ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ໄບ​ເດັນ ຈະ​ເນັ້ນ​ໜັກ ​ໃສ່​ການ​ຜະ​ລິດ​ຊິບ​ຄອມ​ພິວ​ເຕີ້ ຂອງ​ສະ​ຫະ​ລັດ ຢູ່​ທີ່​ເກົາ​ຫຼີ​ໃຕ້


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ໃຕ້ ທ່ານ​ພາກ ຈີນ ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ເວ​ລາ​ທ່ານ​ ເດີນ​ທາງ​ໄປ​ເຖິງ​ຖານ​ທັບ​ອາ​ກາດ​ໂອ​ຊານ ເມື່ອ​ວັນ​ທີ 20 ພຶດ​ສະ​ພາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ໃຕ້ ທ່ານ​ພາກ ຈີນ ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ເວ​ລາ​ທ່ານ​ ເດີນ​ທາງ​ໄປ​ເຖິງ​ຖານ​ທັບ​ອາ​ກາດ​ໂອ​ຊານ ເມື່ອ​ວັນ​ທີ 20 ພຶດ​ສະ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ເປີດ​ການ​ເດີນ​ທາງ​ໃນ​ການ​ຢ້ຽມ​ຢາມ​ເອ​ເຊຍ​ຂອງ​ທ່ານ ດ້ວຍ​ການ​ເພັ່ງ​ເລັງ​ໃສ່​ພາກ​ສ່ວນ​ເທັກ​ໂນ​ໂລ​ຈີ​ຂອງ​ສະ​ຫະ​ລັດ ໂດຍ​ໄປ​ຢ້ຽມ​ຢາມ​ໂຮງ​ງານ​ຜະ​ລິດ​ຊິບ​ຄອບ​ພິວ​ເຕີ້​ຊຳ​ຊຸງ ໃນ​ວັນ​ສຸກມື້​ນີ້ ຊຶ່ງ​ຈະ​ໃຊ້​ເປັນ​ຕົວ​ຢ່າງ ​ສຳ​ລັບ​ການ​ສ້າງ​ໂຮງ​ງານ​ຜະ​ລິດ​ເຊ​ມີ​ຄອນ​ດັກ​ເຕີ້​ມູນ​ຄ່າ 17 ພັນ​ລ້ານ​ໂດ​ລາ ທີ່​ໂຮງ​ງານ​ອີ​ເລັກ​ໂທ​ຣ​ນິກ​ເກົາ​ຫຼີພວມ​ສ້າງ​ຢູ່ນອກ​ນະ​ຄອນອອ​ສ​ຕິນ​ໃນ​ລັດ​ເທັກ​ຊັ​ສ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ການ​ໄປ​ຢ້ຽມ​ຢາມ​ດັ່ງ​ກ່າວ​ຍັງ​ເປັນ​ການ​ໃຫ້​ການອະ​ນຸ​ມັດ​ຕໍ່​ນຶ່ງ​ໃນ​ບູ​ລິ​ມະ​ສິດ​ພາຍ​ໃນ​ປະ​ເທດ​ທີ່​ສຳ​ຄັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ນັ້ນ​ກໍ​ຄືການ​ເພີ້ມ​ໃນ​ການ​ສະ​ໜອງ​ຊິບ​ຄອມ​ພິວ​ເຕີ້. ການ​ຂາດ​ແຄນ​ເຊ​ມີ​ຄອນ​ດັກ​ເຕີ້​ໃນ​ປີ​ກາຍນີ້ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ຜະ​ລິດ​ລົດ​ໂອ​ໂຕ ເຄື່ອງ​ໃຊ້​ໃນ​ເຮືອນ​ຄົວ​ແລະ​ສິນ​ຄ້າ​ອື່ນໆ​ອີກ. ການບໍ່​ສາ​ມາດ​ຕອບ​ສະ​ໜອງຄວາມ​ຕ້ອງ​ການ​ໄດ້​ຢ່າງ​ພຽງ​ພໍ​ພາ​ໃຫ້​ອັດ​ຕາ​ເງິນ​ເຟີ້​ຖີບ​ໂຕ​ສູງ​ຂຶ້ນ ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄ​ະ​ແນນ​ນິ​ຍົມ​ຂອງ​ທ່ານ​ໄບ​ເດັນ ແລະ​ເຮັດ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ​ຕ້ອງ​ໄດ້​ເພັ່​ງ​ເລັງ​ໃສ່ເພີ້ມ​ການຜະ​ລິດ​ພາຍ​ໃນ​ປະ​ເທດ​ໃຫ້​ຫຼາຍ​ຂຶ້ນ​ຕື່ມ.

ທ່ານ​ໄບ​ເດັນ​ຍັງ​ຈະ​ຮັບ​ມື​ກັບ​ບັນ​ຫາ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຫຼາຍໆ​ຢ່າງ​ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ ເກົາ​ຫຼີ​ໃຕ້ ແລະ​ຍີ່​ປຸ່ນ ​ເປັນ​ເວ​ລາ 6 ມື້​ຂອງທ່ານ ​ແຕ່​ທ່ານ​ຍັງໄດ້​ວາງ​ແຜນ​ຢ່າງ​ຈະ​ແຈ້ງ ທີ່​ແນ​ໃສ່​ເພື່ອ​ແກ້​ໄຂ​ຄວາມ​ວິ​ຕົກ​ກັງ​ວົນ​ສຳ​ລັບ​ພວກ​ຜູ້​ຊົມ​ພາຍ​ໃນ​ປະ​ເທດ​ເຊັ່ນ​ດຽວ​ກັນ.

ໃນ​ການ​ເວົ້າ​ເຖິງ​ແຜນ​ການ​ຢ້ຽມ​ຢາມ​ຢູ່​ເທິງ​ເຮືອ​ບິນ​ແອ​ຟອ​ສວັນ​ນັ້ນ ທີ່​ປຶ​ກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ​ເຈກ ຊູ​ລ​ລີ​ວານ ກ່າວວ່າ ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ​ຊຳ​ຊຸງ​ຢູ່​ລັດ​ເທັກ​ຊັ​ສ ຈະ​ໝາຍ​ເຖິງ “ວຽກ​ງານ​ທີ່​ມີ​ເງິນ​ເດືອນ​ດີໆ​ສຳ​ລັບ​ຊາ​ວ​ອາ​ເມ​ຣິ​ກັນ ສຳ​ຄັນ​ກວ່ານັ້ນ ມັນ​ຈະ​ໝາຍ​ເຖິງ​ການ​ປັບ​ໂຕໄດ້​ສຳ​ລັບ​ຕ່ອງ​ໂສ້​ອຸບ​ປະ​ທານ.”

​ໃນ​ການ​ຕ້ອນ​ຮັບ​ທ່ານ​ໄບ​ເດັນ​ຢູ່​ທີ່​ໂຮງ​ງານ ໃນ​ເກົາ​ຫຼີ​ໃຕ້​ນັ້ນ ແມ່ນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ຂອງ​ເກົາ​ຫຼີ​ໃຕ້ ທ່ານ​ຢູ​ລ ຊຸກ ໂຢ​ລ ແລະ​ຮອງ​ປະ​ທານ​ຂອງ​ບໍ​ລິ​ສັດ​ອີ​ເລັກ​ໂທ​ຣ​ນິກ​ຊຳ​ຊຸງ ທ່ານ​ລີ ແຈ ຢົງ. ທ່ານຢູ​ລ​ເປັນ​ນັກ​ການ​ເມືອງ​ໜ້າ​ໃໝ່​ທີ່​ໄດ້​ກາຍມາເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ການ​ເລືອກ​ຕັ້ງ​ເທື່ອ​ທຳ​ອິດ ເມື່ອ​ນຶ່ງ​ອາ​ທິດ ກວ່າໆ​ຜ່ານ​ມານີ້. ທ່ານ​ໄດ້​ໂຄ​ສະ​ນາ​ຫາ​ສຽງ​ໃນ​ການ​ເອົາ​ທ່າ​ທີ​ທີ່​ແຂງ​ຂຶ້ນກວ່າ​ເກົ່າ​ຕໍ່​ເກົາ​ຫຼີ​ເໜືອ ແລະ​ເສີມ​ຂະ​ຫຍາຍ​ການ​ເປັນ​ພັ​ນ​ທະ​ມິດ​ທີ່​ມີ​ມາ​ເປັນ​ເວ​ລາ 70 ປີ​ກັບ​ສະ​ຫະ​ລັດ.

ບໍ​ລິ​ສັດ​ຊຳ​ຊຸງ​ໄດ້​ປະ​ກາດ​ການ​ສ້າງ​ໂຮງ​ງານ​ທີ່​ລັດ​ເທັກ​ຊັ​ສ​ໃນ​ເດືອນ​ພະ​ຈິກ​ປີ​ກາຍ. ທາງ​ບໍ​ລິ​ສັດ​ຫວັງ​ວ່າ​ຈະ​ເລີ້ມ​ການ​ປະ​ຕິ​ບັດ​ງານ​ໃນ​ໄຕ​ມາດ​ທີ​ສອງ​ຂອງ​ປີ 2024.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG