ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ຈະໄປຢ້ຽມຢາມ ເມືອງເຄໂນຊາ ສອງວັນ ຫຼັງຈາກທີ່ ທ່ານທຣຳ ໄດ້ເດີນທາງໄປ ຢ້ຽມຢາມ ມາແລ້ວ


ຫຼາຍຮ້ອຍຄົນອອກມາຊຸມນຸມເດີນຂະບວນປະທ້ວງ ຕໍ່ຕ້ານຄວາມບໍ່ຍຸຕິທຳທາງດ້ານເຊື້ອຊາດ ແລະຄວາມຮັບຜິດຊອບຂອງຕຳຫຼວດ ໃນເມືອງເຄນໂນຊາ ລັດວິສຄອນຊິນ, ວັນທີ 29 ສິງຫາ, 2020, ຫຼັງຈາກທີ່ຕຳຫຼວດໄດ້ຍິງ ທ້າວເຈກກັອບ ເບລກ (Jacob Blake).
ຫຼາຍຮ້ອຍຄົນອອກມາຊຸມນຸມເດີນຂະບວນປະທ້ວງ ຕໍ່ຕ້ານຄວາມບໍ່ຍຸຕິທຳທາງດ້ານເຊື້ອຊາດ ແລະຄວາມຮັບຜິດຊອບຂອງຕຳຫຼວດ ໃນເມືອງເຄນໂນຊາ ລັດວິສຄອນຊິນ, ວັນທີ 29 ສິງຫາ, 2020, ຫຼັງຈາກທີ່ຕຳຫຼວດໄດ້ຍິງ ທ້າວເຈກກັອບ ເບລກ (Jacob Blake).

ທ່ານໂຈ ໄບເດັນ ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີສະຫະລັດ ສັງກັດພັກເດໂມແຄຣັດ ຈະເດີນທາງໄປຍັງເມືອງເຄໂນຊາໃນວັນພະຫັດມື້ນີ້ ຢູ່ໃນລັດວິສຄອນຊິນ ບ່ອນທີ່ທ່ານຈະຈັດກອງປະຊຸມພົບປະກັບຊຸມຊົນຢູ່ທີ່ນັ້ນ.

ຄະນະໂຄສະນາຫາສຽງຂອງທ່ານໄບເດັນ ໄດ້ກ່າວວ່າ ເປົ້າມາຍຂອງການສົນທະນາໃນເມືອງທີ່ມີປະຊາກອນ 100,000 ຄົນ ຕັ້ງຢູ່ແຄມຝັ່ງທະເລສາບ ມິຊິແກນ ແມ່ນ “ເພື່ອປຸ້ມລຸມຊາວອາເມຣະກັນ ໃຫ້ຢຽວຢາ ແລະແກ້ໄຂບັນຫາທ້າທາຍທີ່ປະເຊີນໜ້າພວກເຮົາ.”

“ສິ່ງທີ່ພວກເຮົາຢາກຈະເຮັດ ກໍແມ່ນວ່າ ພວກເຮົາຕ້ອງໄດ້ຄືນດີ” ທ່ານໄບເດັນໄດ້ກ່າວໄປຢູ່ທີ່ກອງປະຊຸມຖະແຫລງຂ່າວໃນວັນພຸດວານນີ້. ທ່ານກ່າວອີກວ່າ “ພວກເຮົາຕ້ອງໄດ້ປົວແປງຄືນສິ່ງຕ່າງໆ. ປຸ້ມລຸມທຸກຄົນເຂົ້າມາຮ່ວມກັນ.”

ການໄປຢ້ຽມຢາມຂອງທ່ານໄບເດັນ ມີຂຶ້ນພາຍໃນສອງວັນ ຫຼັງຈາກທີ່ປະທານາທິບໍດີ ດໍໂນລ ໄດ້ເດີນທາງໄປເມືອງເຄໂນຊາ ແລະໄດ້ຍ່າງເລາະຕາມຖະໜົນ ກວດກາເບິ່ງຕຶກອາຄານຕ່າງໆທີ່ໄດ້ຮັບຄວາມເສຍຫາຍ ຫຼືຖືກທຳລາຍໃນລະຫວ່າງຄວາມບໍ່ສະຫງົບໃນສັງຄົມ ທີ່ເກີດຂຶ້ນຍ້ອນຕຳຫຼວດຄົນຜິວຂາວ ໄດ້ຍິງຊາຍຄົນຜິວດຳ ເມື່ອອາທິດແລ້ວນີ້.

ການໄປຢ້ຽມຢາມຂອງທ່ານໄບເດັນ ເປັນຂີດໝາຍສະແດງເຖິງ ວິທີທີ່ ທ່ານ ແລະທ່ານທຣຳ ກຳລັງພະຍາຍາມຈະສະແຫວງຫາການໄດ້ປຽບທາງການເມືອງຕໍ່ເລື້ອງການພິຈາລະນາບັນຫາເຊື້ອຊາດ ແລະນະໂຍບາຍການປະພຶດຕໍ່ພວກຊົນກຸ່ມນ້ອຍ ທີ່ເປັນເລື້ອງລະອຽດອ່ອນຂອງສະຫະລັດນີ້. ບັນຫາທີ່ກ່າວນີ້ ໄດ້ກາຍເປັນປະເດັນໃນແຖວໜ້າ ເມື່ອຊາຍຜິວດຳຄົນນຶ່ງ ຄືທ້າວຈອຣຈ໌ ຟລອຍດ໌ ໄດ້ເສຍຊີວິດໃນທ້າຍເດືອນພຶດສະພາ ໃນຂະນະທີ່ຢູ່ໃນການຄວບຄຸມໂຕໂດຍຕຳຫຼວດໃນເມືອງມິນເນອາໂປລິສ ລັດມິນເນໂຊຕາ ແລະໄດ້ກໍ່ໃຫ້ເກີດມີການປະທ້ວງທັງຫຼາຍ ຍ້ອນການເສຍຊີວິດຂອງທ້າວຟລອຍດ໌ ແລະເຫດການທີ່ຄ້າຍຄືກັນຕ່າງໆນັ້ນ.

ການໄປຢ້ຽມຢາມເມືອງເຄໂນຊາ ຂອງທ່ານທຣຳ ດ້ວຍການອອກປາກອອກສຽງສະໜັບສະໜຸນແກ່ເຈົ້າໜ້າທີ່ຕຳຫຼວດ ໂດຍກ່າວວ່າ “ເຈົ້າຕ້ອງຕັດສິນໃຈເດັດຂາດ ແລະເຈົ້າຕ້ອງສູ້ຕໍ່ໄປ ແລະເຈົ້າຕ້ອງເຂັ້ມແຂງ ແລະເຈົ້າຕ້ອງເຕັມໃຈທີ່ຈະນຳເອົາຄົນເຂົ້າມາ” ເຊັ່ນວ່າ ກຳລັງຮັກສາດິນແດນ ເພື່ອລະຫງັບຄວາມຮຸນແຮງ.

ທ່ານໄບເດັນ ຜູ້ສະໝັກສັງກັດພັກເດໂມແຄຣັດ ແຂ່ງກັບທ່ານທຣຳ ໃນການເລືອກຕັ້ງ ວັນທີ 3 ພິຈິກນີ້ ໄດ້ກ່າວຕ້ອງຕິຜູ້ນຳສະຫະລັດ ສຳລັບການບໍ່ກ່າວປະນາມຄວາມຮຸນແຮງຈາກກຸ່ມການເມືອງຝ່າຍຊ້າຍ ແລະຂວາ ໃນຂະນະເວລາດຽວກັນ ປະຕິເສດທີ່ຈະຕ້ອງຕິຊາຍໜຸ່ມທີ່ເປັນສະມາຊິກຂອງໜ່ວຍອາສາສະໝັກຮັກສາຄວາມສະຫງົບ ຜູ້ທີ່ຖືກກ່າວຫາຍິງສອງຄົນຕາຍ ແລະອີກຄົນນຶ່ງບາດເຈັບ ໃນລະຫວ່າງການປະທ້ວງທີ່ເກີດຂຶ້ນຍ້ອນການຍິງຊາຍຜິວດຳ ທ້າວເຈກກັອບ ເບລກ ໃນເມືອງເຄໂນຊາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG