ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ຈະໄດ້ຮັບລາຍງານປະຈຳວັນ ກ່ຽວກັບເລື້ອງສືບລັບ ແລະ ແຕ່ງຕັ້ງຜູ້ກໍາຕໍາແໜ່ງ ດ້ານເສດຖະກິດ


ທ.ນ. Jen Psaki, ຮອງອໍານວຍການດ້ານການສື່ສານຂອງທໍານຽບຂາວ ໃຫ້ສໍາພາດຢູ່ຫ້ອງຖະແຫລງຂ່າວຂອງທໍານຽບຂາວ, ວັນທີ 16 ກຸມພາ, 2011. (ພາບຖ່າຍໂດຍ AP Photo/Charles Dharapak)
ທ.ນ. Jen Psaki, ຮອງອໍານວຍການດ້ານການສື່ສານຂອງທໍານຽບຂາວ ໃຫ້ສໍາພາດຢູ່ຫ້ອງຖະແຫລງຂ່າວຂອງທໍານຽບຂາວ, ວັນທີ 16 ກຸມພາ, 2011. (ພາບຖ່າຍໂດຍ AP Photo/Charles Dharapak)

ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີສະຫະລັດທີ່ຖືກເລືອກໃໝ່, ທ່ານ ໂຈ ໄບເດັນ ມີກຳນົດທີ່ຈະໄດ້ຮັບການລາຍງານເລື້ອງຄວາມລັບປະຈຳວັນ ຕໍ່ປະທານາທິບໍດີຄັ້ງທຳອິດຂອງທ່ານໃນວັນຈັນມື້ນີ້, ໂດຍສາມາດເຂົ້າເຖິງບົດລາຍງານທີ່ກະກຽມໂດຍປະຊາຄົມສືບລັບກ່ຽວກັບບັນຫາຄວາມໝັ້ນຄົງແຫ່ງຊາດ ໃນຂະນະທີ່ທ່ານກຽມເຂົ້າຮັບຕຳແໜ່ງໃນເດືອນມັງກອນຈະມາເຖິງນີ້.

ທ່ານໄບເດັນແລະຜູ້ທີ່ຄາດວ່າຈະເປັນຮອງປະທານາທິບໍດີທີ່ຖືກເລືອກໃໝ່, ທ່ານນາງຄາມາ ແຮຣິສ, ກໍຄາດວ່າ ຈະເລີ່ມຕົ້ນແຕ່ງຕັ້ງບັນດາຜູ້ຮັບຕຳແໜ່ງລະດັບສູງຝ່າຍເສດຖະກິດໃນຄະນະບໍລິຫານງານຂອງພວກເພິ່ນໃນວັນຈັນມື້ນີ້ອີກດ້ວຍ

ອົງການສື່ມວນຊົນຫຼາຍແຫ່ງ ໂດຍອີງໃສ່ຂໍ້ມູນຈາກຜູ້ທີ່ຄຸ້ນເຄີຍກັບຂະບວນການດັ່ງກ່າວ, ໄດ້ລາຍງານວ່າ ທ່ານນີຣາ ແທນເດັນ (Neera Tanden) ເປັນຜູ້ທີ່ຖືກເລືອກໃຫ້ນຳພາ ຫ້ອງການງົບປະມານ ຂອງທຳນຽບຂາວ, ໂດຍທີ່ນັກເສດ ຖະສາດ ຊີຊີເລຍ ຣຸສ (Cecilia Rouse) ຮັບໜ້າທີ່ເປັນປະທານສະພາທີ່ປຶກ ສາດ້ານເສດຖະກິດ. ທ່ານໄບເດັນ ໄດ້ແຕ່ງຕັ້ງທ່ານນາງ ແຈນເນັດ ແຢລເລນ (Janet Yellen), ອະດີດປະທານທະນາຄານກາງໃຫ້ເປັນຜູ້ທີ່ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງການເງິນ, ແລະທ່ານຄາດວ່າ ຈະເລືອກເອົາທ່ານ ວາລລີ ອາດີເຢໂມ (Wally Adeyemo) ໃຫ້ດຳລົງຕຳແໜ່ງເປັນຮອງຜູ້ທີນຶ່ງ ຂອງທ່ານນາງ ແຢລເລນ.

ໃນວັນອາທິດວານນີ້, ທ່ານໄບເດັນ ແລະທ່ານນາງ ແຮຣິສ ໄດ້ປະກາດທີມງານດ້ານການສື່ສານ ທີ່ເປັນແມ່ຍິງໝົດເລີຍ.

ທ່ານ ໄບເດັນ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ການສື່ສານໂດຍກົງແລະ ເວົ້າຄວາມຈິງ ກັບປະຊາຊົນອາເມຣິກັນ ແມ່ນໜ້າທີ່ທີ່ສຳຄັນທີ່ສຸດອັນນຶ່ງ ຂອງປະທານາທິບໍດີ, ແລະທີມງານນີ້ຈະໄດ້ຮັບໜ້າທີ່ຮັບຜິດຊອບທີ່ໄດ້ຮັບການເຊື່ອຖືຢ່າງໃຫຍ່ຫຼວງໃນການເຊື່ອມຕໍ່ລະຫວ່າງປະຊາຊົນອາເມຣິກັນກັບທຳນຽບຂາວ.”

ທ່ານກ່າວຕື່ມວ່າ “ຜູ້ທໍາໜ້າທີ່ດ້ານການສື່ສານ ທີ່ມີຄຸນນະວຸດທິ ແລະມີປະສົບການເຫຼົ່ານີ້ ແມ່ນນຳເອົາທັດສະນະທີ່ຫຼາກຫຼາຍເຂົ້າມາສູ່ວຽກງານຂອງພວກເຂົາ ແລະມີຄຳໝັ້ນສັນຍາຮ່ວມກັນໃນການສ້າງສາປະເທດນີ້ໃຫ້ກັບດີຂຶ້ນຄືນມາອີກ.”

ທ່ານນາງເຄດ ເບດດິງຟຽວ (Kate Bedingfield), ທີ່ເປັນຜູ້ອຳນວຍການດ້ານການສື່ສານ ສຳລັບການໂຄສະນາຫາສຽງຂອງທ່ານໄບເດັນ ແລະທ່ານນາງແຮຣິສ, ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການຝ່າຍສື່ສານຂອງທຳນຽບຂາວ.

"ມັນຈະຍັງຖືວ່າເປັນກຽດຢ່າງຍິ່ງອີກທີ່ໄດ້ເຮັດວຽກຮ່ວມກັບແມ່ຍິງທີ່ເກັ່ງຫລາຍທີ່ສຸດທີ່ຮັບບົດບາດໜ້າທີ່ນີ້ຮ່ວມກັນ,” ນັ້ນຄືຄໍາເວົ້າຂອງທ່ານນາງ ເບດດິງຟຽວ (Bedingfield) ທີ່ຂຽນໃນທວີດເຕີ ໂດຍໄດ້ໃຫ້ລາຍລະອຽດກ່ຽວກັບຄວາມສຳພັນຂອງທ່ານນາງກັບຜູ້ຍິງຄົນອື່ນໆ ທີ່ຖືກແຕ່ງຕັ້ງໃຫ້ຢູ່ໃນທີມງານ. ທ່ານນາງເບດດິງຟຽວເຄີຍເຮັດວຽກໃຫ້ທ່ານໄບເດັນ ຕອນທີ່ທ່ານເປັນຮອງປະທາ ນາທິບໍດີ ໃນຄະນະລັດຖະບານ ຂອງທ່ານໂອບາມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG