ປະທານາທິບໍດີ ໂຈ ໄບເດັນ ໃນວັນຈັນມື້ນີ້ ຈະນຳເອົາການຫ້າມເດີນທາງ COVID-19 ກັບຄືນມາໃຊ້ຕໍ່ນັກເດີນທາງທີ່ບໍ່ແມ່ນຄົນ ສະຫະລັດ ຈາກ ບຣາຊິລ, ໄອຣ໌ແລນ, ສະຫະຣາຊະອານາຈັກ ແລະ ປະເທດ ຢູໂຣບ ອື່ນໆ 26 ປະເທດທີ່ຖືກອະນຸຍາດໃຫ້ເດີນທາງຂ້າມເຂດຊາຍແດນເປີດຕ່າງໆ, ອີງຕາມບັນດາເຈົ້າໜ້າທີ່ທຳນຽບຂາວສອງທ່ານ.
ເຈົ້າໜ້າທີ່ດັ່ງກ່າວ, ຜູ້ທີ່ໄດ້ເວົ້າໂດຍຂໍບໍ່ອອກຊື່ເພື່ອລົມ ກ່ຽວກັບ ດຳລັດດັ່ງກ່າວ, ຍັງໄດ້ຢືນຢັນໃນວັນອາທິດວານນີ້ວ່າປະເທດ ອາຟຣິກາໃຕ້ ຈະຖືກເພີ່ມເຂົ້າໃສ່ໃນລາຍຊື່ຫ້າມດັ່ງກ່າວ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ໄວຣັສທີ່ກາຍພັນທີ່ໄດ້ແຜ່ລາມອອກຈາກປະເທດດັ່ງກ່າວ.
ທ່ານ ໄບເດັນ ແມ່ນຈະຕ່າວປີ້ນດຳລັດຂອງປະທານາທິບໍດີ ດໍໂນລ ທຣຳ ໃນວັນສຸດທ້າຍຂອງການດຳລົງຕຳແໜ່ງຂອງທ່ານ ທີ່ຮຽກຮ້ອງໃຫ້ຜ່ອນຄາຍການຫ້າມເດີນທາງໃນວັນອັງຄານມື້ອື່ນ.
ການຕັດສິນໃຈທີ່ຈະຕ່າວປີ້ນດຳລັດນັ້ນ ແມ່ນບໍ່ໜ້າປະຫຼາດໃຈ, ແຕ່ການເພີ່ມ ອາຟຣິກາໃຕ້ ເຂົ້າໃນລາຍຊື່ຫ້າມເດີນທາງນັ້ນ ໄດ້ເນັ້ນໃຫ້ເຫັນເຖິງຄວາມເປັນຫ່ວງຂອງລັດຖະບານໃໝ່ ກ່ຽວກັບ ການກາຍພັນຂອງໄວຣັສ.
ໄວຣັສທີ່ກາຍພັນໃນ ອາຟຣິກາໃຕ້ ແມ່ນບໍ່ໄດ້ຖືກກວດພົບໃນ ສະຫະລັດ, ແຕ່ໄວຣັສທີ່ກາຍພັນອີກຊະນິດນຶ່ງທີ່ມີຕົ້ນກຳເນີດມາຈາກ ອັງກິດ ແມ່ນໄດ້ຖືກກວດພົບໃນຫຼາຍລັດ.
ອົງການຂ່າວ ຣອຍເຕີ ໄດ້ເປັນຜູ້ທຳອິດທີ່ລາຍງານການຕັດສິນໃຈຂອງທ່ານ ໄບເດັນ ທີ່ຈະເພີ່ມ ອາຟຣິກາໃຕ້ ເຂົ້າໃນລາຍຊື່.
ໃນອາທິດທີ່ຜ່ານມາ ທ່ານ ໄບເດັນ ໄດ້ອອກດຳລັດປະທານາທິບໍດີ ສັ່ງໃຫ້ບັນດາອົງກອນຂອງລັດ ຖະບານກາງຕ່າງໆ ຮຽກຮ້ອງໃຫ້ນັກເດີນທາງໆອາກາດຈາກຕ່າງປະເທດໃຫ້ກັກຕົວກວດໂຣກໃນເວລາເດີນທາງຮອດ ສະຫະລັດ. ດຳລັດດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ຜູ້ໂດຍສານທີ່ຈະມາ ສະຫະ ລັດ ທຸກຄົນທີ່ມີອາຍຸ 2 ປີ ແລະ ສູງກວ່າມີຜົນກວດເປັນລົບສຳລັບ COVID-19 ພາຍໃນສາມວັນ ກ່ອນການເດີນທາງ.