ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂຈ ໄບເດັນ ປະກາດ ທີ່ຈະຮັບເອົາອົບພະຍົບ ເພີ້ມຂຶ້ນເປັນສີ່ເທົ່າ


ພວກຄອບຄົວຊາວອາເມຣິກາໃຕ້ພາກັນຍ່າງໄປຍັງຊາຍແດນສະຫະລັດຕິດກັບເມັກຊິໂກ ເພື່ອມອບຕົວພວກເຂົາເຈົ້າຕໍ່ເຈົ້າໜ້າທີ່ລາດຕະເວນຊາຍແດນຂອງສະຫະລັດ ຫຼັງຈາກໄດ້ຂ້າມແມ່ນ້ຳ Rio Grande ເຂົ້າໄປໃນສະຫະລັດ ຈາກເມັກຊິໂກ, ໃນເມືອງໂຣມາ ລັດເທັກຊັສ, ວັນທີ 27 ເມສາ 2021.
ພວກຄອບຄົວຊາວອາເມຣິກາໃຕ້ພາກັນຍ່າງໄປຍັງຊາຍແດນສະຫະລັດຕິດກັບເມັກຊິໂກ ເພື່ອມອບຕົວພວກເຂົາເຈົ້າຕໍ່ເຈົ້າໜ້າທີ່ລາດຕະເວນຊາຍແດນຂອງສະຫະລັດ ຫຼັງຈາກໄດ້ຂ້າມແມ່ນ້ຳ Rio Grande ເຂົ້າໄປໃນສະຫະລັດ ຈາກເມັກຊິໂກ, ໃນເມືອງໂຣມາ ລັດເທັກຊັສ, ວັນທີ 27 ເມສາ 2021.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຜູ້ທີ່ໃນເບື້ອງຕົ້ນ ໄດ້ຕັດສິນໃຈທີ່ຈະຮັກສາການຮັບເອົາອົບພະຍົບເຂົ້າມາໃນປະເທດໃນຈຳນວນທີ່ຕ່ຳເປັນປະຫວັດການ ຂອງປະທານາທິບໍດີຄົນກ່ອນນັ້ນໄວ້ຄືເກົ່າ ຫາກແຕ່ໃນຈັນວານນີ້ ໄດ້ປະ ກາດວ່າ ທ່ານຈະເພີ້ມຈຳນວນຂຶ້ນເປັນສີ່ເທົ່າໃນປີນີ້.

ທ່ານປະທານາທິບໍດີ ໄດ້ກ່າວຖະແຫລງເມື່ອວັນຈັນວານນີ້ວ່າ “ຂ້າພະເຈົ້າພວມດັດແກ້ຂີດຈຳກັດໃນການຮັບເອົາອົບພະຍົບປະຈຳປີຂອງສະຫະລັດ ໃຫ້ເປັນ 62,500 ຄົນສຳລັບສົກງົບປະມານໃນປີນີ້.” ແລະທ່ານກ່າວອີກວ່າ “ອັນນີ້ຈະລຶບຈໍານວນທີ່ຕ່ຳເປັນປະຫວັດການທີ່ໄດ້ຖືກກຳນົດໄວ້ໂດຍລັດຖະບານຊຸດກ່ອນ ຄື 15,000 ຄົນ ຊຶ່ງບໍ່ໄດ້ສະທ້ອນເຖິງຄຸນນະທຳຂອງອາເມຣິກາໃນຖານະເປັນປະເທດທີ່ຕ້ອນຮັບແລະສະໜັບສະໜຸນພວກອົບພະຍົບ. ຂີດຈຳກັດໃໝ່ໃນການຮັບເອົາອົບພະຍົບນີ້ ຍັງຈະເນັ້ນໜັກເຖິງຄວາມພະຍາຍາມ ທີ່ກຳລັງດຳເນີນຢູ່ແລ້ວນັ້ນ ຂະຫຍາຍຂີດຄວາມອາດສາມາດໃນການຮັບເອົາຊາວອົບພະຍົບ ເພື່ອທີ່ພວກເຮົາສາມາດບັນລຸເປົ້າໝາຍ ໃນການຮັບເອົາພວກເຂົາໃຫ້ໄດ້ເຖິງ 125,000 ຄົນ ທີ່ຂ້າພະເຈົ້າຕັ້ງໃຈກໍານົດໄວ້ໃນສົກງົບປະມານປີທີ່ຈະມາເຖິງນີ້.”

ເມື່ອສອງອາທິດກ່ອນ ທຳນຽບຂາວໄດ້ປະກາດໄປວ່າ ຂີດຈຳກັດສຳລັບງົບປະ ມານປີໃນປັດຈຸບັນ ຄວນຮັກສາໄວ້ໃຫ້ຢູ່ໃນຈຳນວນ 15,000 ຄົນ ອັນເປັນລະ ດັບທີ່ໄດ້ຖືກກຳນົດ ໂດຍອະດີດປະທານາທິບໍດີ ດໍໂນລ ທຣຳ. ການປະກາດດັ່ງກ່າວນັ້ນ ໄດ້ມີຂຶ້ນ ເຖິງແມ່ນວ່າ ທ່ານໄບເດັນໄດ້ໃຫ້ຄຳໝັ້ນສັນຍາວ່າ ພາຍ ຫຼັງຈາກການສາບານໂຕເຂົ້າຮັບຕຳແໜ່ງໃນເດືອນມັງກອນແລ້ວ ທ່ານຈະຂະ ຫຍາຍໂຄງການນັ້ນອອກໄປຢ່າງຫຼວງຫຼາຍກໍຕາມ. ການເຄື່ອນໄຫວນີ້ ໄດ້ກະຕຸ້ນໃຫ້ມີການຕ້ອງຕິຈາກບັນດາສະມາຊິກສັງກັດພັກເດໂມແຄຣັດຂອງທ່ານໃນສະພາຈຳນວນນຶ່ງ ພ້ອມດ້ວຍບັນດານັກເຄື່ອນໄຫວເພື່ອອົບພະຍົບ.

ບັນດາເຈົ້າໜ້າທີ່ທຳນຽບຂາວ ໄດ້ຍອມຮັບວ່າ ການປະກາດໃນເມື່ອກ່ອນນັ້ນ ໄດ້ແຈ້ງອອກໄປເມື່ອບັນດາສະມາຊິກພັກຝ່າຍຄ້ານຈາກພັກຣີພັບບລີກັນ ໄດ້ຕຳໜິທ່ານໄບເດັນ ສຳລັບການລັ່ງໄຫລເຂົ້າມາຂອງພວກຍົກຍ້າຍຖິ່ນຖານຢູ່ເຂດຊາຍແດນທາງພາກໃຕ້ຂອງສະຫະລັດນັ້ນ ບໍ່ໄດ້ສົ່ງສັນຍານທີ່ຖືກຕ້ອງ. ການປະກາດໃນວັນຈັນວານນີ້ ພວກເຈົ້າໜ້າທີ່ກ່າວວ່າ ເນັ້ນຢ້ຳວ່າ ການຮັບເອົາອົບພວກພະຍົບແມ່ນສຳຄັນຍິ່ງຕໍ່ສະຖານະໃນໂລກຂອງອາເມຣິກາ.

ທ່ານໄບເດັນ ໄດ້ກ່າວຖະແຫລງອີກວ່າ “ມັນເປັນສິ່ງສຳຄັນທີ່ຈະເອົາມາດຕະການນີ້ ໃນມື້ນີ້ ເພື່ອເອົາຄວາມສົງໄສໃດໆທີ່ຍັງຫຼົງເຫຼືອຢູ່ໃນຫົວຄິດຂອງພວກຊາວອົບພະຍົບຢູ່ໃນທົ່ວໂລກນັ້ນອອກໄປ ຜູ້ທີ່ໄດ້ທົນທຸກທໍລະມານມາຫຼາຍສົມຄວນ ແລະຜູ້ລໍຖ້າທີ່ຈະເລີ້ມຕົ້ນຊີວິດໃໝ່ຂອງພວກເຂົາຢ່າງກະຕືລືລົ້ນຢູ່ນັ້ນ. ຄວາມໂສກເສົ້າທີ່ແທ້ຈິງ ກໍແມ່ນວ່າ ພວກເຮົາຈະບໍ່ບັນລຸການຮັບເອົາອົບພະຍົບໃນປີນີ້ໄດ້ເຖິງ 62,500 ຄົນ. ພວກເຮົາກຳລັງເຮັດວຽກຢ່າງວ່ອງໄວເພື່ອທີ່ຈະແກ້ໄຂຄວາມເສຍຫາຍຂອງສີ່ປີກ່ອນ. ມັນຈະຕ້ອງໃຊ້ເວລາຫຼາຍ ແຕ່ວຽກງານອັນນັ້ນ ແມ່ນກຳລັງດຳເນີນຢູ່.”

ບໍ່ດົນຫຼັງຈາກການປະກາດຂອງທ່ານປະທານາທິບໍດີ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວຖະແຫລງດັ່ງນີ້: “ມັນແມ່ນຢູ່ໃນກຳມະພັນ (DNA) ຂອງພວກເຮົາ ໃນຖານະເປັນປະເທດທີ່ເປີດປະຕູຂອງພວກເຮົາເພື່ອຮັບເອົາພວກທີ່ສະແຫວງຫາບ່ອນຫຼົບລີ້ໄພເຫຼົ່ານີ້ ແລະມັນຍັງຄົງຢູ່ໃນຜົນປະໂຫຍດແຫ່ງຊາດຂອງພວກເຮົາ ທີ່ຈະປະຕິບັດຕໍ່ບຸກຄົນທັງຫຼາຍທີ່ສະໝັກເຂົ້າໃນໂຄງການເຫຼົ່ານີ້ ດ້ວຍຄວາມເປັນທຳ ແລະດ້ວຍກຽດສັກສີ ແລະຄວາມເຄົາລົບນັບຖື.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG