ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ພົບປະກັບບັນດາຜູ້ນຳ ຈາກ ປະເທດທີ່ຕັ້ງຢູ່ກໍ້າຕາເວັນອອກຂອງອົງການ NATO


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຖືກຕ້ອນຮັບໂດຍປະທານາທິບໍດີ ໂປແລນ ທ່ານ ອານເດຣສ ດູດາ ຢູ່ທຳນຽບປະທານາທິບໍດີໃນນະຄອນຫຼວງ ວໍຊໍ, ໂປແລນ, 21 ກຸມພາ 2023 Jakub Szymczuk/KPRP​/Handout via REUTERS
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຖືກຕ້ອນຮັບໂດຍປະທານາທິບໍດີ ໂປແລນ ທ່ານ ອານເດຣສ ດູດາ ຢູ່ທຳນຽບປະທານາທິບໍດີໃນນະຄອນຫຼວງ ວໍຊໍ, ໂປແລນ, 21 ກຸມພາ 2023 Jakub Szymczuk/KPRP​/Handout via REUTERS

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ພົບປະກັບບັນດາຜູ້ນຳຈາກ ປະເທດທີ່ຕັ້ງຢູ່ກໍ້າຕາເວັນອອກຂອງອົງການ NATO ໃນວັນພຸດມື້ນີ້ ເພື່ອສະ ແດງການສະໜັບສະໜູນສຳລັບການຮັກສາຄວາມປອດໄພຂອງເຂົາເຈົ້າ.

ບັນດາປະເທດທີ່ເອີ້ນວ່າ ບູຄາເຣັສ 9 ລວມມີ ບູລກາເຣຍ, ສາທາລະນະລັດ ເຊັກ, ​ແອັສໂທເນຍ, ຮັງກາຣີ, ລັດເວຍ, ລິທົວເນຍ, ໂປແລນ, ໂຣ​ມາເນຍ ແລະ ສໂລວາເກຍ ແລະ ສ່ວນໃຫຍ່ແມ່ນຜູ້ທີ່ໃຫ້ການສະໜັບສະໜູນທີ່ແຂງ ແກ່ນທີ່ສຸດ ໃນການຊ່ວຍເຫຼືອທາງທະຫານແກ່ ຢູເຄຣນ.

ທ່ານ ໄບເດັນ ໃນວັນອັງຄານວານນີ້ໄດ້ໃຊ້ຄຳປາໄສຂອງທ່ານໃນນະຄອນຫຼວງ ວໍຊໍ ປະເທດ ໂປແລນ, ປ້ອງກັນຄວາມພະຍາຍາມຂອງອົງການ NATO ຕະ ຫຼອດປີເພື່ອຕໍ່ຕ້ານການບຸກລຸກຂອງ ຣັດເຊຍ ແລະ ໄດ້ປະຕິຍານວ່າເຂົາເຈົ້າ ຈະບໍ່ຢຸດ.

ທ່ານ ໄບເດັນ ໄດ້ກ່າວຕໍ່ປະຊາຊົນ ໂປແລນ ຫຼາຍກວ່າສິບພັນຄົນທີ່ໄດ້ເຕົ້າ ໂຮມກັນຢູ່ກາງແຈ້ງຢູ່ຫໍປາສາດກະສັດຂອງ ໂປແລນວ່າ “ນຶ່ງປີທີ່ຜ່ານມາ, ໂລກແມ່ນໄດ້ກຽມພ້ອມສຳລັບການພັງລົງຂອງ ກີຢິບ. ແຕ່ຄືວ່າ, ຂ້າພະເຈົ້າ ຫາກໍ່ມາແຕ່ການຢ້ຽມຢາມ ກີຢິບ ແລະ ຂ້າພະເຈົ້າສາມາດລາຍວ່າ ກີຢິບ ຍັງຢືນຢູ່ຢ່າງແຂງແກ່ນ. ເຂົາເຈົ້າຢືນຢູ່ຢ່າງພາກພູມໃຈ. ແລະ ສຳຄັນທີ່ສຸດ, ເຂົາເຈົ້າຢືນຢູ່ຢ່າງອິດສະຫຼະ.”

ທ່ານ ໄບເດັນ ໄດ້ສັນຍາວ່າ ການສະໜັບສະໜູນສຳລັບ ຢູເຄຣນ ຈະບໍ່ສັ່ນຄອນ, ແລະ ອົງການ NATO ຈະບໍ່ແຕກແຍກ. ທ່ານໄດ້ປະກາດວ່າ “ຢູເຄຣນ ຈະບໍ່ມີວັນເປັນໄຊຊະນະສຳລັບ ຣັດເຊຍ. ບໍ່ມີວັນ. ທ່ານເວົ້າວ່າພັນທະມິດດັ່ງ ກ່າວແມ່ນ “ມີຄວາມເດັດດ່ຽວກວ່າແຕ່ກ່ອນ” ໃນການສະໜອງລູກປືນ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ປະເທດ ຢູເຄຣນ ທີ່ບໍ່ແມ່ນສະມາຊິກອົງ ການ NATO ເພື່ອຊ່ວຍເຂົາເຈົ້າປ້ອງກັນຕົນເອງຕໍ່ ຣັດເຊຍ.

ເລີ່ມຕົ້ນໃນການຢ້ຽມຢາມນະຄອນຫຼວງ ກີຢິບ ຂອງ ຢູເຄຣນ ຢ່າງເປັນທາງ ການໃນວັນຈັນທີ່ຜ່ານມາ, ທ່ານ ໄບເດັນ ໄດ້ໂຈມຕີປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ສຳລັບການບຸກລຸກທີ່ລາວໄດ້ເລີ່ມຕົ້ນນຶ່ງປີທີ່ຜ່ານມາ ໃນວັນສຸກຈະມາເຖິງນີ້ ແລະ ໄດ້ກ່າວວ່າຜູ້ນຳ ຣັດເຊຍ ສາມາດທີ່ຈະສິ້ນສຸດ ສົງຄາມລົງຢ່າງງ່າຍດາຍ. ທ່ານ ໄບເດັນ ໄດ້ປະກາດວ່າ “ປະເທດຕາເວັນ ຕົກແມ່ນບໍ່ໄດ້ມີແຜນທີ່ຈະໂຈມຕີ ຣັດເຊຍ ຄືທ່ານ ປູຕິນ ໄດ້ກ່າວມື້ນີ້.”

ທ່ານ ໄບເດັນ ໄດ້ກ່່າວວ່າ “ປະຊາທິປະໄຕໃນໂລກໄດ້ເຕີບໂຕຢ່າງແຂງແກ່ນ” ໃນການຕອບໂຕ້ຕໍ່ການຮຸກຮານຂອງ ຣັດເຊຍ, ລະບອບຜະເດັດການໃນໂລກ ແມ່ນໄດ້ອ່ອນແອລົງກວ່າເກົ່າ.”

ທ່ານ ໄບເດັນ ໄດ້ໃຊ້ຄຳປາໄສສ່ວນນຶ່ງຂອງທ່ານຢູ່ຕໍ່ໜ້າຝູງຄົນທີ່ກຳລັງຕົບມື ໃຫ້ທ່ານ ເພື່ອກ່າວຢໍ້າເຖິງສິ່ງທີ່ຮອງປະທານາທິບໍດີ ຄາມາລາ ແຮຣິສ ໄດ້ ປະກາດພຽງບໍ່ເທົ່າໃດວັນກ່ອນໜ້ານັ້ນ ຢູ່ກອງປະຊຸມດ້ານຄວາມປອດໄພ ມິວນິກ, ວ່າສະຫະລັດ ໄດ້ພິຈາລະນາວ່າ ມົສກູ ໄດ້ກໍ່ “ອາຊະຍາກຳຕໍ່ມະນຸດ ຊາດ” ແລະ “ຄວາມປ່າເຖື່ອນ” ຕໍ່ປະຊາຊົນ ຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG