ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ຜັກດັນ ໃຫ້ເອົາບາດກ້າວ ດໍາເນີນການ ດ້ານດິນຟ້າອາກາດ ຂະນະທີ່ທ່ານໄປສໍາຫຼວດຄວາມເສຍຫາຍຈາກພາຍຸໄອດາ


ພະນັກງານຊຸກເຮືອໄປຂະນະທີ່ ພວກເຂົາເຈົ້າຊອກຫາຜູ້ຄົນຢູ່ຕາມຖະໜົນສາຍນຶ່ງທີ່ຖືກນໍ້າຖ້ວມຍ້ອນປີດປາຍຂອງພາຍຸເຮີຣິເຄນໄອດາ ພັດຜ່ານເມືອງ Somerville, ລັດນິວເຈີຊີ, ວັນທີ 2 ກັນຍາ, 2021
ພະນັກງານຊຸກເຮືອໄປຂະນະທີ່ ພວກເຂົາເຈົ້າຊອກຫາຜູ້ຄົນຢູ່ຕາມຖະໜົນສາຍນຶ່ງທີ່ຖືກນໍ້າຖ້ວມຍ້ອນປີດປາຍຂອງພາຍຸເຮີຣິເຄນໄອດາ ພັດຜ່ານເມືອງ Somerville, ລັດນິວເຈີຊີ, ວັນທີ 2 ກັນຍາ, 2021

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ຊຸກຍູ້ ໃຫ້ມີການເອົາມາດຕະ ການຄວບຄຸມສະພາບດິນຟ້າອາກາດ ໃນວັນອັງຄານວານນີ້ ໃນຂະນະທີ່ທ່ານໄດ້ພິຈາລະນາເບິ່ງຕົວຈິງກ່ຽວກັບຄວາມເສຍຫາຍທີ່ແຜ່ຂະຫຍາຍຢູ່ໃນບາງສ່ວນຂອງລັດນິວຢອກ ແລະ ນິວເຈີຊີ ຍ້ອນຝົນຕົກໜັກໃນອາທິດທີ່ຜ່ານມາແລະລົມ ພາຍຸທໍນາໂດ ທີ່ປາກົດອອກມາ ຈາກປີດປາຍຂອງພາຍຸເຮີຣິເຄນໄອດາ.

ໃນກອງປະຊຸມຖະແຫລງຂ່າວ ຢູ່ສູນສຸກເສີນແຫ່ງນຶ່ງໃນລັດນິວເຈີຊີ, ທ່ານໄບເດັນໄດ້ເຕືອນວ່າທຸກພາກສ່ວນຂອງສະຫະລັດແມ່ນໃກ້ຈະສູນພັນໄປຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະໄດ້ສຸມຄວາມເອົາໃຈໃສ່ ຕໍ່ນິຕິກໍາພື້ນຖານໂຄງລ່າງ ທີ່ທ່ານສະໜັບສະໜູນ ເຊິ່ງປັດຈຸບັນຍັງຄ້າງຢູ່ນໍາລັດຖະສະພາ.

"ດຽວນີ້ ພວກເຮົາກຳລັງດຳລົງຊີວິດຢູ່ໃນຊ່ວງເວລາແຫ່ງຄວາມເປັນຈິງວ່າປະເທດຈະເປັນແນວໃດ," ນັ້ນຄືຄໍາເວົ້າຂອງທ່ານໄບເດັນທີ່ກ່າວຢູ່ໃນການສົນທະນາໂຕະມົນ, ນັ່ງຢູ່ນໍາຜູ້ປົກຄອງລັດນິວເຈີຊີ, ທ່ານຟີລ ເມີຟີ (Phil Murphy) ແລະຜູ້ບໍລິຫານ ອົງການຄຸ້ມຄອງເຫດສຸກເສີນຂອງລັດຖະບານກາງ, ທ່ານດີນ ຄຣິສແວລ (Deanne Criswell).

ທ່ານໄບເດັນກ່າວຕື່ມອີກວ່າ "ພວກເຮົາບໍ່ສາມາດເຮັດໃຫ້ມັນກັບຄືນມາໄດ້ຫຼາຍ, ແຕ່ພວກເຮົາສາມາດປ້ອງກັນບໍ່ໃຫ້ມັນຮ້າຍແຮງກວ່າເກົ່າໄດ້." "ພວກເຮົາຕ້ອງຮັບປະກັນວ່າພວກເຮົາຈະບໍ່ປ່ອຍປະຊາຄົມໃດໃຫ້ລາກຫຼັງໝູ່."

ທ່ານໄບເດັນໃນວັນຈັນວານນີ້ໄດ້ອະນຸມັດໃຫ້ປະກາດໄພພິບັດຄັ້ງໃຫຍ່ສຳລັບພາກຂອງລັດນິວຢອກ ແລະລັດນິວເຈີຊີ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກພາຍຸດັ່ງກ່າວໃນອາທິດແລ້ວນີ້ ຊຶ່ງເຮັດໃຫ້ອະນຸມັດການຊ່ວຍເຫຼືອດ້ານການເງິນຈາກລັດຖະບານລະດັບຊາດ.

ການຊ່ວຍເຫຼືອດັ່ງກ່າວຈະມີໃຫ້ແກ່ທຸລະກິດ ແລະບຸກຄົນໃນຫົກເຂດຂອງລັດນິວເຈີຊີແລະອີກ 5 ແຫ່ງ ໃນລັດນິວຢອກ, ບ່ອນທີ່ມີຝົນຕົກໜັກຢ່າງເປັນປະຫວັດການ, ລະບົບລະບາຍນໍ້າ ແລະນໍ້າເປື້ອນຖືກຖ້ວມ ແລະໄຫລໄປຖ້ວມທາງ ຫລາຍສາຍ, ບ້ານເຮືອນແລະຮ້ານຄ້າ.

ພາຍຸດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນຢູ່ໃນ 6 ລັດທາງພາກຕາເວັນອອກ, ລວມທັງ 27 ຄົນ ໃນລັດນິວເຈີຊີແລະອີກ 13 ຄົນ ໃນລັດນິວຢອກ, ຫຼັງຈາກໄດ້ປະເສັ້ນທາງແຫ່ງຄວາມເສຍຫາຍ ແລະເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 12 ຄົນ ຢູ່ໃນລັດຫລຸຍເຊຍນາທາງພາກໃຕ້ຂອງປະເທດ ຊຶ່ງຢູ່ໄກກັນ 2,100 ກິໂລແມັດ, ບ່ອນທີ່ພາຍຸເຮີຣິເຄນພັດຂຶ້ນຝັ່ງແຫ່ງທໍາອິດຈາກອ່າວເມັກຊິໄດ້ມາຮອດຝັ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG