ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ທ່ານ ໄບເດັນ ແລະ ທ່ານ ທຣໍາ ຕົກລົງເຫັນດີ​ທີ່​ຈະໂຕ້ວາທີກັນ ໃນເດືອນມິຖຸນາ ແລະ ເດືອນກັນຍາ


ແຟ້ມຮູບ-ຮູບທີ່ປະສົມກັນນີ້ ສະແດງໃຫ້ເຫັນຜູ້ລົງແຂ່ງຂັນປະທານາທິບໍດີຈາກພັກຣີພັບບລິກັນ ອະດີດປະທານາທິບໍດີ ດໍໂນລ ທຣໍາ, ຊ້າຍ, ວັນທີ 9 ມີນາ 2024, ແລະປະທານາທິບໍດີ ໄບເດັນ, ຂວາ, ວັນທີ 27 ມັງກອນ 2024.
ແຟ້ມຮູບ-ຮູບທີ່ປະສົມກັນນີ້ ສະແດງໃຫ້ເຫັນຜູ້ລົງແຂ່ງຂັນປະທານາທິບໍດີຈາກພັກຣີພັບບລິກັນ ອະດີດປະທານາທິບໍດີ ດໍໂນລ ທຣໍາ, ຊ້າຍ, ວັນທີ 9 ມີນາ 2024, ແລະປະທານາທິບໍດີ ໄບເດັນ, ຂວາ, ວັນທີ 27 ມັງກອນ 2024.

ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ແລະ ຜູ້ທ້າ​ຊິງ​ຕຳ​ແໜ່ງໃນການ ເລືອກຕັ້ງວັນທີ 5 ພະຈິກທີ່ຈະມາເຖິງນີ້ຂອງທ່ານ, ອະດີດປະທານາທິບໍດີ ທ່ານ ດໍໂນລ ທຣຳ, ໄດ້ຕົກລົງກັນໃນວັນພຸດວານນີ້ທີ່ຈະທຳ​ການໂຕ້ວາທີກັນ 2 ຄັ້ງ, ຄັ້ງທີນຶ່ງແມ່ນວັນທີ 27 ມິຖຸນາ ແລະ ອີກຄັ້ງນຶ່ງແມ່ນວັນທີ 10 ກັນຍາ.

ໂທ​ລະ​ພາບ CNN ກ່າວວ່າ ຜູ້ໂຄສະນາຫາສຽງທັງ​ສອງ​ທ່ານ ໄດ້ຕົກລົງທີ່ຈະ ຈັດການປະເຊີນຫນ້າກັນຄັ້ງທໍາອິດໃນອີກ 6 ອາທິດຢູ່ທີ່ສະຕູດິໂອຂອງຕົນໃນ ນະຄອນແອັດແລນຕ້າ ໂດຍບໍ່ມີຜູ້ຊົມເຂົ້າເບິ່ງ. ສໍາລັບການໂຕ້ວາທີຄັ້ງທີສອງ ແມ່ນຈະຖືກຈັດຂຶ້ນໂດຍໂທ​ລະ​ພາບ ABC.

ການປະກາດສໍາລັບການໂຕ້ວາທີຂອງທັງສອງທ່ານນັ້ນ ມີຂຶ້ນພ້ອມກັນຢ່າງ ໄວວາໃນວັນພຸດວານນີ້.

ທ່ານ ທຣໍາ, ສະມາຊິກຈາກພັກຣີພັບບລີກັນທີ່ສູນເສຍການແຂ່ງຂັນເລືອກຕັ້ງ ໃຫ້ ທ່ານ ໄບເດັນ ໃນປີ 2020, ເຖິງແມ່ນທ່ານຈະຍັງຄົງອ້າງແບບຜິດໆວ່າ ທ່ານຖືກຫຼອກລວງໃຫ້ອອກຈາກທໍານຽບຂາວໃນສະໄໝໃໝ່ຂອງທ່ານກໍຕາມ, ເປັນເວລາຫຼາຍອາທິດໄດ້ຮຽກຮ້ອງໃຫ້ມີການໂຕ້ວາທີຫຼາຍໆຄັ້ງ ກ່ອນ​ຮອດ​ການ​ລົງຄະແນນສຽງແຫ່ງຊາດຂອງປີ 2024. ທ່ານ ໄບເດັນ, ສະມາຊິກພັກ ເດໂມແຄຣັດ, ເມື່ອບໍ່​ດົນມານີ້ໄດ້ຕົກລົງທີ່ຈະໂຕ້ວາທີກັບ ທ່ານ ທຣໍາ.

ໃນວັນພຸດວານນີ້, ການໂຄສະນາຫາສຽງຂອງ ທ່ານ ໄບເດັນ ໄດ້ແຈ້ງໃຫ້ຮູ້ ກ່ຽວກັບການໂຕ້ວາທີໃນເດືອນມິຖຸນາ ແລະ ເດືອນກັນຍາ ທີ່ຈະມາເຖິງນີ້, ໃນຂະນະທີ່ທ່ານກ່າວວ່າ ທ່ານຈະບໍ່ເຂົ້າຮ່ວມໃນການໂຕ້ວາຄັ້ງທີ່ 3 ທີ່ໄດ້ສະ ເຫນີໃຫ້ມີຂຶ້ນສໍາລັບເດືອນກັນຍາ ແລະເດືອນຕຸລາ ໂດຍຄະນະກໍາມະການການ ໂຕ້ວາທີຂອງປະທານາທິບໍດີທີ່ບໍ່ເຂົ້າ​ຂ້າງ​ພັກ​ການ​ເມືອງ​ໃດ ເຊິ່ງໄດ້ຈັດການໂຕ້ ວາທີໃນທຸກໆ 4 ປີ ເປັນເວລາສາມທົດສະວັດຕິດຕໍ່ກັນ.

ທ່ານ ທຣໍາ, ເຊິ່ງໄດ້ໂພສຢູ່ໃນເວັບໄຊທ໌ Truth Social ຂອງທ່ານ ກ່າວວ່າ ທ່ານ “ມີຄວາມພ້ອມ ແລະມີຄວາມປາດຖະໜາທີ່ຈະໂຕ້ວາທີ” ກັບ ທ່ານ ໄບເດັນ ໃນເດືອນຫນ້າ ແລະໃນເດືອນກັນຍາ ທີ່ຈະມາເຖິງນີ້. ໂທ​ລະ​ພາບ CNN, ເຊິ່ງເປັນເຄືອຂ່າຍຂ່າວເຄໂບລ 24 ຊົ່ວໂມງ, ໄດ້ອອກມາປະກາດ ກ່ຽວກັບການໂຕ້ວາທີຄັ້ງທໍາອິດ ບໍ່ດົນຫຼັງຈາກນັ້ນ, ແລະກ່າວວ່າ ສອງຜູ້ດໍາເນີນລາຍການອາວຸໂສຂອງຕົນ, ທ່ານ ເຈກ ແທັບເປີ (Jake Tapper) ແລະ ທ່ານນາງ ເດນາ ບາສ (Dana Bash) ຈະເປັນໂຄສົກ ໃນການດໍາເນີນງານດັ່ງກ່າວ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG