ ເວີຈິເນຍ ຕາເວັນຕົກ, ເຊິ່ງແມ່ນນຶ່ງໃນບັນດານັກການເມືອງສອງຄົນທີ່ສຳຄັນໃນພັກເດໂມແຄຣັດຂອງທ່ານ ໄບເດັນ ຜູ້ທີ່ໄດ້ຮຽກຮ້ອງສຳລັບການຕັດລົງຢ່າງຫຼວງຫຼາຍໃນຂໍ້ສະເໜີແຜນການດັ້ງເດີມ ມູນຄ່າ ສາມພັນຫ້າຮ້ອຍຕື້ໂດລາ ຂອງທ່ານປະທານາທິບໍດີ, ເຊິ່ງແມ່ນການຂະຫຍາຍຜົນປະໂຫຍດລັດຖະບານຕໍ່ຄອບຄົວຄົນ ອາເມຣິກັນ ທີ່ໃຫຍ່ທີ່ສຸດໃນຮອບຫ້າທົດສະຫວັດ.

ຖະແຫຼງການຈາກຫ້ອງການສື່ມວນຊົນຂອງທຳນຽຂາວໄດ້ກ່າວວ່າ ຜູ້ຊາຍທັງສາມຄົນນັ້ນໄດ້ຈັດ “ການປຶກສາຫາລືທີ່ເປັນໝາກຜົນ ກ່ຽວກັບ ແຜນການ Build Back Better ຫຼື ການສ້າງຄືນໃຫ້ດີກວ່າເກົ່າ,” ເຊິ່ງແມ່ນຊື່ທາງການຂອງແຜນການຂອງທ່ານ ໄບເດັນ ທີ່ເອີ້ນວ່າ “ພື້ນຖານໂຄງລ່າງມະນຸດ,” “ລວມມີການສະໜອງເຄື່ອງມືໃຫ້ຄົນ ອາເມຣິກັນ ກັບຄືນໄປເຮັດວຽກ ແລະ ສ້າງເສດຖະ ກິດທີ່ເປັນຜົນດີຕໍ່ຊົນຊັ້ນກາງ, ບໍ່ແມ່ນພຽງແຕ່ສຳລັບຜູ້ຢູ່ລະດັບສູງເທົ່ານັ້ນ.”

ຖະແຫຼງການດັ່ງກ່າວໄດ້ເວົ້າວ່າ ທັງສາມທ່ານ “ໄດ້ສືບຕໍ່ທີ່ຈະທຳຄວາມກ້າວໜ້າ” ແລະ ໄດ້ຕົກລົງທີ່ຈະ “ຕິດຕໍ່ກັນຢ່າງໃກ້ຊິດ ແລະ ສະມາຊິກຄົນອື່ນໆຜູ້ທີ່ໄດ້ເຮັດວຽກຢ່າງໜັກ ກ່ຽວກັບ ການເຈລະ ຈາດັ່ງກ່າວນີ້.”

ດ້ວຍສະມາຊິກສະພາສູງ 100 ທ່ານທີ່ແບ່ງກັນຢ່າງເທົ່າທຽມລະຫວ່າງພັກຣີພັບບລີກັນ ແລະ ເດໂມແຄຣັດ ນັ້ນ, ການຕົກລົງ ແລະ ລົງຄະແນນສຽງດ້ານນະໂຍບາຍຂອງທ່ານ ແມນຊິນ ແລະ ສະມາຊິກສະພາສູງທ່ານນາງ ເຄີສເທັນ ຊີເນມາ ຈາກລັດ ອາຣິໂຊນາ, ເຊິ່ງແມ່ນສະມາຊິກທີ່ມີຫົວປານກາງສອງຄົນຂອງພັກການເມືອງ ເດໂມແຄຣັດ ນັ້ນ, ແມ່ນກະແຈທີ່ສຳຄັນເພື່ອຮັບຜ່ານຮ່າງກົດໝາຍນິຕິບັນຍັດດັ່ງກ່າວ, ພ້ອມກັບການລົງຄະແນນສຽງຕັດສິນຂອງຮອງປະທານາທິບໍດີ ຄາມາລາ ແຮຣິສ. ປັດຈຸບັນນີ້, ບໍ່ມີສະມາຊິກພັກຣີພັບບລີກັນຄົນໃດສະໜັບສະໜູນຮ່າງກົດໝາຍດັ່ງກ່າວ.

XS
SM
MD
LG