ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ​ະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຈະ​ເປັນ​ເຈົ້າ​ພາບ ຕ້ອນ​ຮັບ​ທ່ານ​ໂມ​ດີ ເພື່ອ​ເຈ​ລະ​ຈາ​ຫາ​ລື ແລະ​ງານ​ລ້ຽງ​ຕ້ອນ​ຮັບ​ອາ​ຫານ​ຄ່ຳ ທີ່​ທຳ​ນຽບ​ຂາວ


​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໂອ້​ລົມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ມາ​ເຖິງ​ທຳ​ນຽບ​ຂາວ ເພື່ອ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ​ເປັນ​ການ​ສ່ວນ​ໂຕ ວັນ​ທີ 21 ມິ​ຖຸ​ນາ 2023 ທີ່​ວໍ​ຊິງ​ຕັນ.
​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໂອ້​ລົມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ມາ​ເຖິງ​ທຳ​ນຽບ​ຂາວ ເພື່ອ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ​ເປັນ​ການ​ສ່ວນ​ໂຕ ວັນ​ທີ 21 ມິ​ຖຸ​ນາ 2023 ທີ່​ວໍ​ຊິງ​ຕັນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ເປັນ​ເຈົ້າ​ພາບ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ເພື່ອທຳ​ການ​ເຈ​ລະ​ຈາ​ຫາ​ລື​ໃນ​ວັນ​ພະ​ຫັດ​ມື້ນີ້ ​ທີ່​ທຳ​ນຽບ​ຂາວກ

“ການ​ຢ້ຽມ​ຢາມ​ດັ່ງ​ກ່າວ​ຈະ​ເສີມ​ຂະ​ຫຍາຍ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ໝັ້ນ​ໝາຍ​ຮ່ວມ ຂອງ​ປະ​ເທດ​ທັງ​ສອງ ເພື່ອ​ເຮັດ​ໃຫ້ອິນ​ໂດ​ປາ​ຊີ​ຟິກ ເປັນ​ເຂດທີ່​ເສ​ລີ ເປີດ ກວ້າງ ແລະ​ມີ​ຄວາມ​ໝັ້ນ​ຄົງ ແລະ​ການ​ຕັດ​ສິນ​ໃຈ​ຮ່ວມເພື່ອ​ຍົກ​ສູງການ​ເປັນ​ພາ​ຄີດ້ານ​ເທັກ​ໂນ​ໂລ​ຈີ ຮວມ​ທັງ​ ການ​ປ້ອງ​ກັນ​ປະ​ເທດ ພະ​ລັງ​ງານ​ທີ່​ສະ​ອາດ​ແລະ​ອະ​ວະ​ກາດ” ທຳ​ນຽບ​ຂາວ ກ່າວ​ກ່ອນ​ໜ້າ​ການ​ພົບ​ປະ​ກັນ.

ໃນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຄ່ອຍ​ເຫັນ​ມາ​ກ່ອນ ຜູ້​ນຳ​ອິນ​ເດຍ ທ່ານ​ໂມ​ດີ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ມີ​ໝາຍ​ກຳ​ນົດ​ທີ່​ຈະ​ໄປ​ປາ​ກົດ​ໂຕ​ໃນ​ການ​ຖະ​ແຫຼງ​ຂ່າວ​ຮ່ວມໃນ​ວັນ​ພະ​ຫັດ​ມື້ນີ້.

ນອກນັ້ນ ທ່ານ​ໂມ​ດີ ຍັງ​ມີ​ກຳ​ນົດ​ທີ່​ຈະ​ກ່າວ​ຄຳ​ປາ​ໄສ​ ຕໍ່​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ.

ການ​ຕ້ອນ​ຮັບ​ໃນ​ວັນ​ພະ​ຫັດ​ມື້ນີ້ ມ້ວນ​ທ້າຍ​ລົງ​ດ້ວຍ​ງານ​ລ້ຽງ​ຮັບ​ຮອງ​ອາ​ຫານ​ຄ່ຳ​ທີ່​ທຳ​ນຽບ​ຂາວ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG