ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການໂອນອຳນາດ ໃຫ້ແກ່ທ່ານໄບເດັນ ເຂົ້າຮັບຕຳແໜ່ງ ເລີ້ມຢ່າງເປັນທາງການແລ້ວ


ປະທານາທິບໍດີທີ່ຖືກເລືອກໃໝ່ ແລະຮອງປະທານາທິທບໍດີ ທີ່ຖືກເລືອກໃໝ່ ທ່ານນາງ ຄາມາລາ ແຮຣິສ ສະເໜີບຸກຄົນສຳຄັນ ໃນຄະນະລັດຖະບານ ຢູ່ນະຄອນວີລມິງຕັນ ໃນລັດ
ເດລາແວ ວັນທີ 24 ພະຈິກ 2020.
ປະທານາທິບໍດີທີ່ຖືກເລືອກໃໝ່ ແລະຮອງປະທານາທິທບໍດີ ທີ່ຖືກເລືອກໃໝ່ ທ່ານນາງ ຄາມາລາ ແຮຣິສ ສະເໜີບຸກຄົນສຳຄັນ ໃນຄະນະລັດຖະບານ ຢູ່ນະຄອນວີລມິງຕັນ ໃນລັດ ເດລາແວ ວັນທີ 24 ພະຈິກ 2020.

ການໂອນອຳນາດຂອງປະທານາທິບໍດີສະຫະລັດທີ່ຖືກເລືອກໃໝ່ ທ່ານໂຈ ໄບ ເດັນ ໃນ
ນະຄອນຫຼວງວໍຊິງຕັນ ໄດ້ເລີ້ມຢ່າງເປັນທາງການຫຼັງຈາກອົງການລັດ ຖະບານໄດ້ປະ
ກາດວ່າ ທ່ານເບິ່ງຄືວ່າໄດ້ເປັນຜູ້ຊະນະການເລືອກຕັ້ງປະທານາ ທິບໍດີ ປີ 2020 ເຖິງ
ແມ່ນວ່າ ປະທານາທິບໍດີດໍໂນລ ທຣໍາ ຍັງດຳເນີນຄວາມ ພະຍາຍາມ ແບບເດົາສຸ່ມທີ່
ຈະຕ່າວປີ້ນການໄດ້ຮັບໄຊຊະນະຂອງທ່ານໄບເດັນ ຢູ່ບັນດາໜ່ວຍປ່ອນບັດ.

ທຳນຽບຂາວໄດ້ອະນຸມັດໃນວັນອັງຄານວານນີ້ ໃຫ້ທ່ານໄບເດັນໄດ້ຮັບລາຍງານ ສືບ
ລັບປະຈຳວັນຂອງປະທານາທິບໍດີ ອີງຕາມຄຳເວົ້າ ຂອງທີ່ເຈົ້າໜ້າທີ່ລັດຖະ
ບານຄົນນຶ່ງ.

ທ່ານໄບເດັນໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ຫ້ອງການຊົ່ວຄາວຂອງທ່ານ ຢູ່ນະຄອນວີລ
ມິງຕັນ ໃນລັດເດລາແວ ວ່າ ທ່ານຍັງບໍ່ທັນໄດ້ຮັບ ລາຍງານສືບລັບ ຊຶ່ງເປັນການຊັ່ງຊາ
ກ່ຽວກັບໄພຂົ່ມຂູ່ ຢູ່ໃນທົ່ວໂລກ ຂອງປະຊາຄົມສືບລັບສະ ຫະລັດ ແຕ່ນັ້ນຍັງບໍ່ທັນມີ
ການນຳສະເໜີໃຫ້ທ່ານເທື່ອ.

ຍັງບໍ່ທັນເປັນທີ່ຈະແຈ້ງໃນທັນທີວ່າ ເວລາໃດທ່ານໄບເດັນ ຈຶ່ງຈະໄດ້ຮັບລາຍ ງານສືບ
ລັບເທື່ອທຳອິດຂອງທ່ານຈາກຄະນະສະພາຄວາມໝັ້ນຄົງຂອງປະເທດ ໃນນາມປະທາ
ນາທິບໍດີທີ່ຖືກເລືອກໃໝ່.

ຄະນະທີ່ປຶກສາຂອງທ່ານໄບເດັນ ໄດ້ເລີ້ມຍື່ນມືໃນແລງວັນຈັນທີ່ຜ່ານມາ ໄປຫາພວກ
ເຈົ້າໜ້າທີ່ລັດຖະບານທ່ານທຣໍາ ເພື່ອຮຽນຮູ້ກ່ຽວກັບຄວາມເປັນໄປໄດ້ ໃນ ການຂົ່ມຂູ່ຕໍ່
ຄວາມປອດໄພແຫ່ງຊາດ ທີ່ປະເທດຊາດກຳລັງປະເຊີນໜ້າຢູ່ ແລະ ບັນຫາຮີບດ່ວນ
ອື່ນໆທີ່ທ່ານໄບເດັນ ຈະປະເຊີນໜ້າ ເວລາ ທ່ານໄດ້ເຂົ້າຮັບຕຳ ແໜ່ງ ໃນວັນທີ 20
ມັງກອນນີ້.

ພວກເຈົ້າໜ້າທີ່ທຳນຽບຫ້າແຈກ່າວວ່າ ສະມາຊິກໃນຄະນະໂອນອຳນາດ ຂອງທ່ານໄບ
ເດັນ ໄດ້ຕິດຕໍ່ໄປຫາກະຊວງປ້ອງກັນປະເທດ ບໍ່ຊ້າຫຼັງຈາກທ່ານນາງ ອີມີລີ ເມີຟີ ຜູ້ບໍລິ
ຫານຫ້ອງການບໍລິການທົ່ວໄປ ຫຼື GSA ໄດ້ພິຈາລະນາວ່າ ທ່ານໄປດັນ “ປາກົດວ່າ” ເປັນ
ຜູ້ຊະນະການເລືອກຕັ້ງ ແລະການໂອນອຳນາດ ສາມາດເລີ້ມຂຶ້ນໄດ້. ການກະທຳຂອງ
ທ່ານນາງເມີຟີທີ່ອະນຸຍາດໃຫ້ທ່ານໄບເດັນ ໃຊ້ເງິນລັດຖະບານໃນການໂອນອຳນາດ
ໄດ້ຮັບລາຍງານກ່ຽວກັບຄວາມປອດ ໄພ ແລະພວກເຈົ້າໜ້າທີ່ໂອນອຳນາດຂອງທ່ານ
ໃຫ້ໄດ້ຮັບອະນຸຍາດຕິດຕໍ່ກັບບັນດາອົງການຕ່າງໆຂອງລັດຖະບານກາງ.

ນຶ່ງໃນຄວາມເປັນຫ່ວງທີ່ສຳຄັນສຸດໃນເວລານີ້ຂອງທ່ານໄບເດັນກໍຄືຕໍ່ສູ້ເພື່ອຄວບ ຄຸມ
ການເພີ້ມຂຶ້ນ ຂອງກໍລະນີໂຄໂຣນາໄວຣັສຢູ່ໃນສະຫະລັດ ທີ່ພວກເຈົ້າໜ້າທີ່ ຂອງທ່່ານ
ໄບເດັນ ຕ້ອງການຂໍ້ມູນໃນເວລາຜ່ານມາ ຂອງລັດຖະບານທ່ານທຣໍາ ກ່ຽວກັບການອະ
ນຸມັດຢາວັກຊີນ ຕ້ານໄວຣັສໂຄໂຣນາ 3 ຊະນິດ ໃນອີກສອງ ສາມອາທິດຂ້າງໜ້ານີ້
ແລະວາງແຜນສັກຢາທົ່ວໄປ ໃຫ້ແກ່ຊາວອາເມຣິກັນຢ່າງ ກວ້າງຂວາງ ເລີ້ມຂຶ້ນກ່ອນ
ທ້າຍປີນີ້ ແລະຕໍ່ອອກໄປຈົນເຖິງປີ 2021.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG