ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ທີ່ຈະເດີນທາງ ໄປເຈລະຈາ​ຫາ​ລື ກັບອົງການ NATO ກ່ຽວກັບ ຢູເຄຣນ ຈະ​ລົງ​ໂທດ ​ຣັດ​ເຊຍ ​ຕື່ມ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສໃນນະຄອນຫຼວງ ວໍຊິງຕັນ ເມື່ອວັນຈັນທີ່ຜ່ານມາ, 21 ມີນາ, 2022.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສໃນນະຄອນຫຼວງ ວໍຊິງຕັນ ເມື່ອວັນຈັນທີ່ຜ່ານມາ, 21 ມີນາ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະເດີນທາງໄປນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ ວັນພຸດມື້ນີ້ ບ່ອນທີ່ທ່ານຈະພົບປະກັບບັນດາພັນທະມິດອົງການ NATO ແລະ ຢູໂຣບ ແລະ ຄາດວ່າຈະປະກາດມາດຕະ ການລົງໂທດຮອບໃໝ່ຕໍ່ ຣັດເຊຍ ສຳລັບການບຸກລຸກ ຢູເຄຣນ ຂອງເຂົາເຈົ້າ.

ທ່ານ ເຈກ ຊຸລລີວານ ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງທຳນຽບຂາວໄດ້ກ່າວວ່າ “ທ່ານຈະເຂົ້າຮ່ວມກັບບັນດາພາ​ຄີຂອງພວກເຮົາ ໃນການວາງມາດຕະການລົງໂທດຕໍ່ ຣັດເຊຍ ແລະ ຮັດກຸມມາດຕະການລົງໂທດທີ່ມີຢູ່ ເພື່ອປາບປາມການຫຼົບ​ຫຼີກ ແລະ ເພື່ອຮັບປະກັນການສະໜັບສະ ໜູນຢ່າງຫຼວງຫຼາຍ.”

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ແມ່ນມີກຳນົດທີ່ຈະກ່າວຄຳປາໄສໃນກອງປະຊຸມສຸດຍອດ NATO ຜ່ານທາງວິດີໂອໃນວັນພະຫັດມື້ອື່ນ, ແລະ ທ່ານໄດ້ກ່າວກ່ອນກອງປະຊຸມນັ້ນວ່າ ທ່ານຄາດວ່າບັນດາຜູ້ນຳຕາເວັນຕົກຈະເພີ່ມມາດຕະການລົງໂທດຕໍ່ ຣັດເຊຍ ແລະ ໃຫ້ການຊ່ວຍເຫຼືອເພີ່ມເຕີມສຳລັບ ຢູເຄຣນ.

ເກືອບນຶ່ງເດືອນຫຼັງຈາກກອງກຳລັງ ຣັດເຊຍ ໄດ້ບຸກລຸກ ຢູເຄຣນ, ມັນໄດ້ມີການລະບຸໃຫ້ເຫັນຫຼາຍຂຶ້ນວ່າກອງກຳລັງ ຢູເຄຣນ ແມ່ນໄດ້ທຳການໂຈມຕີ, ແນເປົ້າໃສ່ກອງທະຫານ ຣັດເຊຍ, ແລະ ໃນບາງກໍລະນີ, ໄດ້ຍຶດເອົາພື້ນທີ່ໆເສຍໄປກັບມາຄືນ.

ກະຊວງປ້ອງກັນປະເທດຂອງ ຢູເຄຣນ ໄດ້ກ່າວໃນວັນອັງຄານວານນີ້ວ່າກອງກຳລັງຂອງເຂົາເຈົ້າໄດ້ຍຶດເອົາເມືອງ ມາຄາຣິບ ໄດ້ຄືນ, ເຊິ່ງແມ່ນເຂດຊານ ເມືອງ ຂອງນະຄອນຫຼວງ ກີຢິບ, ລຸນຫຼັງການຕໍ່ສູ້ຢ່າງໜັກ.

ກອງທັບຂອງ ຢູເຄຣນ ຍັງປາກົດວ່າໄດ້ເປີດການໂຈມຕີຕອບໂຕ້ໃນເມືອງ ອີຊີອຸມ (Izyum) ທາງພາກຕາເວັນອອກຂອງປະເທດ, 120 ກິໂລແມັດ ທິດຕາ ເວັນອອກສຽງໃຕ້ຈາກເມືອງ ຄາກີບ, ແລະ ໃນເຂດຕ່າງໆໃກ້ກັບເມືອງ ເຄີສັນ ໃນພາກໃຕ້ຂອງປະເທດ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ກ່ຽວກັບ ຄວາມພະຍາຍາມຂອງ ຢູເຄຣນ, ແຕ່ເຂົາເຈົ້າໄດ້ກ່າວວ່າ ໃນບາງພາກສ່ວນຂອງປະເທດ, ການເຄື່ອນໄຫວປາກົດວ່າຈະປ່ຽນແປງ.

ໂຄສົກທຳນຽບຫ້າແຈ ທ່ານ ຈອນ ເຄີບີ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນແລງວັນອັງຄານວານນີ້ວ່າ “ພວກເຮົາໄດ້ເຫັນສິ່ງທີ່ລະບຸວ່າ ຢູເຄຣນ ແມ່ນກຳລັງທຳການໂຈມຕີຫຼາຍຂຶ້ນໜ້ອຍນຶ່ງໃນເວລານີ້.”

ທ່ານໄດ້ກ່າວວ່າ “ເຂົາເຈົ້າໄດ້ທຳການປ້ອງກັນຢ່າງສະຫຼາດຫຼາຍ, ວ່ອງໄວຫຼາຍ, ແລະ ສ້າງສັນຫຼາຍ ໃນຫຼາຍບ່ອນທີ່ເຂົາເຈົ້າເຊື່ອວ່າແມ່ນບ່ອນທີ່ຖືກຕ້ອງທີ່ຈະປ້ອງກັນ. ແລະ ພວກເຮົາໄດ້ເຫັນເຂົາເຈົ້າໃນຫຼາຍບ່ອນໃນເວລານີ້, ໂດຍສະເພາະໃນພາກໃຕ້ໃກ້ກັບເມືອງ ເຄີສັນ, ເຂົາເຈົ້າໄດ້ພະຍາຍາມທີ່ຈະຍຶດເອົາເຂດແດນຄືນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG