ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຍົກຍ້ອງການຟື້ນຕົວ ຂອງເສດຖະກິດ ແຕ່ບັນຫາໃຫຍ່ ຍັງມີຢູ່


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ເສດຖະກິດຢູ່ທຳນຽບຂາວ. 19 ກໍລະກົດ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບ ເສດຖະກິດຢູ່ທຳນຽບຂາວ. 19 ກໍລະກົດ, 2021.

ປະທານາທິບໍດີ ໄບເດັນ ໄດ້ຕຳໜິຕິຕຽນຄູ່ແຂ່ງທາງການເມືອງໃນວັນຈັນທີ່ຜ່ານມາ, ລວມທັງອະ ດີດປະທານາທິບໍດີ ດໍໂນລ ທຣຳ, ດ້ວຍການເວົ້າອວດເຖິງເສດຖະກິດ ສະຫະລັດ ທີ່ດີຄືນມາ, ເຊິ່ງໄດ້ຟື້ນຕົວຄືນຢ່າງວ່ອງໄວໃນລະຫວ່າງການດຳລົງຕຳແໜ່ງຫົກເດືອນທຳອິດຂອງທ່ານ.

ແຕ່ນັກເສດຖະກິດບາງຄົນເປັນຫ່ວງວ່າ ຄວາມພະຍາຍາມທີ່ແຂງຂັນຂອງລັດຖະບານເພື່ອກະຕຸ້ນການເຕີບໂຕຂອງເສດຖະກິດອາດນຳໄປສູ່ພາວະເສດຖະກິດຖົດຖອຍທີ່ຮ້າຍແຮງໃນປີໜ້າ.

ໃນການກ່າວຄຳປາໄສຢູ່ທຳນັຽບຂາວໃນຕອນເຊົ້າວັນຈັນທີ່ຜ່ານມານັ້ນ, ທ່ານ ໄບເດັນ ໄດ້ເຕືອນຄວາມຊົງຈຳບັນດາຜູ້ຟັງໃນການຄາດການ ກ່ຽວກັບ ໄພຫາຍະນະດ້ານເສດຖະກິດທີ່ຜູ້ກ່າວຮ້າຍທ່ານໄດ້ຢືນຢັດວ່າຈະເກີດຂຶ້ນຫຼັງຈາກການເລືອກເອົາທ່ານເປັນປະທານາທິບໍດີ.

ດ້ວຍການບໍ່ໄດ້ເອີ້ນຊື່ຂອງຄົນຜູ້ນັ້ນ, ທ່ານ ໄບເດັນ ໄດ້ອ້າງເຖິງຜູ້ທີ່ດຳລົງຕຳແໜ່ງກ່ອນໜ້າທ່ານ ດ້ວຍການກ່າວຢໍ້າການທຳນາຍຂອງລາວທີ່ວ່າຖ້າທ່ານ ໄບເດັນ ໄດ້ກາຍເປັນປະທານາທິບໍດີ, ປະເທດຈະປະເຊີນກັບ “ຄວາມຕົກຕໍ່າທາງທຸລະກິດແບບທີ່ພວກເຮົາບໍ່ເຄີຍເຫັນມາກ່ອນ.”

ດ້ວຍການຊີ້ໃຫ້ເຫັນວ່າຄວາມເປັນຈິງໃນປັດຈຸບັນ ກ່ຽວກັບ ເສດຖະກິດ ອາເມຣິກັນ ແມ່ນຂ້ອນຂ້າງຈະແຕກຕ່າງນັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າ, ພວກເຮົາໄດ້ຂະຫຍາຍຕົວຈາກ 60,000 ໜ້າທີ່ວຽກງານຕໍ່ເດືອນມາເປັນ 60,000 ໜ້າທີ່ວຽກງານໃນທຸກໆສາມມື້, ເຊິ່ງຫຼາຍກວ່າ 600,000 ໜ້າວຽກຕໍ່ເດືອນນັບຕັ້ງແຕ່ຂ້າພະເຈົ້າໄດ້ເຂົ້າກຳຕຳແໜ່ງ. ຫຼາຍກວ່າ 3 ລ້ານໜ້າວຽກໃໝ່ ລວມທັງ ໝົດ. ຂ້າພະເຈົ້າຖືກແຈ້ງໃຫ້ຊາບວ່າ, ນັ້ນແມ່ນການເຕີບໂຕທີ່ໄວທີ່ສຸດຢູ່ຈຸດນີ້ໃນປະຫວັດສາດຂອງລັດຖະບານໃດ.”

ນອກຈາກນັ້ນ, ທ່ານໄດ້ຊີ້ໃຫ້ເຫັນວ່າ ອັດຕາການເຕີບໂຕຂອງເສດຖະກິດ ສະຫະລັດ ແມ່ນສູງກວ່າທີ່ມັນເຄີຍເປັນໃນເກືອບ 40 ປີໃນປັດຈຸບັນນີ້.

ທ່ານໄດ້ກ່າວວ່າ “ແລະ ຕອນນີ້, ບັນດານັກພະຍາກອນແມ່ນໄດ້ຂະຫຍາຍການຄາດການຂອງເຂົາເຈົ້າເປັນສອງເທົ່າ ສຳລັບການເຕີບໂຕຂອງເສດຖະກິດໃນປີນີ້ເປັນ 7 ເປີເຊັນ ຫຼື ສູງກວ່ານັ້ນ. ແທ້ຈິງແລ້ວ, ສະຫະລັດ ເປັນປະເທດທີ່ພັດທະນາແລ້ວພຽງປະເທດດຽວໃນໂລກ ບ່ອນທີ່ການຄາດ ການ ກ່ຽວກັບ ການເຕີບໂຕທຸກມື້ນີ້ແມ່ນສູງກວ່າທີ່ມັນເປັນກ່ອນເກີດໂຣກລະບາດ.”

ແມ່ນກະທັງພວກນັກສັງເກດການຜູ້ທີ່ບໍ່ໄດ້ເຫັນດີກັບທ່ານ ໄບເດັນ ກ່ຽວກັບ ນະໂຍບາຍເສດຖະ ກິດກໍເຫັນພ້ອມວ່າ ທ່ານປະທານາທິບໍດີສາມາດທີ່ຈະອ້າງເອົາຜົນງານຫຼາຍພໍສົມຄວນ ສຳລັບການຟື້ນຕົວຄືນທີ່ວ່ອງໄວຂອງເສດຖະກິດນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG