ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຮຽກ​ຮ້ອງ​ຕໍ່​ສະ​ຫະ​ລັດ ແລະ​ຕໍ່​ໂລກ ເນື່ອງ​ໃນ​ວັນ​ຄົບ​ຮອບ ການ​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ


On Anniversary of Capitol Siege, Biden Lays Blame on Trump
please wait

No media source currently available

0:00 0:03:40 0:00

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ທຳ​ການ​ຮຽກຮ້​ອງຕໍ່​ຊາວ​ອາ​ເມ​ຣິ​ກັນ​ດ້ວຍ​ຄວາມ​ຈິງໃຈ ແລະ​ກ່າວ​ປ້ອງ​ກັນ ​ຫຼັກ​ຄຸນ​ຄ່າ​ຂອງ​ປະ​ຊາ​ທິ​ປະ​ໄຕ ໃນ​ວັນ​ຄົບ​ຮອບປີທຳ​ອິດ​ຂອງ​ການ​ພະ​ຍາ​ຍາມ​ກໍ່​ຈະ​ລາ​ຈົນ​ ທີ່​ຫໍ​ລັດ​ຖະ​ສະ​ພາ ຊຶ່ງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ ກ່າວ​ວ່າ ທົ​ດ​ສອບ​ເບິ່ງຄວາມ​ເປັນ​ອັນ​ນຶ່ງ​ອັນ​ດຽວ​ຂອງ​ປະ​ເທດ​ຊາດ.

“ພວກ​ເຮົາ​ຈະ​ເປັນ​ປະ​ເທດ ​ທີ່​ຮັບ​ເອົາ​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ ມາ​ເປັນ​ບັນ​ທັດ​ຖານ​ບໍ?” ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ​ໄດ້​ຕັ້ງ​ຄຳ​ຖາມ​ ໃນ​ຕອນ​ເຊົ້າ ​ວັນ​ພະ​ຫັດ​ວານນີ້ ຈາກ​ຫ້ອງ​ໂຖງ​ຂອງ​ຫໍ​ລັດ​ຖະ​ສະ​ພາບ່ອນ​ທີ່​ພວກ​ປະ​ທ້ວງ​ຫົວ​ຮຸນ​ແຮງໄດ້​ ບຸກ​ເຂົ້າ​ໄປເມື່ອ​ນຶ່ງ​ປີ​ກ່ອນໂດຍ​ໄດ້ທຳ​ລາຍ​ຊັບ​ສິນ​ຂອງ​ລັດ​ຖະ​ບານ ລັກ​ຂະ​ໂມຍ​ເອົາ​ເຄື່ອງ​ຂອງ ແລະ​ຊອກ​ຫາ​ພວກ​ຜູ້​ນຳ ​ລັດ​ຖະ​ສະ​ພາ. “ພວກ​ເຮົາ​ຈະ​ເປັນ​ປະ​ເທດ ບ່ອນ​ທີ່​ພວກ​ເຮົາ​ອະ​ນຸ​ຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ຂອງ​ພັກ​ໃດ​ພັກ​ນຶ່ງ​ຕ່າວ​ປີ້ນ​ການ​ສະ​ແດງອອກ​ດ້ວຍ​ການ​ປ່ອນ​ບັດ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ປະ​ຊາ​ຊົນບໍ?”

ໃນ​ລະ​ຫວ່າງ​ການ​ກໍ່​ຄວາມ​ຮຸນ​ແຮງ ​ທີ່​ຫໍ​ລັດ​ຖະ​ສະ​ພາ ​ເມື່ອ​ວັນ​ທີ 6 ມັງ​ກອນ ປີ 2021 ຝູງ​ຊົນ​ທີ່​ສະ​ໜັບ​ສະ​ໜຸນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ບຸກ​ຜ່ານແຖວ​ຕຳ​ຫຼວດ ​ເຂົ້າ​ໄປ​ໃນ​ຫໍ​ລັດ​ຖະ​ສະ​ພາ ແລະ​ພະ​ຍາ​ຍາມ​ທີ່​ຈະ​ຢຸດ​ເຊົາ​ບໍ່​ໃຫ້​ສະ​ມາ​ຊິກ​ສະ​ພາຮັບ​ຮູ້​ການ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ໄບ​ເດັນ​ໃນການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2020. ທ່ານ​ໄບ​ເດັນ ​ຮຽກ​ຮ້ອງ​ໃຫ້​ຊາວ​ອາ​ເມ​ຣິ​ກັນເລືອກ​ເອົາ​ກ່ຽວ​ກັບ​ວ່າ​ ເຂົາ​ເຈົ້າ​ໃຫ້​ຄຳ​ຈຳ​ກັດ​ຄວາມ​ກ່ຽວ​ກັບ​ເຂົາ​ເຈົ້າ​ເອງ​ແບບ​ໃດ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ເປັນ​ປະ​ເທດ​ທີ່​ເຊື່ອ​ໝັ້ນ ບໍ່​ແມ່ນ​ໃນແສງສະ​ຫວ່າງ ແຫ່ງ​ຄວາມ​ຈິງ ແຕ່​ຢູ່​ໃນ​ເງົາ ​ຂອງ​ຄວາມ​ຂີ້​ຕົວະ​ບໍ? ພວກ​ເຮົາ​ບໍ່​ສາ​ມາດ​ທີ່​ຈະ​ປ່ອຍ​ໃຫ້​ພວກ​ເຮົາເປັນ​ປະ​ເທດ​ແບບນັ້ນ. ທິດ​ທາງ​ຕໍ່​ໜ້າ​ກໍ​ແມ່ນ​ຮັບ​ຮູ້​ຄວາມ​ຈິງ​ແລະ​ປະ​ຕິ​ບັດ​ໃນ​ສິ່ງນັ້ນ.”

ແລະ​ທ່ານ​ກ່າວ​ວ່າ ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ມື້ນັ້ນ ຍັງ​ດັງ​ກ້ອງ​ສະ​ໜັ່ນ ​ໄກ​ອອກ​ໄປທົ່ວ​ທຸກ​ສາ​ລະ​ທິດ.

“ຈາກ​ຈີນ​ຫາ​ຣັດ​ເຊຍ​ແລະ​ໄກ​ໄປ​ກວ່ານັ້ນ ພວກ​ເຂົາ​ເຈົ້າ​ພະ​ນັນ​ກັນ​ວ່າ ວັນ​ເວ​ລາ​ແຫ່ງ​ປະ​ຊາ​ທິ​ປະ​ໄຕ​ໃກ້​ຈະ​ໝົດ​ລົງ​ແລ້ວ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ໄບ​ເດັນ. “ພວກ​ເຂົາ​ເຈົ້າ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ປະ​ຊາ​ທິ​ປະ​ໄຕ​ຊັກ​ຊ້າ​ຫຼາຍ ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ມີ​ການ​ແບ່ງ​ແຍກ ​ທີ່ຈະ​ສຳ​ເລັດໃນ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງວ່ອງ​ໄວແລະ ​ສະ​ຫຼັບ​ຊັບ​ຊ້ອນ​ໃນ​ທຸກມື້ນີ້. ແລະ​ເຂົາ​ເຈົ້າ​ຍັງ​ພະ​ນັນ​ກັນ​ວ່າອ​າ​ເມ​ຣິ​ກາ​ແມ່ນ​ບ່ອນບ່ອນ ​ສຳ​ລັບຜູ້​ໃຊ້​ສິດເດັດ​ຂາດ ສຳ​ລັບ​ຜູ້​ຜະ​ເດັດ​ການ ​ສຳ​ລັບຜູ້​ໃຊ້​ອຳ​ນາດ​ແບບ​ສັ່ງ​ການ. ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ແບບນັ້ນ. ນັ້ນ​ບໍ່​ແມ່ນ​ຜູ້​ທີ່​ພວກ​ເຮົາ​ເປັນ. ນັ້ນ​ບໍ່​ແມ່ນ​ຜູ້​ທີ່​ພວກ​ເຮົາ​ເຄີຍ​ເປັນ ແລະ​ນັ້ນ​ບໍ່​ແມ່ນ​ຜູ້​ທີ່​ພວກ​ເຮົາ​ຄວນ​ຈະ​ເປັນ.”

ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ ໄບ​ເດັນ ໄດ້​ກ່າວ​ເຖິງ​ຊື່​ທ່ານ​ທ​ຣຳ ເຖິງ​ແມ່ນ​ທ່ານ​ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ຄວາມ​ລົ້ມ​ແຫຼວ​ຂອງທ່ານ​ທ​ຣຳ ​ໃນ​ການ​ຊອກ​ຫາ​ທາງ​ທີ່​ຈະ​ຕ່າວ​ປີ້ິ້ນ ການ​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຂອງ​ລາວນັ້ນ ພວມ​ສ້າ​ງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະ​ຊ​າ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ.

ທ່ານ​ກ່າວ​ວ່າ “ທ່ານ​ບໍ່​ສາ​ມາດ​ຮັກ​ປະ​ເທດ​ຂອງ​ທ່ານ ໃນ​ເວ​ລາ​ທີ່​ທ່ານ​ເປັນ​ຜູ້​ຊະ​ນະ​ເທົ່າ​ນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG