ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໄບເດັນ ຈະກ່າວຖະແຫລງ ກ່ຽວກັບການຖອນກຳລັງ ສຫລ ອອກຈາກອັຟການິສຖານ ທ່າມກາງການບຸກເຂົ້າຍຶດເອົາ ຫຼາຍຫົວເມືອງ ຂອງກຸ່ມຕາລີບານ


ການຖອນກຳລັງທະຫານແລະຍຸດໂທປະກອນຕ່າງໆຂອງກອງທັບສະຫະລັດ ດຳເນີນຕໍ່ໄປ ຢູ່ໃນອັຟການິສຖານ.
ການຖອນກຳລັງທະຫານແລະຍຸດໂທປະກອນຕ່າງໆຂອງກອງທັບສະຫະລັດ ດຳເນີນຕໍ່ໄປ ຢູ່ໃນອັຟການິສຖານ.

ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ກຽມພອມທີ່ຈະກ່າວຖະແຫລງໃນວັນພະຫັດມື້ນີ້ ກ່ຽວກັບການຖອນກຳລັງທະຫານສະຫະລັດອອກຈາກອັຟການິສຖານ ຊຶ່ງກຳລັງປະເຊີນກັບການຕ້ອງຕິ ທ່າມກາງການບຸກໂຈມຕີໃນຫຼາຍໆເຂດ ຂອງພວກນັກລົບກຸ່ມຕາລີບານ.

ການກ່າວຄຳປາໄສຂອງທ່ານໄບເດັນ ຈະມີຂຶ້ນຫຼັງຈາກທີ່ທ່ານ ແລະຮອງປະທານາທິບໍດີ ຄາມາລາ ແຮຣິສ ໄດ້ພົບປະກັບບັນດາຜູ້ນຳດ້ານຄວາມໝັ້ນຄົງແຫ່ງຊາດ ເພື່ອແຈ້ງໃຫ້ຊາບເຖິງຄວາມຄືບໜ້າ ກ່ຽວກັບການຖອນກຳລັງນັ້ນ.

ໃນວັນອັງຄານຜ່ານມານີ້ ກອງທັບສະຫະລັດໄດ້ປະກາດວ່າ ຂັ້ນຕອນຂອງການ ຖອນກຳລັງ ໄດ້ສຳເລັດເຖິງ 90 ເປີເຊັນແລ້ວ. ບັນດາເຈົ້າໜ້າທີ່ ກ່າວວ່າ ຂັ້ນຕອນທັງໝົດແມ່ນຄາດໝາຍວ່າ ຈະສິ້ນສຸດພາຍໃນທ້າຍເດືອນສິງຫານີ້.

ການຖອນກຳລັງທະຫານຂອງອົງການເນໂຕ້ ກໍໄດ້ມີຂຶ້ນເຊັ່ນດຽວກັນ ແລະພວກເຂົາເຈົ້າສ່ວນໃຫຍ່ ກໍໄດ້ຖືກຖອນອອກໄປແລ້ວ ຈາກປະເທດດັ່ງກ່າວ.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ ວ່າ ສະຫະລັດສະໜັບສະໜຸນການເຈລະຈາທາງການທູດ ເພື່ອແກ້ໄຂຂໍ້ຂັດແຍ້ງຢູ່ໃນອັຟການິສຖານ ແລະວ່າ ຫຼັງຈາກທີ່ກອງກຳລັງທະຫານຖອນອອກໄປແລ້ວ ຕົນຕັ້ງໃຈທີ່ຈະໃຫ້ສະຫະລັດ ມີໜ້າໃນດ້ານການທູດ ແລະດ້ານມະນຸດ ສະທຳ ຢູ່ໃນປະເທດດັ່ງກ່າວ.

“ນຶ່ງໃນເຫດຜົນທີ່ທ່ານປະທານາທິບໍດີ ໄດ້ຕັດສິນໃຈໄປນັ້ນ ທ່ານເຮັດໄປກໍຍ້ອນວ່າ ທ່ານຮູ້ສຶກວ່າ ບໍ່ມີວິທີແກ້ໄຂບັນຫາດ້ວຍການທະຫານ ສຳລັບສົງຄາມທີ່ແກ່ ຍາວມາໄດ້ 20 ປີ” ທ່ານນາງຊາກີ ໄດ້ກ່າວໄປ.

ພວກນັກລົບຂອງກຸ່ມຕາລີບານ ໄດ້ເຂົ້າຍຶດເອົາດິນແດນຫຼາຍແຫ່ງໃນທົ່ວອັຟການິສຖານນັບຕັ້ງແຕ່ວັນທີ 1 ພຶດສະພາ ເປັນຕົ້ນມາ ເມື່ອສະຫະລັດແລະບັນດາພັນທະມິດຂອງອົງການເນໂຕ້ ໄດ້ເລີ້ມຕົ້ນຖອນກຳລັງຂອງພວກເຂົາເຈົ້າທີ່ເຫຼືອຢູ່ນັ້ນ ອອກໄປຈາກປະເທດດັ່ງກ່າວຢ່າງເປັນທາງການ.

ນັບຕັ້ງແຕ່ນັ້ນມາ ພວກກະບົດ ກໍໄດ້ບຸກເຂົ້າຍຶດເອົາຢ່າງໜ້ອຍ 150 ຫົວເມືອງຂອງອັຟການິສຖານ ທີ່ມີທັງໝົດຫຼາຍກວ່າ 400 ຫົວເມືອງ.

ບັນດາເຈົ້າໜ້າທີ່ໃນອັຟການິສຖານ ໄດ້ກ່າວໃນວັນພຸດວານນີ້ ວ່າ ກອງກຳລັງທີ່ສະໜັບສະໜຸນລັດຖະບານ ໄດ້ໂຈມຕີຕ້ານຄືນ ພວກກະບົດຕາລີບານ ໃຫ້ຖອຍອອກໄປຈາກພື້ນທີ່ສ່ວນນຶ່ງ ຂອງເມືອງທີ່ຕັ້ງຢູ່ທາງຕາເວັນຕົກສຽງເໜືອ ແລະໄດ້ເຂົ້າຍຶດເອົາຕຶກອາຄານຂອງທາງການຫຼາຍແຫ່ງຄືນມາໄດ້ ຫຼັງຈາກທີໄດ້ປະ ທະກັນຢ່າງດຸເດືອດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG