ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ຈະພົບກັບບັນດາຜູ້ນຳສະ​ພາ ໃນຄວາມພະຍາຍາມ ເພື່ອຫຼີກລ້ຽງການຜິດນັດຊໍາລະໜີ້ສິນ


ແຟ້ມ - ປະທານາທິບໍດີ ໂຈ ໄບເດັນ ໂອລົມກັບປະທານສະພາຕໍ່າ ເຄວິນ ແມັກຄາທີ ໃນຂະນະທີ່ ທ່ານອອກຈາກຕິກຫໍລັດຖະສະພາ, ວໍຊິງຕັນ ວັນທີ 17 ມີນາ 2023. ທ່ານ ໄບເດັນ ໃນອາທິດຕໍ່ມາຈະພົບກັບບັນດາຜູ້ນຳພັກເດໂມແຄຣັດ ແລະພັກຣີພັບບລີກັນ ຂອງສະພາຕໍ່າ ແລະສະພາສູງ ໃນຄວາມພະຍາຍາມຫຼີກລ່ຽງການຜິດນັດຊໍາລະໜີ້ສິນຂອງປະເທດຊາດ
ແຟ້ມ - ປະທານາທິບໍດີ ໂຈ ໄບເດັນ ໂອລົມກັບປະທານສະພາຕໍ່າ ເຄວິນ ແມັກຄາທີ ໃນຂະນະທີ່ ທ່ານອອກຈາກຕິກຫໍລັດຖະສະພາ, ວໍຊິງຕັນ ວັນທີ 17 ມີນາ 2023. ທ່ານ ໄບເດັນ ໃນອາທິດຕໍ່ມາຈະພົບກັບບັນດາຜູ້ນຳພັກເດໂມແຄຣັດ ແລະພັກຣີພັບບລີກັນ ຂອງສະພາຕໍ່າ ແລະສະພາສູງ ໃນຄວາມພະຍາຍາມຫຼີກລ່ຽງການຜິດນັດຊໍາລະໜີ້ສິນຂອງປະເທດຊາດ

ປະທານາທິບໍດີໂຈ ໄບເດັນ ໃນອາທິດໜ້ານີ້ ຈະພົບປະກັບບັນດາຜູ້ນຳພັກເດໂມແຄຣັດ ແລະພັກຣີພັບບລີກັນ ຂອງສະພາຕໍ່າ ແລະສະພາສູງ ໃນຄວາມພະຍາຍາມເພື່ອຫລີກລ່ຽງການຜິດນັດຊໍາລະໜີ້ສິນຂອງປະເທດຊາດ ທີ່ເປັນໄພຫາຍະນະ ຊຶ່ງອາດຈະເກີດຂຶ້ນພາຍໃນເວລານຶ່ງເດືອນ.

ຄວາມສາມາດໃນການກູ້ຢືມເງິນຂອງລັດຖະບານສະຫະລັດ ໄດ້ຖືກຈໍາກັດໂດຍຂໍ້ຈໍາກັດກ່ຽວກັບຈໍານວນຫນີ້ສິນ ທີ່ກະຊວງການເງິນສາມາດສ້າງຂຶ້ນໄດ້, ເຊິ່ງເອີ້ນວ່າເພດານຫນີ້ສິນ. ປັດຈຸບັນ, ເພດານຫນີ້ສິນ ແມ່ນກໍານົດໄວ້ຢູ່ທີ່ 31.4 ພັນຕື້ໂດລາ, ເຊິ່ງລັດຖະບານໄດ້ຮອດຈຸດເພດານດັ່ງກ່າວ ໃນເດືອນມັງກອນ, ເຮັດໃຫ້ກະຊວງການເງິນຕ້ອງໃຊ້ສິ່ງທີ່ເອີ້ນວ່າ "ມາດຕະການພິເສດ" ເພື່ອສືບຕໍ່ຊໍາລະຄ່າໃຊ້ຈ່າຍຂອງປະເທດຊາດ ໂດຍບໍ່ຜິດນັດການຊໍາລະໜີ້.

ໃນວັນຈັນ, ລັດຖະມົນຕີກະຊວງການເງິນ ທ່ານນາງ ເຈເນັທ ເຢລເລນ ເຕືອນວ່າມາດຕະການພິເສດຈະໝົດໄປໃນໄວໆນີ້, ເຊິ່ງອາດຈະເປັນວັນທີ 1 ເດືອນມິຖຸນາ, ແລະເວັ້ນເສຍແຕ່ວ່າ ສະພາຈະອະນຸຍາດໃຫ້ກູ້ຢືມເພີ່ມເຕີມ, ປະເທດຈະບໍ່ສາມາດຊໍາລະພັນທະໜີ້ສິນທັງໝົດຂອງຕົນໄດ້ທັນເວລາ.

ໃນຈົດໝາຍເຖິງບັນດາສະມາຊິກລັດຖະສະພາໃນວັນຈັນ, ທ່ານນາງ ເຢລເລນ ກ່າວວ່າ ມັນເປັນເລື່ອງຮີບດ່ວນທີ່ລັດຖະສະພາ ຕ້ອງດຳເນີນການຢ່າງວ່ອງໄວ “ເພື່ອຮັກສາສັດທາ ແລະຄວາມເຊື່ອໝັ້ນ ທີ່ເຕັມຮູບແບບ” ຂອງສະຫະລັດ, ໂດຍເຕືອນພວກທ່ານວ່າ ການລໍຖ້າຈົນຮອດນາທີສຸດທ້າຍ ອາດສາມາດສົ່ງຜົນເສຍຫາຍໃຫ້ແກ່ປະເທດ, ເຖິງແມ່ນວ່າຈະມີການຫຼີກລ້ຽງການຜິດນັດການຊໍາລະທາງດ້ານເຕັກນິກກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG