ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຈະ​ໄປ​ຢ້ຽມ​ຢາມ​ປາ​ປົວ​ນິວ​ກີ​ເນຍ ຫຼັງ​ຈາກ​ກອງ​ປະ​ຊຸມ​ກຸ່ມ​ຈີ 7 ຢູ່​ຍີ່​ປຸ່ນ


ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ປົວ​ນິວ​ກີ​ເນຍ ທ່ານເຈມ​ສ໌ ມາ​ຣາ​ພີ ​ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແຫ່ງ​ສະ​ຫະ​ລັດ ພົບ​ປະ​ທີ່ກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ລັດ ແລະ​ປະ​ເທດ​ໝູ່​ເກາະ​ປາ​ຊີ​ຟິກ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 29 ກັນ​ຍາ 2022. (Papua New Guinea government/Handout via Reuters)
ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ປົວ​ນິວ​ກີ​ເນຍ ທ່ານເຈມ​ສ໌ ມາ​ຣາ​ພີ ​ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແຫ່ງ​ສະ​ຫະ​ລັດ ພົບ​ປະ​ທີ່ກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ລັດ ແລະ​ປະ​ເທດ​ໝູ່​ເກາະ​ປາ​ຊີ​ຟິກ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 29 ກັນ​ຍາ 2022. (Papua New Guinea government/Handout via Reuters)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈະ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທຳ​ອິດ​ທີ່​ຍັງ​ຢູ່​ໃນ​ຕຳ​ແໜ່ງ​ຂອງ​ສະ​ຫະ​ລັດ ໄປ​ຢ້ຽມ​ຢາມ​ ປາ​ປົວ​ນິວ​ກີ​ເນຍ ໃນ​ເດືອນນີ້ ຫຼັງ​ຈາກ​ກອງ​ປະ​ຊຸມ​ກຸ່ມ​ຈີ ໗ ທີ່​ປະ​ເທດ​ຍີ່​ປຸ່ນ ຊຶ່ງ​ເປັນ​ຂີດ​ໝາຍ​ໃນ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ໃນ​ເຂດ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ເພື່ອ​ຕໍ່​ຕ້ານ​ຈີນ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ແຄ​ຣີນ ​ຊັງ-ປີແອ ກ່າວ​ວ່າ ທ່ານ​ໄບ​ເດັນ​ຈະ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ປົວ​ນິວ​ກີ​ເນຍ ທ່ານ​ເຈມ​ສ໌ ມາ​ຣາ​ພີ ແລະ​ຜູ້​ນຳ​ຄົນ​ອື່ນໆ​ຂອງ​ສະ​ພາ​ບັນ​ດາຜູ້​ນຳ​ໝູ່​ເກາະ​ປາ​ຊີ​ຟິກ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ພວກ​ຜູ້​ນຳ​ຈະ​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ຊ່ອງ​ທາງຕ່າງໆ ​ເພື່ອ​ລົງ​ເລິກການ​ຮ່ວມ​ມື ໃນ​ການ​ຮັບ​ມື​ກັບ​ບັນ​ຫາ​ທ້າ​ທາຍ​ ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ຂົງ​ເຂດ ​ແລະ​ຕໍ່​ສະ​ຫະ​ລັດ ເຊັ່ນ​ວ່າ ການ​ປົກ​ປ້ອ​ງ​ຊັບ​ພະ​ຍາ​ກອນ​ທາງ​ທະ​ເລ ແລະ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ປັບ​ໂຕ​ໄດ້​ງ່າຍ ແລະ​ແບບ​ກວມ​ລວມ.”

ການ​ຢຸດ​ແວ່​ຂອງທ່ານ​ໄບ​ເດັນ​ ທີ່​ນະ​ຄອນ​ຫຼວງ​ປອດ​ມໍ​ເຣ​ສ​ບີ ​ຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນໃນ​ວັນ​ທີ 22 ພຶດ​ສະ​ພາ ຈະ​ເປັນ​ການ​ຢ້ຽມ​ຢາມ​ເທື່ອ​ທຳ​ອິດ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຍັງ​ຢູ່​ໃນ​ຕຳ​ແໜ່ງ​ຂອງ​ສະ​ຫະ​ລັດ ຕໍ່​ປະ​ເທດ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແຕ່​ສ່ວນ​ໃຫ​ຍ່​ແລ້ວ​ຍັງ​ເປັນ​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ ຊຶ່ງ​ມີ​ປະ​ຊາ​ກອນ​ແຕ່​ພຽງ 9 ລ້ານ 4 ແສນ​ຄົນ ຢູ່​ທາງ​ທິດ​ເໜືອ ບໍ່​ໄກ​ປານ​ໃດ ​ຈາກ ອອ​ສ​ເຕ​ຣ​ເລຍ.

ປາ​ປົວ​ນິວ​ກີ​ເນຍ ແມ່ນ​ພວ​ມ​ໄດ້​ຮັບ​ການ​ເອົາ​ອົກ​ເອົາ​ໃຈ​ຈາກ​ຈີນ ແລ​ະ​ຈາກ​ສະຫະ​ລັດ​ພ້ອມ​ກັບ​ພັນ​ທະ​ມິດໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ພວມ​ຊອກ​ສະ​ແຫວງ​ຫາ​ການ​ລົ​ງ​ທຶນ​ ຈາກ​ຕ່າງ​ປະ​ເທດ. ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄປ​ຢ້ຽມ​ຢາມ​ປາ​ປົວ​ນິວ​ກີ​ເນຍ​ໃນ​ປີ 2018.

ວໍ​ຊິງ​ຕັນ​ໄດ້​ເພີ້ມ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຕໍ່​ຕ້ານ​ການ​ມີ​ອິດ​ທິ​ພົນ​ເພີ້ມ​ຂຶ້ນ​ຂອງ​ຈີນ​ຢູ່​ໃນ​ຂົງ​ເຂດ ຫຼັງ​ຈາກ​ຈີນ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້ນ​ຄົງ​ກັບ​ໝູ່​ເກາະ​ໂຊ​ໂລມອນ ໃນ​ປີ​ກາຍນີ້. ຈີນ​ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ການ​ຄ້າ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງກວ່ານັ້ນ ກັບ 10 ປະ​ເທດ​ໝູ່​ເກາະ​ໝູ່ດອນ​ປາ​ຊີ​ຟິກ.

ຈີນແລະ​ອອ​ສ​ເຕ​ຣ​ເລຍ ແມ່ນ​ປະ​ເທດ​ທີ່​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທີ່​ສຳ​ຄັນ​ ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ.

ປາ​ປົວ​ນິວ​ກີ​ເນຍ ພວມ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້ນ​ຄົງ​ກັບ​ສະ​ຫະ​ລັດ ແລະ​ທ່ານ​ມາ​ຣາ​ພີ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຢ້ຽມ​ຢາມ​ປັກ​ກິ່ງ​ໃນ​ປີນີ້.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາອ​ັງ​ກິດ

XS
SM
MD
LG