ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິບໍດີ ໄບ​ເດັນ ຈະສະ​ເໜີ​ຊື່​ ແມ່​ຍິງ​ຜິວ​ດຳ ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ ໃນ​ສານ​ສູງ​ສຸດ​ຂອງ ​ສະ​ຫະ​ລັດ


ປະທານາທິບໍດີ ໂຈ ໄບເດັນ ປົດໜ້າກາກອອກ ໃນຂະນະທີ່ທ່ານກຽມກ່າວຄຳປາໄສ, ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 27 ມັງກອນ, 2022.
ປະທານາທິບໍດີ ໂຈ ໄບເດັນ ປົດໜ້າກາກອອກ ໃນຂະນະທີ່ທ່ານກຽມກ່າວຄຳປາໄສ, ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 27 ມັງກອນ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວໃນວັນພະຫັດວານນີ້ວ່າ ທ່ານຈະຮັກສາຄຳສັນຍາໃນການໂຄສະນາຫາສຽງຂອງທ່ານ ດ້ວຍການສະເໜີຊື່ຜູ້ພິພາກສາແມ່ຍິງຜິວດຳຄົນທຳອິດ ເທົ່າທີ່ເຄີຍມີມາ ສຳລັບຕຳແໜ່ງຕະຫຼອດຊີ ວິດໃນສານສູງສຸດ ລຸນຫຼັງການອອກບຳນານ ຂອງຜູ້ພິພາກສາເສລີນິຍົມ ທ່ານ ສຕີເວັນ ບຣາຍເອີ້.

ທ່ານ ໄບເດັນ ໄດ້ກ່າວ ໂດຍຢືນຄຽງຂ້າງທ່ານ ບຣາຍເອີ້, ຜູ້ທີ່ໄດ້ຢືນຢັນວ່າທ່ານຈະລົງຈາກຕຳ ແໜ່ງ ຫຼັງຈາກໄດ້ຢູ່ຕັ່ງຜູ້ພິພາກສາ 28 ປີກ່າວວ່າ “ຄົນທີ່ຂ້າພະເຈົ້າຈະສະເໜີຊື່ຈະເປັນຄົນນຶ່ງທີ່ມີຄຸນນະສົມບັດພິເສດ, ບຸກຄະລິກ, ປະສົບການ ແລະ ຊື່ສັດ. ແລະ ຄົນຜູ້ນັ້ນຈະເປັນແມ່ຍິງຜິວດຳຄົນທຳອິດທີ່ຖືກສະເໜີຊື່ເຂົ້າ​ຮັບ​ຕຳ​ແໜ່ງ​ໃນສານສູງສຸດ ສະຫະລັດ. ມັນໄດ້ເລີຍກຳນົດເວລາມາດົນແລ້ວ, ໃນທັດສະນະຄະຕິຂອງຂ້າພະເຈົ້າ.”

ທ່ານ ໄບເດັນ ໄດ້ກ່າວວ່າທ່ານຍັງບໍ່ໄດ້ເລືອກຜູ້ໃດເທື່ອ. ທ່ານໄດ້ກ່າວວ່າທ່ານຈະປະກາດຜູ້ສະເໜີຊື່ຂອງທ່ານກ່ອນທ້າຍເດືອນກຸມພາ, ແລະ ວ່າທ່ານຈະເຮັດວຽກກັບບັນດາຜູ້ນຳລັດຖະສະພາ ໃນສະພານິຕິບັນຍັດທີ່ມີການແຕກແຍກກັນຢ່າງແຮງ, ເຊິ່ງປັດຈຸບັນນີ້ ໄດ້ແຕກເປັນເສັ້ນພັກການເມືອງທີ່ຍາວ, ດ້ວຍຮອງປະທານາທິບໍດີ ທ່ານນາງ ຄາມາລາ ແຮຣິສ ເປັນຜູ້ຖືຄະແນນສຽງຕັດສິນ ທີ່ສຳຄັນ, ເພື່ອພິຈາລະນາການຢັ້ງຢືນທ່ານນາງຢ່າງວ່ອງໄວ.

ໂຄສົກທຳນຽບຂາວທ່ານນາງ ເຈັນ ຊາກີ ໄດ້ກ່າວໃນວັນພະຫັດວານນີ້ວ່າ “ພວກເຮົາບໍ່ໄດ້ເອີ່ຍເຖິງແມ່ນແຕ່ຊື່ດຽວ. ພວກເຮົາບໍ່ຈຳເປັນຕ້ອງບອກລາຍຊື່.”

ການແຕ່ງຕັ້ງຜູ້ພິພາກບາງເທື່ອຈະເປັນນຶ່ງໃນສິ່ງທີ່ມີຜົນຕາມມາ ແລະ ບາງຄັ້ງມີບັນຫາ,​ ເຊິ່ງແມ່ນການດຳເນີນການທີ່ປະທານາທິບໍດີ ສະຫະລັດ ສາມາດເຮັດ. ສະມາຊິກສານ 9 ຄົນທີ່ມີອຳນາດ ແລະ ຖືກເຄົາລົບເປັນຢ່າງສູງນັ້ນແມ່ນຜູ້ທີ່ໃຫ້ຄຳຕັດສິນສຸດທ້າຍ ກ່ຽວກັບ ການກະທຳທີ່ຖືກຕ້ອງຕາມລັດຖະທຳມະນູນຂອງລັດຖະບານ, ສະພາ ແລະ ລັດ.

ທ່ານ ໄບເດັນ ອາດປະເຊີນການກົດດັນເວລາເພື່ອຕັ້ງຜູ້ສືບທອດກ່ອນການເລືອກຕັ້ງລັດຖະສະພາໃນເດືອນພະຈິກ. ຖ້າພັກຣີພັບບລີກັນຍາດເອົາສະພາສູງຄືນ, ທ່ານປະທານາທິບໍດີຈະພົບຄວາມຫຍຸ້ງຍາກກວ່າເກົ່າທີ່ຈະເຮັດໃຫ້ຜູ້ຖືກສະເໜີຊື່ຂອງທ່ານໄດ້ຮັບການຢັ້ງຢືນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG