ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ແລະ ທ່ານ ທ​ຣຳ ແນ​ເປົ້າ​ເພື່ອ​ໂຈມ​ຕີ​ໃສ່​ກັນ​ແລະ​ກັນ


ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ.
ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຊ້າຍ, ແລະ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ.

ຫຼັງ​ຈາກ​ກາ​ນ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ Super Tuesday, ເຊິ່ງປະ​ທານ​າ​ທິ​ບໍ​ດີສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ​ ທ​ຣຳ ໄດ້ຄອບ​ງຳ​ບັດ​ລົງ​ຄະ​ແນນ​ສຽງ​ຂອງ​ພັກ​ຕາມ​ລຳ​ດັບ​ນັ້ນ, ຜູ້​ຊາ​ຍ​ທັງ​ສອງ​ຄົນ​ດັ່ງ​ກ່າວ​ກໍ​ໄດ້​ສົ່ງ​ຂໍ້​ຄວາມ​ເຕືອນ​ຕໍ່​ສາ​ທາ​ລະ​ນະ ກ່ຽວ​ກັບ ກັນ​ແລະ​ກັນ ແລະ ການ​ອະ​ທິ​ບາຍ​ທີ່​ແຕກ​ຕ່າງ​ຢ່າງ​ສິ້ນ​ເຊີງ ກ່ຽວ​ກັບ ສະ​ຖາ​ນະ​ພາບ​ຂອງ​ປະ​ເທດ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຖືກ​ເຜີຍ​ແຜ່​ໃນ​ຄືນ​ວັນ​ອັງ​ຄານ​ວານນີ້, ທ່ານ ໄບ​ເດັນ ໄດ້​ເຕືອນ​ວ່າ​ການ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ​ຂອງ​ທ່ານ ທ​ຣຳ ຈະ “​ກໍ່​ໃຫ້​ເກີດ​ໄພ​ຂົ່ມ​ຂູ່​ທີ່​ມີ​ຢູ່” ຕໍ່​ປະ​ຊາ​ທິ​ປະ​ໄຕ​ຂອງຊາວ ອາ​ເມ​ຣິ​ກັນ. ສຳ​ລັບ​ທ່ານ ທ​ຣຳ ນັ້ນ, ໃນ​ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ບ້ານ​ພັກ​ຕາກ​ອາ​ກາດ ມາ-ອາ-ລາ​ໂກ ໃນ​ເມືອງ ພາມ
ບີ​ດ​ຈ໌, ທ່ານ ທ​ຣຳ ໄດ້​ອ້າງ​ອີງ​ທ່ານ ໄບ​ເດັນ ດັ່ງ​ກັບ “ປະ​ທານ​າ​ທິ​ບໍ​ດີ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງປະ​ເທດ.”

ບັນ​ດາ​ນັກ​ຊ່ຽວ​ຊານ​ກ່າວ​ວ່າ ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ສາ​ມາດ​ຄາດ​ການ​ເຖິງ​ສິ່ງ​ດຽວ​ກັນນີ້ຫຼາຍ​ຂຶ້ນ, ຄົງ​ຈະຫຼາຍກວ່ານີ້ໃນ​ເດືອນ​ທີ 8 ໄປ​ສູ່​ການ​ເລືອກ​ຕັ້ງ.

ທ່ານ ເຊັ​ທ໌ ມາ​ສ​ເກັດ, ອາ​ຈານ​ສອນ​ລັດ​ຖະ​ສາດ ແລະ ຜູ້​ອຳ​ນວຍ​ການ​ຢູ່​ສູນ​ກາງ​ການ​ເມືອງ ອາ​ເມ​ຣິ​ກັນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເດັນ​ເວີ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ຍ້ອນ​ວ່າ​ທ່ານ ໄບ​ເດັນ ແລະ ທ່ານ ທ​ຣຳ ເປັນ​ທີ່​ຮູ້​ຈັກ​ດີຫຼາຍ​ຕໍ່​ບັນ​ດາ​ຜູ້​ລົງ​ຄະ​ແນ​ນ​ສຽງ ສະ​ຫະ​ລັດ ນັ້ນ, ​ພວກ​ເພິ່​ນຈະ​ເພັ່ງ​ເລັງ​ໃສ່​ການ​ກ່າວ​ໃສ່​ຮ້າຍ​ກັນ ຫຼາຍກວ່າ​ທີ່​ຈະ​ຍົກ​ຍ້ອງ​ກັນ.

ທ່ານ ມາ​ສ​ເກັດ ກ່າວ​ວ່າ​ທ່ານ​ຄາດ​ວ່າ​ຈະ​ມີ​ສິ່ງ​ທີ່​ເປັນ​ແງ່​ລົບຢ່າງຫຼວງຫຼາຍ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ, ດ້ວຍ​ທ່ານ ທ​ຣຳ ພະ​ຍາ​ຍາມ​ທີ່​ຈະ​ຊັກ​ຊວນ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ວ່າ, ຍ້ອນ​ທ່ານ ໄບ​ເດັນ, ເສດ​ຖະ​ກິດ ແລະ ສັງ​ຄົມ​ສ່ວນ​ໃຫຍ່​ຈຶ່ງ​ໄດ້​ແຕ​ກ​ຫັກ, ໃນ​ຂະ​ນະ​ທີ່​ທ່ານ ໄບ​ເດັນ ​ຈະ​ປ້ອງ​ກັນ​ປະ​ຫວັດ​ຂອງ​ທ່ານ​ເອງ ແລະ ​ຈະເຕືອນ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ ກ່ຽວ​ກັບ ຄວາມ​ຜິ​ດ​ປົກ​ກະ​ຕິ​ຂອງ​ການ​ປະ​ຕິ​ບັດ​ໜ້າ​ທີ່ຫຼາຍ​ຢ່າງ​ໃນຂະ​ນະ​ທີ່​ທ່ານ ທ​ຣຳ ຢູ່​ໃນ​ທຳ​ນຽບ​ຂາວ.

ທ່ານ ມາ​ສ​ເກັດ ກ່າວ​ວ່າ “ທ່ານ ທ​ຣຳ ຈະ​ພະ​ຍາ​ຍາມ​ບັນ​ລະ​ຍາຍ ກ່ຽວ​ກັບ ສະ​ພາບ​ຂອງ​ມື້ນີ້ວ່າ​ໂດຍ​ແທ້​ຈິງ​ແລ້ວ​ມັນ​ເປັນ​ສະ​ພາບ​ທີ່​ຮ້າຍ​ແຮງກວ່າ​ທີ່​ເຄີຍ​ມີ​ມາ​ກ່ອນ. ທ່ານ ໄບ​ເດັນ ກໍ​ຈະ​ພະ​ຍາ​ຍາມ​ອະ​ທິ​ບາຍ​ສ​ະ​ພາບ​ໃນ​ປັດ​ຈຸ​ບັນ​ວ່າ​ດີ ແລະ ພ້ອມ​ກັນ​ນັ້ນ, ທ່ານ​ກໍ​ຈະ​ພະ​ຍາ​ຍາມ​ເຕືອນ​ປະ​ຊາ​ຊົນ ກ່ຽວ​ກັບ ຄວາມ​ວຸ້ນ​ວາຍ​ໃນ​ປີ​ສຸດ​ທ້າຍ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ, ດ້ວຍ​ໂຣກ​ລະ​ບາດ ແລະ ການ​ກໍ່​ຈະ​ລາ​ຈົນ ແລະ ທຸກ​ຢ່າງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປີ​ນັ້ນ.”

ອ່າ​ນ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG