ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ໄບ​ເດັນ ຈະ​ໄປ​ຢ້ຽມ​ຢາມ​ຮາ​ໂນ່ຍ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ ໃຫ້​ແກ່ສາຍ​ພົວ​ພັນ ສະ​ຫະ​ລັດ​-​ຫວຽດ​ນາມ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໂບກ​ມື ໃນ​ຂະ​ນະ​ທີ່​ທ່ານ​ອອກ​ເດີນ​ທາງ​ ໄປ​ເກາະ​ມາວ​ວີ ລັດ​ຮາ​ວາຍ ຈາກ​ສະ​ໜາມ​ບິນ​ຣີ​ໂນ ລັດ​ເນ​ວາ​ດາ ເມື່ອ​ວັນ​ທີ 21 ສິງ​ຫາ 2023
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໂບກ​ມື ໃນ​ຂະ​ນະ​ທີ່​ທ່ານ​ອອກ​ເດີນ​ທາງ​ ໄປ​ເກາະ​ມາວ​ວີ ລັດ​ຮາ​ວາຍ ຈາກ​ສະ​ໜາມ​ບິນ​ຣີ​ໂນ ລັດ​ເນ​ວາ​ດາ ເມື່ອ​ວັນ​ທີ 21 ສິງ​ຫາ 2023

ປະ​ທາ​ນາ​ທິບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈະ​ເດີນ​ທາງ​ໄປ​ຫວຽດ​ນາມ ​ໃນ​ເດືອນ​ໜ້ານີ້ເພື່ອ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ທ່ານ​ຫງຽນ ຟູ ​ຈອງ ແລະ​ຜູ້​ນຳ​ຄົນ​ອື່ນໆ​ຂອງ​ຫວຽດ​ນາມ ອີງ​ຕາມ​ລາຍ​ງານ​ຂ​ອງ​ອົງ​ການ​ຂ່າວ​ເອ​ພີ.

ປະ​ທາ​ນາ​ທິ​ບໍ​ດີ​ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ ຈະ​ເດີນ​ທາງ​ໄປ​ເຖິງຮາ​ໂນ່ຍໃນ​ວັນ​ທີ 10 ກັນ​ຍາ ເພື່ອ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ຫວຽດ​ນາມ​ເປັນ​ເວ​ລາ​ນຶ່ງມື້ ຫຼັງ​ຈາກ​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີພວກ​ຜູ້​ນຳ​ກຸ່ມ​ຈີ 20 ທີ່​ນະ​ຄອນ​ຫຼວງ​ນິວ​ເດ​ລີ ​ຂອງ​ອິນ​ເດຍ.

ການ​ປະ​ກາດ​ຂອງ​ທຳ​ນຽບ​ຂາວ​ໃນ​ວັນ​ຈັນ​ວານນີ້ ມີ​ຂຶ້ນ​ຫຼາຍ​ອາ​ທິດ​ຫຼັງ​ຈາ​ກ​ປະ​ທ​ນາ​ທິ​ບໍ​ດີ​ໄບ​ເດັນ​ໄດ້​ໃຫ້​ຮ່ອງ​ຮອຍ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທີ່​ອາດ​ມີ​ຂຶ້ນນັ້ນ.

ທ່ານ​ໄບ​ເດັນ​ກ່າວ​ໃນ​ວັນ​ທີ 29 ກໍ​ລະ​ກົດ ຢູ່​ທີ່​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ເມືອງ​ຟ​ຣີ​ພອດ ໃນ​ລັດ​ເມນ ວ່າ ພວກ​ຜູ້​ນຳ​ຂອງ​ຫວຽດ​ນາມ​ຕ້ອງ​ການ​ຢາກ​ພົບ​ພໍ້​ກັບ​ທ່ານ.

ທ່ານ​ໄບ​ເດັນ​ຍັງ​ກ່າວ​ຕໍ່​ບັນ​ດາ​ຜູ້​ບໍ​ລິ​ຈາກ​ທີ່​ລັດ​ນິວ​ເມັກ​ຊິ​ໂກ​ໃນ​ເດືອນນີ້​ວ່າ ທ່ານ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ​ໃນ​ໄວໆ​ນີ້ ຍ້ອນ​ປະ​ເທດ​ຫວຽດ​ນາມ​ຕ້ອງ​ການ​ “ຢາກ​ເປັນພາ​ຄີ” ກັບ​ພວກ​ເຮົາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG