ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໄບເດັນ ຢ້ຽມຢາມເມືອງທີ່ຖືກທຳລາຍ ໂດຍພາຍຸທໍເນໂດ ໃນລັດ ເຄັນຕັກກີ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ຫຼັງຈາກໄດ້ສຳຫຼວດຄວາມເສຍຫາຍຈາກພາຍຸທໍເນໂດ ແລະ ສະພາບອາກາດທີ່ຮຸນແຮງໃນເມືອງ ດໍສັນ ສປຣິງສ໌, ລັດ ເຄັນຕັກກີ, 15 ທັນວາ, 2021.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສ ຫຼັງຈາກໄດ້ສຳຫຼວດຄວາມເສຍຫາຍຈາກພາຍຸທໍເນໂດ ແລະ ສະພາບອາກາດທີ່ຮຸນແຮງໃນເມືອງ ດໍສັນ ສປຣິງສ໌, ລັດ ເຄັນຕັກກີ, 15 ທັນວາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເດີນທາງໄປຢ້ຽມຢາມລັດ ເທັກຕັກກີ ໃນວັນພຸດວານນີ້ ເພື່ອໄປເບິ່ງຄວາມເສຍຫາຍ ຍ້ອນພາຍຸທໍເນໂດຫຼາຍຫົວດ້ວຍຕົນເອງ ເຊິ່ງຢ່າງໜ້ອຍ 74 ຄົນໄດ້ເສຍຊີວິດ ແລະ ຫຼາຍພັນຄົນບໍ່ມີທີ່ຢູ່ອາໄສ.

ທ່ານ ໄບເດັນ ໄດ້ຖືກລາຍງານໃຫ້ຊາບ ກ່ຽວກັບ ການປະຕິບັດການຟື້ນຟູຈາກພາຍຸທີ່ໄດ້ກະທົບລັດ ເຄັນຕັກກີ ແລະ ລັດທີ່ຢູ່ໃກ້ຄຽງ ເມື່ອຄືນວັນສຸກ ແລະ ຕອນເຊົ້າວັນເສົາທີ່ຜ່ານມາ. ທ່ານໄດ້ຂີ່ເຮືອບິນບິນຜ່ານສອງເມືອງຄືເມືອງ ເມຟີລດ໌ ແລະ ດໍສັນ ສປຣິງສ໌, ທີ່ຖືກພັດກ້ຽງໂດຍພາຍຸທໍເນໂດ ແລະ ກໍໄດ້ຍ່າງຢູ່ຕາມຖະໜົນ ທີ່ມີຊາກຫັກພັງກະຈາຍໄປທົ່ວເພື່ອສະແດງຄວາມເສຍໃຈກັບຜູ້ລອດຊິວິດ.

ທ່ານປະທານາທິບໍດີໄດ້ສັນຍາທີ່ຈະໃຫ້ເງິນຊ່ວຍເຫຼືອລັດຖະບານກາງຢ່າງວ່ອງເພື່ອສ້າງສາຊຸມຊົນຕ່າງໆຄືນ, ແຕ່ດ້ວຍຄວາມເສຍຫາຍແມ່ນປົກຄຸມໄປໝົດນັ້ນ, ຄວາມພະຍາຍາມດັ່ງກ່າວແມ່ນຈະຫຼວງຫຼາຍເພື່ອສ້າງເມືອງໃໝ່ຂຶ້ນມາ.

ຜູ້ປົກຄອງລັດ ເຄັນຕັກກີ ທ່ານ ແອນດີ ເບເຊຍ ໄດ້ກ່າວໃນວັນອັງຄານວານນີ້ວ່າ ຫຼາຍກວ່າ 100 ຄົນແມ່ນຍັງບໍ່ຮູ້ສະຕາກຳຢູ່ໃນລັດດັ່ງກ່າວ, ເຊິ່ງສ່ວນຫຼາຍແມ່ນຢູ່ໃນເມືອງ ດໍສັນ ສປຣິງສ໌, ເປັນເມືອງທີ່ມີປະຊາຊົນໜ້ອຍກວ່າ 3,000 ຄົນ.

ຢູ່ເທິງເຮືອບິນ ແອ ຟອສ ວັນ (Air Force One) ທີ່ເດີນທາງໄປລັດ ເຄັນຕັກກີ ນັ້ນ, ໂຄສົກທຳນຽບຂາວ ທ່ານນາງ ຄາຣີນ ຊອງປີແອ (Karine Jean-Piere) ໄດ້ກ່າວຕໍ່ບັນດານັກຂ່າວວ່າ, ຂໍ້ຄວາມຂອງທ່ານປະທານາທິບໍດີມື້ນີ້ກໍແມ່ນວ່າ ທ່ານ ແລະ ລັດຖະບານກາງມີຈຸດປະສົງທີ່ຈະເຮັດທຸກຢ່າງຕາບໃດທີ່ມັນເປັນການສະໜອງການສະໜັບສະໜູນຕໍ່ຄວາມຕ້ອງການ ເພື່ອຊ່ວຍເຫຼືອຄວາມພະ ຍາຍາມຟື້ນຟູ ແລະ ສະໜັບສະໜູນປະຊາຊົນຂອງລັດ ເຄັນຕັກກີ ແລະ ລັດອື່ນໆ ທີ່ຖືກກະທົບໃນຂະນະທີ່ເຂົາເຈົ້າສ້າງສາຄືນໃໝ່.”

ທ່ານ ໄບເດັນ ໄດ້ອະນຸມັດຖະແຫຼງການໄພພິບັດລັດຖະບານກາງສຳລັບລັດ ເຄັນຕັກກີ, ລັດເທັນເນັສຊີ ແລະ ລັດອີລີນອຍທີ່ຢູ່ໃກ້ຄຽງ ຫຼັງຈາກພາຍຸໄດ້ກໍ່ໃຫ້ເກີດ ທໍເນໂດ ຫຼາຍກວ່າ 30 ຫົວໃນ 5 ລັດ. ຢ່າງໜ້ອຍ 88 ຄົນໄດ້ເສຍຊີວິດລວມທັງໝົດ.

ການເດີນທາງໄປລັດ ເຄັນຕັກກີ ຂອງທ່ານ ໄບເດັນ ແມ່ນຄັ້ງທີ 5 ໃນລະຫວ່າງການດຳລົງຕຳແໜ່ງປະທານາທິບໍດີ 11 ເດືອນຂອງທ່ານ ເພື່ອເບິ່ງຄວາມເສຍຫາຍຍ້ອນອາກາດທີ່ຮຸນແຮງ ເຊິ່ງໄດ້ຖິ້ມໂທດໃສ່ສະພາບອາກາດປ່ຽນແປງຢ່າງໜ້ອຍສ່ວນນຶ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG