ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ໄບເດັນ ຈະອະທິບາຍ ກ່ຽວກັບ ນະໂຍບາຍການຕ່າງປະເທດ ໃນການກ່າວຄຳປາໄສ ວັນພະຫັດນີ້


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ຮຫ້ອງຮັບປະທານອາຫານລັດ ຂອງ ທຳນຽບຂາວ. 27 ມັງກອນ, 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຢູ່ຮຫ້ອງຮັບປະທານອາຫານລັດ ຂອງ ທຳນຽບຂາວ. 27 ມັງກອນ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຈະອະທິບາຍວິໄສທັດ ກ່ຽວກັບ ນະໂຍບາຍຕ່າງປະ ເທດຂອງທ່ານ ໃນລະຫວ່າງການກ່າວຄຳປາໄສທີ່ສຳຄັນຢູ່ກະຊວງການຕ່າງປະເທດໃນວັນພະຫັດມື້ນີ້.

ໃນຂະນະທີ່ຄຳປາໄສຂອງທ່ານອາດຈະບໍ່ສະແດງຈຸດສຳຄັນທີ່ສະເພາະເຈາະຈົງສຳລັບວິທີການໃໝ່ຂອງ ສະຫະລັດ ຕໍ່ຄູ່ປໍລະປັກລວມມີ ຈີນ, ເກົາຫຼີເໜືອ, ຣັດ ເຊຍ ແລະ ອີຣ່ານ ນັ້ນ, ທ່ານ ໄບເດັນ ແມ່ນຄາດວ່າຈະເປີດເຜີຍວິໄສທັດຂອງທ່ານເພື່ອຂະຫຍາຍການຊ່ວຍເຫຼືອຕໍ່ບັນດາພັນທະ ມິດເພື່ອຕໍ່ສູ້ກັບສິ່ງທ້າທາຍໃນໂລກຮ່ວມກັນ.

ວັນພຸດວານນີ້, ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວໃນລະຫວ່າງກອງປະຊຸມລາຍ ງານທີ່ທ່ານ ໄບເດັນ ຈະເວົ້າຢ່າງກວ້າງຂວາງ ແຕ່ຈະບໍ່ສະໜອງຂໍ້ມູນທີ່ສະເພາະເຈາະຈົງ ກ່ຽວກັບ ນະໂຍບາຍຕ່າງປະເທດ. ທ່ານ ນາງ ຊາກີ ໄດ້ກ່າວວ່າປະທານາທິບໍດີ ສະຫະລັດ ເຊື່ອວ່າ ສະຫະ ລັດ ຕ້ອງເຮັດວຽກຢ່າງໃກ້ຊິດກັບບັນດາພັນທະມິດ ກ່ຽວກັບ ຈີນ.

ໂຄສົກກະຊວງການຕ່າງປະເທດ ທ່ານ ເນັດ ໄພຣສ໌ ໄດ້ກ່າວຢໍ້າຄວາມເຫັນດັ່ງກ່າວນັ້ນໃນກອງປະ ຊຸມຖະແຫຼງຂ່າວຕໍ່ມາໃນວັນດຽວກັນ.

ທ່ານ ໄພຣສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ນະໂຍບາຍຂອງພວກເຮົາບໍ່ໄດ້ປ່ຽນແປງ, ແລະ ກ່າວຕື່ມວ່ານະໂຍບາຍທີ່ວ່ານັ້ນແມ່ນຖືກຊີ້ນຳໂດຍ “ນະໂຍບາຍ ຈີນ ດຽວ” ຂອງ ສະຫະລັດ.

ໃນການຕອບຄຳຖາມຈາກສຽງອາເມຣິການັ້ນ, ລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ
ບລິງເຄັນ ໄດ້ກ່າວຕໍ່ບັນດານັກຂ່າວໃນອາທິດທີ່ຜ່ານມາວ່າ ສາຍພົວພັນຂອງ ສະຫະລັດ ກັບ ຈີນ ແມ່ນ “ສາຍພົວພັນທີ່ສຳຄັນທີ່ສຸດທີ່ພວກເຮົາມີໃນໂລກຢ່າງໂຕ້ຖຽງໄດ້ນັບຈາກນີ້ໄປ.”

ຄຳປາໄສຂອງທ່ານ ໄບເດັນ ໃນວັນພະຫັດມື້ນີ້ໄດ້ມີຂຶ້ນໃນຂະນະທີ່ ສະຫະລັດ ໄຕ່ຕອງວິທີການຕໍ່ ຈີນ, ເຊິ່ງບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ວໍຊິງຕັນ ແມ່ນກຳລັງຮັບເອົານະໂຍບາຍ ກ່ຽວກັບ “ແຜນຍຸທະສາດຄວາມອົດທົນ.”

ວິທີຮັບມືກັບຕ່ອງໂສສິນຄ້າ ແລະ ໄພຂົ່ມຂູ່ດ້ານການສືບລັບຈາກ ຈີນ ແມ່ນນຶ່ງໃນບູລິມະສິດສູງ ສຸດຂອງລັດຖະບານ. ເຂົາເຈົ້າໄດ້ລາຍງານວ່າປະທານາທິບໍດີ ໂຈ ໄບເດັນ ຄາດວ່າຈະເຊັນດຳລັດສະບັບນຶ່ງ ເພື່ອທົບທວນຕ່ອງໂສ້ສິນຄ້າ ສະຫະລັດ ໃນໄວໆນີ້, ດ້ວຍຈຸດເພັ່ງເລັງໃສ່ຜູ້ສະໜອງການຊ່ວຍເຫຼືອເພື່ອບັນເທົາໄວຣັສໂຄໂຣນາຈາກຄູ່ແຂ່ງຂັນຕ່າງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG