ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ທ່ານ ໄບເດັນ ແລະ ທ່ານທຣຳ ຊະນະການເລືອກຕັ້ງຂັ້ນຕົ້ນ ໃນລັດເຄນທັກກີ ໃນຂະນະລະດູການສະເໜີຊື່ຊິງຕຳແໜ່ງປະທານາທິບໍດີ ກຳລັງມ້ວນທ້າຍ


ນາງຣາໂມນາ ແມັກຄູນ, 4 ປີ, ປ່ອນບັດລົງຄະແນນສຽງຜ່ານທາງໄປສະນີ ລົງໃນຕູ້ໄປສະນີ ໃນລະຫວ່າງ ການລົງຄະແນນສຽງ ໃນນະຄອນພອດແລນ ຂອງລັດອໍເຣກອນ, ວັນທີ 21 ພຶດສະພາ 2024.
ນາງຣາໂມນາ ແມັກຄູນ, 4 ປີ, ປ່ອນບັດລົງຄະແນນສຽງຜ່ານທາງໄປສະນີ ລົງໃນຕູ້ໄປສະນີ ໃນລະຫວ່າງ ການລົງຄະແນນສຽງ ໃນນະຄອນພອດແລນ ຂອງລັດອໍເຣກອນ, ວັນທີ 21 ພຶດສະພາ 2024.

ການເລືອກຕັ້ງປະທານາທິບໍດີໃນຂັ້ນຕົ້ນ ທີ່ທ່ານ ໂຈ ໄບເດັນ ແລະ ທ່ານດໍໂນລ ທຣຳ ທີ່ໄດ້ຕໍ່ສູ້ກັນເພື່ອໄຊຊະນະນັ້ນ ກຳລັງຍັບເຂົ້າໃກ້ຈຸດສຸດທ້າຍຂອງທັງສອງທ່ານແລ້ວ. ອີງຕາມລາຍງານຂອງອົງການຂ່າວເອພີ.

ທ່ານໄບເດັນ ແລະ ທ່ານທຣຳ ຕ່າງກໍໄດ້ຮັບໄຊຊະນະໃນການເລືອກຕັ້ງຂັ້ນຕົ້ນຢູ່ລັດເຄັນທັກກີ ໃນວັນອັງຄານວານນີ້, ແລະບັນດາຜູ້ມີສິດເລືອກຕັ້ງໃນລັດອໍເຣກອນ ຕ່າງກໍໄດ້ມີໂອກາດຊັ່ງຊາໃນການເລືອກຕັ້ງຂັ້ນຕົ້ນນີ້ເຊັ່ນກັນ.

ການຕັດສິນໃຈທີ່ເປັນສັນຍາລັກນີ້ ສະແດງໃຫ້ເຫັນວ່າ ມີບັນດາຜູ້ແທນເຂົ້າຮ່ວມຕື່ມອີກໜ້ອຍນຶ່ງໃນກອງປະຊຸມລະດັບຊາດຂອງພັກ ແລະເປັນການກວດສອບເບິ່ງຖານສຽງຂອງພັກເດໂມແຄຣັດ ແລະ ພັກຣີພັບບລີກັນ ເຖິງຈຸດຢືນຂອງພວກເຂົາຕໍ່ຄຸນສົມບັດຂອງຜູ້ນຳພັກ ໃນຂະນະລະດູການສະເໜີຊື່ເປັນຕົວແທນຂອງພັກລົງແຂ່ງຂັນເປັນປະທານາທິບໍດີ ກຳລັງໃກ້ເຖິງຈຸດສຸດທ້າຍແລ້ວ.

ເຖິງແມ່ນວ່າ ຫຼັງຈາກພວກເພິ່ນທັງສອງໄດ້ຮັບການຖືກສະເໜີຊື່ ແລະບັນດາຄູ່ແຂ່ງທັງຫຼາຍກໍໄດ້ຖອນຕົວອອກແລ້ວກໍຕາມ, ແຕ່ທ່ານໄບເດັນ ແລະ ທ່ານທຣຳ ກໍຍັງສືບຕໍ່ປະເຊີນກັບການຄັດຄ້ານຈາກພາຍໃນພັກຂອງພວກເພິ່ນເອງ.

ລຸນຫຼັງການເລືອກຕັ້ງຂັ້ນຕົ້ນ ໃນວັນອັງຄານວານນີ້ ການແຂ່ງຂັນເພື່ອຖືກສະເໜີຊື່ຊິງຕຳແໜ່ງປະທານາທິບໍດີ ຈະຍັງເຫຼືອອີກ ຢູ່ໃນແປດລັດ.

The presidential primaries that Joe Biden and Donald Trump have already clinched are moving closer to their end.

Biden and Trump won primaries in Kentucky Tuesday, and voters in Oregon also had their chance to weigh in.

The symbolic decisions provide a few more delegates to the national conventions and a gut check on where the Democratic and Republican bases stand toward their standard-bearers as the presidential nominating season nears its end.

Even after they secured the nominations and their rivals dropped out, Biden and Trump have continued facing dissent from within their own parties. After Tuesday, eight presidential nominating contests will remain.

A dog sniffs the voting dropbox where its owner dropped off a mail-in-voting ballot during primary voting in Portland, Oregon, May 21, 2024.
A dog sniffs the voting dropbox where its owner dropped off a mail-in-voting ballot during primary voting in Portland, Oregon, May 21, 2024.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG