ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະເດີນທາງຢ້ຽມຢາມປະເທດເກາະ ປາປົວ ນິວ ກີນີ ໃນມະຫາສະໝຸດປາຊີຟິກ ເປັນເວລາສັ້ນໃນເດືອນພຶດສະພາຈະມາເຖິງນີ້, ເຈົ້າໜ້າທີ່ ປາປົວ ນິວ ກີນີ ຄົນນຶ່ງໄດ້ກ່າວໃນວັນພະຫັດມື້ນີ້, ໃນຂະນະທີ່ ວໍຊິງຕັນ ພະຍາຍາມທີ່ຈະຕອບໂຕ້ຕໍ່ການຂະຫຍາຍຕົວຂອງອິດທິພົນ ຈີນ ໃນພາກພື້ນທີ່ມີຄວາມສຳຄັນທາງຍຸດທະສາດດັ່ງກ່າວ, ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີ.
ທ່ານ ໄບເດັນ ຈະຢຸດແວ່ໃນນະຄອນຫຼວງ ປອດມໍເຣສບີ ໃນວັນທີ 22 ພຶດສະພາ ເປັນເວລາສາມຊົ່ວໂມງ ໃນລະຫວ່າງການເດີນທາງໄປປະເທດ ອອສເຕຣເລຍ ເພື່ອເຂົ້າຮ່ວມກອງປະຊຸມຂອງບັນດາຜູ້ນຳກຸ່ມ Quad, ໂຄສົກຄົນນຶ່ງຈາກຫ້ອງການນາຍົກລັດຖະມົນຕີ ປາປົວ ນິວ ກີນີ ໄດ້ກ່າວຕໍ່ອົງການຂ່າວ ຣອຍເຕີ.
ການປະຊຸມດັ່ງກ່າວຈະເປັນການເຄື່ອນໄຫວທີ່ສຳຄັນໃນຄວາມພະຍາຍາມຂອງ ສະຫະລັດ ເພື່ອທຳການຕ້ານຢັນຕໍ່ເຂົ້າໄປໃນພາກພື້ນດັ່ງກ່າວຂອງ ຈີນ, ແລະ ໄດ້ເກີດຂຶ້ນລຸນຫຼັງທີ່ທ່ານ ໄບເດັນ ເປັນເຈົ້າພາບຕ້ອນຮັບບັນດາຜູ້ນຳເກາະປາຊີຟິກ ຢູ່ທຳນຽບຂາວ ໃນເດືອນກັນຍາທີ່ຜ່ານມາ.
ກອງປະຊຸມສຸດຍອດກຸ່ມ Quad ຈະຖືກຈັດຂຶ້ນຢູ່ນະຄອນ ຊິດນີ ໃນວັນທີ 24 ພຶດສະພາ, ໂດຍຈະມີບັນດາຜູ້ນຳຈາກ ອິນເດຍ, ອອສເຕຣເລຍ, ຍີ່ປຸ່ນ ແລະ ສະຫະລັດ ເຂົ້າຮ່ວມ, ອີງຕາມການກ່າວຂອງລັດຖະບານ ອອສເຕຣເລຍ.