ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ທຳ​ການ​ສຳຫຼວດຄວາມ​ເສຍ​ຫາຍ​ ຈາກ​ພາ​ຍຸ ເຮີ​ຣິ​ເຄນ ໃນ​ລັດ ຟ​ລໍ​ຣິ​ດາ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ກັບ​ຜູ້​ປົກ​ຄອງ​ລັດ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄ​ຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ສຳຫຼວດ​ຄວາມ​ເສຍ​ຫາຍ​ໃນ​ເຂດ​ນຶ່ງ​ທີ່​ຖືກ​ກະ​ທົບ​ໂດຍ​ພາ​ຍຸ​ເຮີ​ຣິ​ເຄນ​ເຂດ​ຫາດ​ຊາຍ​ເມືອງ ຝອດ​ມາຍ​ເອີ, ລັດ​ຟ​ລໍ​ຣິ​ດາ, 05 ຕ​ຸ​ລາ 2022.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ກ່າວ​ຄ​ຳ​ປາ​ໄສ​ໃນ​ລະ​ຫວ່າງ​ການ​ສຳຫຼວດ​ຄວາມ​ເສຍ​ຫາຍ​ໃນ​ເຂດ​ນຶ່ງ​ທີ່​ຖືກ​ກະ​ທົບ​ໂດຍ​ພາ​ຍຸ​ເຮີ​ຣິ​ເຄນ​ເຂດ​ຫາດ​ຊາຍ​ເມືອງ ຝອດ​ມາຍ​ເອີ, ລັດ​ຟ​ລໍ​ຣິ​ດາ, 05 ຕ​ຸ​ລາ 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ ຈິ​ລ ໄບ​ເດັນ ໄດ້​ໄປ​ຢ້ຽມ​ຢາມ​ເມືອງ ຝອດ ມາຍ​ເອີ, ລັດ ຟ​ລໍ​ຣິ​ດາ ເມື່ອ​ວັນ​ພຸດ​ວານນີ້, ແລະ ໄດ້ທຳ​ການ​ບິນ​ສຳ​ຫຼວດຄວາມ​ເສຍ​ຫາຍ​ຈາກ​ພາ​ຍຸ​ເຮີ​ຣິ​ເຄ​ນ ອຽນ ຢູ່​ເທິງ​ເຮ​ລິ​ຄັອບ​ເຕີ ມາ​ຣີນ ວັນ (Marine One) ແລະ ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່, ປະ​ຊາ​ຊົນ ແລະ ເຈົ້າ​ຂອງ​ທຸ​ລະ​ກິດ​ທີ່​ຖືກ​ກະ​ທົບ​ໂດຍ​ພາ​ຍຸ​ທີ່​ຮ້າຍ​ແຮງ ແລະ ຮຸນ​ແຮງນີ້.

ຜູ້​ເສຍ​ຊີ​ວິດ​ໃນ​ສະ​ຫະ​ລັດ ຍ້ອນ​ພາ​ຍຸ ອຽນ ໄດ້​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ 109 ຄົນ, ດ້ວຍ​ຜູ້​ເສຍ​ຊີ​ວິດ 105 ຄົນ​ນັ້ນ​ແມ່ນ​ຢູ່​ໃນ​ລັດ ຟ​ລໍ​ຣິ​ດາ ແລະ ທີ່​ເຫຼືອ​ແມ່ນ​ຢູ່​ລັດ ຄາ​ໂຣ​ໄລ​ນາ​ເໜືອ. ຜູ້​ເສຍ​ຊີ​ວິດຫຼາຍກວ່າ 50 ຄົນ​ຖືກ​ລາຍ​ງານ​ຢູ່​ເມືອງ ລີ ຂອງ​ລັດ ຟ​ລໍ​ຣິ​ດາ, ເຊິ່ງ​ໄດ້​ຮັບ​ຜົນ​ກະ​ທົບ​ໜັກ​ທີ່​ສຸດ​ຈາກ​ພາ​ຍຸເວ​ລາ​ທີ່​ມັນ​ພັດ​ຂຶ້ນ​ຝັ່ງ.

ທ່ານ ໄບ​ເດັນ ໄດ້​ພົບ​ກັບ​ບັນ​ດາ​ຜູ້​ນຳ​ລັດ ແລະ ໃນ​ທ້ອງ​ຖິ່ນ, ລວມ​ທັງ​ຜູ້​ປົກ​ຄອງ​ລັດສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ຣອນ ເດີ​ແຊນ​ຕິ​ສ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ ມາ​ໂກ ຣູ​ບີ​ໂອ ແລະ ທ່ານ ຣິກ ສ​ກັອດ​, ເພື່ອ​ປຶກ​ສາ​ຫາ​ລື​ຄວາມ​ພະ​ຍາ​ຍາມ​ຟື້ນ​ຟູ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ເຄີຍ​ໂຕ້​ຖຽງ​ກັບ​ທ່ານ ເດີ​ແຊນ​ຕິ​ສ, ຜູ້​ທີ່​ອາດ​ເປັນ​ຜູ້​ທ້າ​ຊິງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີປີ 2024, ກ່ຽວ​ກັບ​ບັນ​ຫາ​ຄົນ​ເຂົ້າ​ເມືອງ ແລະ ບັນ​ຫາ​ອື່ນໆ, ແລະ ທ່ານ ຣູ​ບີ​ໂອ ກັບທ່ານ ສ​ກັອດ ທັງ​ສອງ​ທ່ານ​ໄດ້​ຕຳ​ໜິ​ຕິ​ຕຽນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ຢ່າງ​ຮຸນ​ແຮງ.

ສຳ​ລັບ​ຕອນນີ້, ບັນ​ດາ​ຄູ່​ແຂ່ງ​ທາງ​ການ​ເມືອງ​ດັ່ງ​ກ່າວ​ໄດ້​ແຍກ​ຄວາ​ມ​ບໍ່​ເຫັນ​ພ້ອມ​ກັນ​ໄວ້​ຕ່າ​ງ​ຫາກ ເພື່ອ​ເພັ່ງ​ເລັງ​ໃສ່​ຄວາມ​ພະ​ຍາ​ຍາມ​ຊ່ວຍ​ເຫຼືອ​ໃນ​ຜົນ​ກະ​ທົບຫຼັງ​ຈາກ​ພາ​ຍຸ​ເຮີ​ຣິ​ເຄ​ນ ທີ່​ໄດ້​ພັດ​ຖະ​ລົ່ມ​ລັດ​ທີ່​ມີ​ປະ​ຊາ​ກອນຫຼາຍ​ທີ່​ສຸດ​ເປັນ​ອັນ​ດັບ​ສາມ​ຂອງ​ປະ​ເທດ.

ທ່ານ ໄບ​ເດັນ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ທ່ານ ເດີ​ແຊນ​ຕິ​ສ ຫຼັງ​ຈາກ​ໄດ້​ຮັບ​ລາຍ​ງານ​ສັ້ນ​ຈາກ​ບັນ​ດາ​ເຈົ້າ​ໜ້າ​ທີ່​ວ່າ “ນີ້​ແມ່ນ​ກ່ຽວ​ກັບ​ການ​ສາ​ມັກ​ຄີ​ກັນ​ຂອງ ອາ​ເມ​ຣິ​ກາ.” ທ່ານ​ໄດ້​ປະ​ຕິ​ຍານ​ທີ່​ຈະ​ນຳ​ເອົາ “ທຸກ​ອົງ​ປະ​ກອບ​ຂອງ​ລັດ​ຖະ​ບານ​ກາງ​ມາ​ຮວມ​ກັນ​ ເພື່ອ​ຊ່ວຍ​ເຫຼືອ​ກັບ​ຄວາມ​ຕ້ອງ​ການ​ທີ່​ຮີບ​ດ່ວນ ແລະ ການ​ສ້າງ​ສາ​ຄືນ​ໄລ​ຍະ​ຍາວ” ໃນ​ລັດ​ດັ່ງ​ກ່າວ.

ທ່ານ​ ໄບ​ເດັນ ໄດ້​ກ່າວ​ວ່າປະ​ຊາ​ຊົນ ຟ​ລໍ​ຣິ​ດາ ທີ່ບໍ່​ມີ​ປະ​ກັນ​ໄພ​ໄພ​ພິ​ບັດ ອາດ​ສາ​ມາດ​ທີ່​ຈະ​ໄດ້​ຮັບ​ທຶນ​ລັດ​ຖະ​ບານ​ກາງ​ເຖິງ 80,000 ໂດ​ລາ ​ເພື່ອ​ການ​ສ້ອມ​ແປງ ຫຼື ປ່ຽນ​ບ້ານ ແລະ ລົດ​ຂອງ​ເຂົາ​ເຈົ້າ. ທ່ານ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ປະ​ຊາ​ຊົນ​ລັດ​ຟ​ລໍ​ຣິ​ດາ​ຮູ້​ວ່າ, ພວກ​ເຈົ້າ​ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ​ຈາກ​ຈ້າ​ພະ​ເຈົ້າ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ​ ອາ​ເມ​ຣິ​ກາ ວ່າ​ພວກ​ເຮົາ​ຈະ​ບໍ່​ໜີ​ໄປ​ບ່ອນ​ອື່ນ. ພວກ​ເຮົາ​ຈະ​ພົບ​ກັບ​ພວກ​ເຈົ້າ​ຜ່ານ​ຂະ​ບວນ​ການ​ທັງ​ໝົດ​ນີ້.”

ທ່ານ ເດີ​ແຊນ​ຕິ​ສ ໄດ້​ຂອບ​ໃຈ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ສຳ​ລັບ​ການ​ຢ້ຽມ​ຢາມ​ລັດ​ຂອງ​ທ່ານ ແລະ ໄດ້​ຍົກ​ຍ້ອງ​ອົງ​ກາ​ນ​ບໍ​ລິ​ຫານ​ເຫດ​ສຸກ​ເສີນ​ລັດ​ຖະ​ບານ​ກາງ. ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ໂຊກ​ດີຫຼາຍ​ທີ່​ໄດ້​ມີ​ການ​ປະ​ສານ​ງານ​ທີ່​ດີ​ກັບ​ທຳ​ນຽບ​ຂາວ ແລະກັບ​ອົງ​ການ FEMA.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG